ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ອັດຕະປື-ນະຄອນດາໜັງ ທົບທວນການຮ່ວມມືຜ່ານມາ

May 14, 2025

ແຫລ່ງຂ່າວຈາກ ຂວງອັດຕະປື ໃຫ້ຮູ້ວ່າ: ໃນລະຫວ່າງວັນທີ 11-13 ພຶດສະພາ 2025, ຄະນະນໍາແຂວງອັດຕະປື ນໍາໂດຍສະຫາຍ ບຸນເສີດ ເສດທິລາດ ຮອງເຈົ້າແຂວງໆອັດຕະປື ພ້ອມດ້ວຍຄະນະ ຢ້ຽມຢາມ ແລະ ເຮັດວຽກ ຢູ່ນະຄອນດາໜັງ ສສ ຫວຽດນາມ ໂດຍການຕ້ອນຮັບຂອງ ສະຫາຍ ນາງ ຫງຽນທິແອງທີ ຮອງປະທານຄະນະກຳມະການ ປະຊາຊົນ ນະຄອນດາໜັງ ພ້ອມດ້ວຍຄະນະ.
ໂອກາດດັ່ງກ່າວ, ສະຫາຍ ນາງ ຫງຽນທິແອງທີ ໄດ້ກ່າວຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ຂອງຄະນະຜູ້ແທນ ແຂວງອັດຕະປື, ພ້ອມນັ້ນ ສະຫາຍຍັງໄດ້ລາຍງານໃຫ້ຮູ້ ສະພາບລວມໂດຍຫຍໍ້ກ່ຽວກັບການພັດທະນາ ເສດຖະກິດ-ສັງຄົມ ໃນປີຜ່ານມາ ໃຫ້ຄະນະນຳຜູ້ແທນແຂວງອັດຕະປືໄດ້ຮັບຊາບ ພ້ອມທັງໄດ້ຮ່ວມກັນຕີລາຄາຄືນ ກ່ຽວກັບຜົນສຳເລັດບາງຂົງເຂດວຽກງານ ທີ່ຄະນະກຳມະການປະຊາຊົນນະຄອນດາໜັງ ແລະ ອົງການປົກຄອງແຂວງອັດຕະປື ໄດ້ຮ່ວມກັນລົງນາມ ບົດບັນທຶກຊ່ວຍຈຳ ກ່ຽວກັບການຮ່ວມມືຮອບດ້ານ ຂອງສອງຝ່າຍໃນຊຸມປີຜ່ານມາ, ເຊິ່ງໄລຍະຜ່ານມາ ຫລາຍຂົງເຂດວຽກງານ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ ແລະ ເກີດຜົນປະໂຫຍດອັນແທ້ຈິງ ໃຫ້ແກ່ສອງຝ່າຍ ໂດຍສະເພາະ ຂົງເຂດການສຶກສາ, ວຽກງານຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ວຽກງານສາທາລະນະສຸກ ແລະ ວຽກການຮ່ວມມືການຕ່າງປະເທດ. ພ້ອມນັ້ນ ຄະນະຜູ້ນຳທັງສອງຝ່າຍ ຍັງໄດ້ຜັດປ່ຽນກັນໄປຢ້ຽມຢາມ ແລະ ອວຍພອນໃນວັນສຳຄັນຕ່າງໆຂອງຊາດເຊິ່ງກັນ ແລະ ກັນ ຕະຫລອດມາ.
ໂອກາດດຽວກັນນີ້, ສະຫາຍ ບຸນເສີດ ເສດທິລາດ ກໍໄດ້ສະແດງຄວາມຂອບໃຈ ຕໍ່ສະຫາຍ ນາງ ຫງຽນທິແອງທີ ພ້ອມຄະນະ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ໄດ້ລາຍງານກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ໃຫ້ອີກຝ່າຍຮັບຊາບ ພ້ອມທັງສະເໜີໃຫ້ທາງນະຄອນດາໜັງ ຈົ່ງພ້ອມກັນສືບຕໍ່ຮັກສາມູນເຊື້ອອັນດີງາມ ຂອງສອງຝ່າຍ ແຂວງອັດຕະປື-ດາໜັງ ໃຫ້ນັບມື້ສວຍສົດງົດງາມຕະຫລອດໄປ.
ໃນພິທີ ຄະນະກຳມະການປະຊາຊົນ ນະຄອນດາໜັງ ຍັງໄດ້ມອບໃບຍ້ອງຍໍໃຫ້ 3 ພະແນກການຂອງແຂວງອັດຕະປື ຄື: ພະແນກການຕ່າງປະເທດ, ພະແນກສຶກສາທິການ ແລະ ກິລາ ແລະ ພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ຍ້ອງຍໍສ່ວນບຸກຄົນ ຄື: ສະຫາຍ ພອນສະໃໝ ມຽງລາວັນ ອະດິດຮອງເລຂາພັກແຂວງ ແລະ ສະຫາຍ ທະນູໄຊ ບັນຊາລິດ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງອັດຕະປື ທີ່ມີຜົນງານດີເດັ່ນ ໃນການປະກອບສ່ວນວຽກງານການຮ່ວມມືຂອງສອງແຂວງອັດຕະປື-ດາໜັງ ໄລຍະປີ 2018-2022. ພ້ອມນີ້, ນະຄອນດາໜັງ ຍັງໄດ້ມອບເງິນຊ່ວຍເຫລືອ ໃຫ້ແຂວງອັດຕະປື ໃນການປະກອບສ່ວນເຂົ້າໃນວຽກງານຖະແຫລງຂ່າວ ມູນຄ່າ 3,6 ຕື້ ດົງ ແລະ ມອບໃຫ້ອົງການປົກຄອງແຂວງອັດຕະປື 500 ລ້ານດົງ ເພື່ອນຳໃຊ້ເຂົ້າໃນວຽກງານບໍລິຫານຕື່ມອີກ.
ຂ່າວ: ວິໄລສັກ ແກ້ວຫລວງໂຄດ