ນັບແຕ່ເປີດໃຫ້ບໍລິການເປັນຕົ້ນມາ ທາງລົດໄຟລາວ-ຈີນ ໄດ້ກາຍເປັນຊ່ອງທາງຫຼັກໃນການສົ່ງອອກສິນຄ້າກະສິກໍາຂອງລາວ ໂດຍສະເພາະແມ່ນສິນຄ້າກະສິກຳປະເພດມັນຕົ້ນ. ປີ 2025 ຮອດວັນທີ 14 ພຶດສະພາ ພຽງ 4 ເດືອນກວ່າ ທາງລົດໄຟລາວ-ຈີນ ສາມາດຂົນສົ່ງມັນຕົ້ນໄດ້ທັງໝົດ 5750 ຕູ້ຄອນເທັນເນີ ຫຼື ປະມານ 156,000 ໂຕນ, ເພີ່ມຂຶ້ນ 43% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.
ເພື່ອເປັນການກະຕຸ້ນການສົ່ງອອກສິນຄ້າກະສິກໍາ ແລະ ປະກອບສ່ວນເຂົ້າໃນການສ້າງສາພັດທະນາເສດຖະກິດຂອງລາວ, ທີ່ຜ່ານມາ ທາງລົດໄຟລາວ-ຈີນ ໄດ້ໃຫ້ບຸລິມະສິດພິເສດໃນການຂົນສົ່ງສິນຄ້າກະສິກຳຂອງລາວ ໂດຍຖືຫຼັກການ “ ໃຫ້ບຸລິມະສິດໃນການອະນຸມັດ ແລະ ໃຫ້ບຸລິມະສິດໃນການຂົນສົ່ງກ່ອນ ”, ບໍ່ວ່າປະລິມານຈະໜ້ອຍ ຫຼື ຫຼາຍ ຂໍພຽງແຕ່ຜູ້ປະກອບການຮຽກຮ້ອງຕ້ອງການ, ທາງລົດໄຟລາວ-ຈີນ ແມ່ນສະໜັບສະໜູນຢ່າງເຕັມທີ່. ພ້ອມກັນນີ້, ຍັງໄດ້ປັບປຸງການຈັດຕັ້ງ ແລະ ເພີ່ມຈຳນວນຖ້ຽວລົດໄຟສຳລັບຂົນສົ່ງສິນຄ້າກະສິກຳ, ສົມທົບເຈົ້າຫນ້າທີ່ດ່ານລາວ-ຈີນ ສ້າງກົນໄກປະສານງານ ເພື່ອຫຼຸດຂັ້ນຕອນ ແລະ ໄລຍະເວລາໃນການແຈ້ງພາສີ, ຮັບປະກັນໃຫ້ສິນຄ້າກະສິກຳຂອງລາວສາມາດສົ່ງອອກໄດ້ວ່ອງໄວ ແລະ ທັນເວລາ.
ທາງລົດໄຟລາວ-ຈີນ ໄດ້ກາຍເປັນເສັ້ນທາງຫຼັກທີ່ມີປະສິດທິພາບສູງໃນການສົ່ງອອກສິນຄ້າກະສິກໍາໄປຍັງ ສປ ຈີນຂອງສປປ ລາວ ແລະ ພາກພື້ນ ດ້ວຍທ່າແຮງທີ່ເປັນຊ່ອງທາງທີ່ປອດໄພ, ຄ່າຂົນສົ່ງຕໍ່າ, ໃຊ້ເວລາຂົນສົ່ງສັ້ນ ແລະ ສະດວກສະບາຍ, ສາມາດຕອບສະໜອງຄວາມຕ້ອງການສົ່ງອອກຂອງຜູ້ປະກອບການ, ຊ່ວຍຊຸກຍູ້ການສົ່ງອອກສິນຄ້າປະສິກຳຂອງ ສປປ ລາວ. ສະເພາະປີ 2025 ມາຮອດວັນທີ 14 ພຶດສະພາ, ທາງລົດໄຟລາວ-ຈີນ ສາມາດຂົນສົ່ງສິນຄ້າກະສິກຳໄດ້ທັງໝົດ 172,410 ໂຕນ, ເພີ່ມຂຶ້ນ 40.18 % ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ປີ 2024 ທີ່ຜ່ານມາປະລິມານສິນຄ້າກະສີກໍາປະເພດໝາກໄມ້, ມັນຕົ້ນ, ຢາງພາລາ, ເຂົ້າ ແລະ ສິນຄ້າກະສິກຳອື່ນໆຂອງລາວ ທີ່ຂົນສົ່ງຜ່ານທາງລົດໄຟລາວ-ຈີນເຂົ້າສູ່ຕະຫຼາດໃນເມືອງໃຫຍ່ຂອງຈີນເຊັ່ນ: ເມືອງຄຸນມິງ, ເມືອງສົງຊິ້ງ, ເມືອງກວາງໂຈ ແລະ ເມືອງອື່ນໆເພີ່ມຂຶ້ນ 79% ເມື່ອທຽບໃສ່ປີ 2023, ເປັນການຊ່ວຍເບີກທາງ ແລະ ເປີດຕະຫຼາດສາກົນໃຫ້ຜະລິດຕະພັນກະສິກໍາຂອງລາວໄດ້ອີກບາດກ້າວໝຶ່ງ.



