ການແຂ່ງຂັນກິລາບານເຕະ ມິດຕະພາບ 4 ພາກສ່ວນ ໄດ້ຈັດຂຶ້ນໃນວັນທີ 09/05/2025 ເລີ່ມເວລາ 16:30-19:00 ໂມງ ທີ່ເດີ່ນບານຫຍ້າທຽມ ດອນໜູນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍມີ
ທີມບານເຕະສະມາຄົມນັກທຸລະກິດຮ້ານອາຫານອາຫານລາວ , ທີມຝ່າຍຂາຍ ແລະ ການຕະຫຼາດ ບໍລິສັດ ເບຍລາວ ຈໍາກັດ, ທີມປະສົມອົງການປົກຄອງເມືອງໄຊທານີ ແລະ ທີມນັກຂ່າວສາຍກິລາລາວ.
ການແຂ່ງຂັນກິລາບານເຕະມິດຕະພາບຄັ້ງນີ້ ເພື່ອເປັນການສ້າງຂະບວນການກີລາພາຍໃນເມືອງໄຊທານີ ທັງເປັນການສ້າງສາຍພົວພັນມິດຕະພາບລະຫວ່າງ 4 ພາກສ່ວນໃຫ້ມີການຮັດແໜ້ນຄວາມສາມະຄີແລກປ່ຽນບົດຮຽນເຊີື່ງກັນ ແລະ ກັນ ໃຫ້ດິີຂຶ້ນ
ຜົນການແຂ່ງຂັນ: ທີມຊະນະເລີດແມ່ນທີມອົງການປົກຄອງເມ ອງໄຊທານີ, ຮອງຊະນະເລີດທີມສະມາຄົມນັກທຸລະກິດຮ້ານອາຫານລາວ ແລະ ອັນດັບທີ 3 ຮ່ວມ ແມ່ນທີມຝ່າຍການຂາຍ ແລະ ການຕະຫຼາດ ຊ່ອງທາງຈໍາໜ່າຍຜະລິດຕະພັນ ບໍລິສັດເບຍລາວ ຈໍາກັດ ແລະ ສື່ມວນຊົນສາຍກິລາລາວ.
ການແຂ່ງຂັນຄັ້ງນີ້ໄດ້ຮັບການສະໜັບສະໜູນຫຼັກຈາກ ສະມາຄົມນັກທຸລະກິດຮ້ານອາຫານລາວ ຮ່ວມກັບຝ່າຍການຂາຍ ແລະ ການຕະຫຼາດ ບໍລິສັດ ເບຍລາວ ຈໍາກັດ ໃຫ້ການສະໜັບສະໜູນຂັນລາງວັນ ສໍາລັບຊະນະເລີດ ແລະ ຊຸດແຂ່ງທີມລະ 20 ຜືນ ພ້ອມທັງພາເຂົ້າສາມັກຄີ.







