ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ນະຄອນຫຼວງວຽງຈັນ ສືບຕໍ່ຢ້ຽມຢາມແຂວງຮ່າຕີງ ສສ ຫວຽດນາມ

May 15, 2025

ຄະນະຜູ້ແທນຂັ້ນສູງ ນະຄອນຫຼວງວຽງຈັນ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງ ຢູ່ ແຂວງຮ່າຕີງ ສສ ຫວຽດນາມ ແຕ່ວັນທີ 14-16 ພຶດສະພາ 2025 ການຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການ ຂອງຄະນະຜູ້ແທນຂັ້ນສູງ ໃນຄັ້ງນີ້ ໄດ້ມີກອງປະຊຸມພົບປະສອງຝ່າຍ ລະຫວ່າງ ຄະນະຜູ້ແທນຂັ້ນສູງ ຂອງນະຄອນຫຼວງວຽງຈັນ ນໍາໂດຍ ສະຫາຍ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລ ຂາຄະນະພັກ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ ແລະ ຄະນະຜູ້ແທນຂັ້ນສູງ ຂອງແຂວງຮ່າຕີງ ສສ ຫວຽດນາມ ນໍາໂດຍ ສະຫາຍ ຫງວຽນ ຢຸ້ຍ ເລີມ ເລຂາພັກແຂວງຮາຕີງ ສສ ຫວຽດນາມ.
ສອງຝ່າຍໄດ້ມີການແລກປ່ຽນຂໍ້ມູນຂ່າວສານ ກ່ຽວກັບ ສະພາບເສດຖະກິດ-ສັງຄົມ ຂອງສອງທ້ອງຖິ່ນໃຫ້ຊຶ່ງກັນ ແລະ ກັນຊາບ ເຊິ່ງສະຫາຍ ຫງວຽນ ຢຸ້ຍ ເລີມ ເລຂາພັກແຂວງຮ່າຕີງ ໄດ້ສະເໜີແຜນການຮ່ວມມື ລະຫວ່າງ ແຂວງຮ່າຕີງ ແລະ ນະຄອນຫຼວງວຽງຈັນ ໃນຕໍ່ໜ້າ ໃຫ້ມີ ການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຄະນະວິຊາການ ໃນທຸກຂົງເຂດຮ່ວມກັນ ຮ່ວມມືໃນການອໍານວຍຄວາມສະດວກ ໃຫ້ພາກທຸລະກິດ ໄດ້ມີການຮ່ວມມືກັນ ການແລກປ່ຽນຂໍ້ມູນຂ່າວສານ ການໂຄສະນາຜະລິດຕະພັນສີນຄ້າ ຮ່ວມມືດ້ານການສຶກສາ ແລະ ສະເໜີໃຫ້ນະຄອນຫຼວງວຽງຈັນ ຊ່ວຍເຫຼືອຄະນະປະຕິບັດງານພິເສດ ຂອງແຂວງຮ່າຕີງ ໃນການຂຸດຄົ້ນຊອກຫາອັດຖິທະຫານ ແລະ ຊ່ຽວຊານຫວຽດນາມ ທີ່ເສຍຊິວິດຢູ່ນະຄອນຫຼວງວຽງຈັນ ເຊິ່ງ ສະຫາຍ ອານຸພາບ ຕຸນາລົມ ເຫັນດີເປັນເອກະພາບ ຕໍ່ການສະເໜີ ຂອງ ສະຫາຍ ເລຂາພັກແຂວງຮ່າຕີງ ພ້ອມທັງສະເໜີເພີ່ມເຕີມ ໃນການຮ່ວມມື ຂອງສອງທ້ອງຖີ່ນຮ່ວມກັນ ໂດຍສະເພາະ ໃນຂົງເຂດການເມືອງ ໃຫ້ມີການໄປມາຫາສູ່ກັນຢ່າງເປັນປົກກະຕິ ສົ່ງເສີມການທ່ອງທ່ຽວ ໂດຍອີງໃສ່ທ່າແຮງ ຂອງສອງທ້ອງຖິ່ນ ສະໜັບສະໜູນສົ່ງເສີມວຽກງານການຄ້າ ແລກປ່ຽນຜະລິດຕະພັນອຸປະໂພກ-ບໍລິໂພກ ສະເໜີໃຫ້ນັກລົງທຶນ ຂອງແຂວງຮາຕີງ ໄດ້ໄປລົງທຶນໃນເຂດເສດຖະກິດພິເສດນະຄອນຫຼວງວຽງຈັນ ໂດຍສະເພາະການສ້າງໂຮງງານຜະລິດຫົວອາຫານ ໂດຍອີງໃສ່ທິດທາງຍຸດທະສາດການຮ່ວມມື ຂອງສອງພັກ ສອງລັດ ໃຫ້ປະກົດຜົນເປັນຈິງ.
ນອກຈາກນັ້ນ ການພົບປະເຮັດວຽກ 2 ຝ່າຍ ຄະນະຜູ້ແທນຂັ້ນສູງ ນະຄອນຫຼວງວຽງຈັນ ຍັງໄດ້ເດີນທາງໄປຢ້ຽຢມຢາມ ເຂດເສດຖະກິດພິເສດ
ທີ່ມາ: ວຽງຈັນໃໝ່