ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສອງສະຖາບັນການສຶກສາ ລາວ-ຈີນ ຮ່ວມກັນພັດທະນາສີມືແຮງງານກະສິກໍາທັນສະໄໝ

May 14, 2025

ພິທີເປີດປ້າຍໂຄງການພັດທະນາສີມືແຮງງານກະສິກໍາທັນສະໄໝ ລາວ-ຈີນ ໄດ້ມີຂຶ້ນໃນວັນທີ 13 ພຶດສະພາ 2025 ທີ່ວິທະຍາໄລເຕັກນິກກະສິກໍາດົງຄໍາຊ້າງ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຮສ ປອ ນາງ ສິລິນທອນ ສັກລໍຄໍາ ຫົວໜ້າກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ (ສສກ) ທ່ານ ຈິດຕະກອນ ສີຊານົນ ຜູ້ອໍານວຍການວິທະຍາໄລເຕັກນິກກະສິກໍາດົງຄໍາຊ້າງ ແລະ ທ່ານ ຊິນກັ່ງ ຮອງອະທິການບໍດີມະຫາວິທະຍາໄລເຕັກນິກ-ວິຊາຊີບກະສິກຳກວາງຊີ ສປ ຈີນ ພ້ອມດ້ວຍຫົວໜ້າພະແນກ ຫ້ອງການ ຄະນະອໍານວຍການ ຂະແໜງການ ໜ່ວຍງານ ແລະ ຄະນະຮັບຜິດຊອບວຽກງານກ່ຽວຂ້ອງຢ່າງພ້ອມພຽງ.
ໃນພິທີ ທ່ານ ຈິດຕະກອນ ສີຊານົນ ກ່າວສະແດງຄວາມຕ້ອນຮັບ ພ້ອມທັງສະແເດງຄວາມຂອບໃຈຕໍ່ໝາກຜົນການຮ່ວມມື້ໃນຄັ້ງນີ້ ທີ່ເຮັດໃຫ້ບັນຍາກາດການຮຽນ-ການສອນພາຍໃນວິທະຍາໄລເຕັກນິກກະສິກໍາດົງຄໍາຊ້າງ ມີຊີວິດຊີວາຫຼາຍຂຶ້ນ ໂດຍສະເພາະແມ່ນຄວາມກະຕືລືລົ້ນ ຫຼື ຄວາມສົນໃຈຂອງນັກສຶກສາຕໍ່ການຮຽນພາສາຈີນ ໄປຄຽງຄູ່ກັບວິຊາສະເພາະ.
ທ່ານ ຊິນກັ່ງ ກ່າວວ່າ: ໃນເດືອນຕຸລາ 2024 ຜ່ານມາ ໄດ້ຈັດພິທີເປີດຮັບນັກສຶກສາໃໝ່ຂອງໂຄງການພັດທະນາສີມືແຮງງານກຳກະສິກຳທັນສະໄໝ ຈີນ-ລາວ ປີ 2024-2025 ປັດຈຸບັນໂຄງການດັ່ງກ່າວ ໄດ້ເປີດຢ່າງເປັນທາງການ ເຊິ່ງສະແດງໃຫ້ເຫັນວ່າຄວາມຄືບໜ້າຂອງການກໍ່ສ້າງກະສິກໍາສະໄໝໃໝ່ພວມເລັ່ງລັດ ໝາກຜົນຂອງການຮ່ວມມືນັບມື້ນັບເຂົ້າສູ່ລວງເລິກ ທ່າອ່ຽງການພັດທະນາຂອງກະສິກຳຍຸກສະໄໝກໍ່ຍັງດຳເນີນໄປດ້ວຍດີ.
ສໍາລັບໂຄງການພັດທະນາສີມືແຮງງານກະສິກໍາທັນສະໄໝ ລາວ-ຈີນ ໄດ້ຮັບການລິເລີ່ມໃນທ້າຍປີ 2023 ໂດຍການຮ່ວມມືຂອງ 3 ຝ່າຍ ຫຼື ສະຖາບັນການສຶກສາລະດັບສູງຂອງ ສປປ ລາວ ແລະ ສປ ຈີນ ຊຶ່ງຝ່າຍ ສປປ ລາວ ປະກອບມີ ວິທະຍາໄລເຕັກນິກກະສິກໍາດົງຄໍາຊ້າງ ພາຍໃຕ້ການຊີ້ນໍາໂດຍກົງຂອງກົມອາຊີວະສຶກສາ ແລະ ກົມຮ່ວມມືກັບຕ່າງປະເທດ ກະຊວງ ສສກ ໂດຍມີຄູ່ຮ່ວມພັດທະນາແມ່ນຄະນະກະເສດສາດ ມະຫາວິທະຍາໄລແຫ່ງຊາດລາວ. ສ່ວນຝ່າຍ ສປ ຈີນ ແມ່ນມະຫາວິທະຍາໄລເຕັກນິກ-ວິຊາຊີບກະສິກໍາກວາງຊີ ພາຍໃຕ້ການຊີ້ນໍາຂອງພະແນກສຶກສາທິການ ແຂວງກວາງຊີ ໂຄງການດັ່ງກ່າວນີ້ມີໄລຍະເວລາຂອງການຮ່ວມມື 3 ປີ (31 ທັນວາ 2023-31 ທັນວາ 2026) ໂດຍມີຈຸດປະສົງຫຼັກຂອງການຮ່ວມມື ຫຼື ການສ້າງຕັ້ງໂຄງການດັ່ງກ່າວນີ້ ແມ່ນເພື່ອສ້າງ ແລະ ຝຶກທັກສະສີແຮງງານກະສິກໍາທີ່ທັນສະໄໝໃຫ້ແກ່ ສປປ ລາວ ໂດຍການຊ່ວຍເຫຼືອຈາກຜູ້ຊ່ຽວຊານ ແລະ ນັກວິຊາການຂອງ ສປ ຈີນ ເຊິ່ງປັດຈຸບັນນີ້ມີນັກສຶກສາຂອງ ສປປ ລາວ (ຈາກວິທະຍາໄລເຕັກນິກກະສິກໍາດົງຄໍາຊ້າງ) ຈໍານວນ 100 ຄົນ ໄດ້ຮັບຜົນປະໂຫຍຈາກໂຄງການດັ່ງກ່າວແລ້ວ ໂດຍຜ່ານລະບົບການຮຽນແບບ 2+1 (ຮຽນ 2 ປີ ຢູ່ ລາວ ແລະ ອີກ 1 ປີ ຮຽນຢູ່ ສປ ຈີນ).
ທີ່ມາ: ວຽງຈັນໃໝ່