ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແຂວງເຊກອງ ຈະຈັດກອງປະຊຸມສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ຕາມແລວເສດຖະກິດຕາເວັນອອກ-ຕາວັນຕົກ

May 15, 2025

ແຂວງເຊກອງ ຈະຈັດກອງປະຊຸມສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ຕາມແລວເສດຖະກິດຕາເວັນອອກ-ຕາວັນຕົກ
ທ່ານ ເຫຼັກໄຫລ ສີວິໄລ ເຈົ້າແຂວງ-ແຂວງເຊກອງ ໄດ້ຖະແຫຼງຂ່າວ ໃນມື້ວັນທີ 14 ພຶດສະພາ 2025 ກ່ຽວກັບການກະກຽມຈັດກອງປະຊຸມ ສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ຕາມແລວເສດຖະກິດຕາເວັນອອກ-ຕາວັນຕົກ ເພື່ອເປັນການເຊື່ອມໂຍງ, ຊຸກຍູ້ ແລະການຮ່ວມມື ລະຫວ່າງ ບັນດາປະເທດໃນຂອບເຂດຊາຍແດນຕິດຈອດ ແລະ ໃກ້ຄຽງກັນ ພ້ອມທັງເປັນການຜັນຂະຫຍາຍໝາກຜົນການຮ່ວມມື ຂອງລັດຖະບານ.
ໂດຍແຂວງເຊກອງ ຈະຈັດກອງປະຊຸມຄັ້ງນີ້ ກໍເພື່ອສ້າງເງື່ອນໄຂເອື້ອອໍານວຍໃຫ້ແກ່ການພັດທະນາເສດຖະກິດ-ສັງ
ຄົມ ພາຍໃນແຂວງ ໃຫ້ດີຂຶ້ນຢ່າງຕໍ່ເນື່ອງ ເຊິ່ງໃນງານດັ່ງກ່າວ ຈະໄດ້ມີການວາງສະແດງສິນຄ້າຢ່າງຫຼາກຫຼາຍຜະລິດຕະພັນ ຈາກ 3 ປະເທດ ( ລາວ, ໄທ ແລະ ຫວຽດນາມ ); ເຊິ່ງໃນນັ້ນ, ຈະມີ 15 ແຂວງ ແລະ 4 ນະຄອນ ຂອງ ສສ ຫວຽດນາມ ເຂົ້າຮ່ວມງານ; ສ່ວນ ຣາຊະອານາຈັກໄທ ກໍມີ ຈັງຫວັດອຸບົນຣາດຊະທານີ ແລະ 4 ແຂວງພາກໃຕ້ ຂອງລາວ ມີ:ແຂວງສາລະວັນ, ຈໍາປາສັກ, ເຊກອງ ແລະອັດຕະປື.
ເຈົ້າແຂວງເຊກອງ ຖະແຫຼງໃຫ້ຮູ້ຕື່ມວ່າ: ກອງປະຊຸມສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ຕາມແລວເສດຖະກິດຕາເວັນອອກ-ຕາວັນຕົກ ຈະຈັດຂຶ້ນທີ່ແຂວງເຊກອງ ຢູ່ທີ່ສູນການຄ້າແຂວງ ໃນວັນທີ 23 ພຶດສະພາ 2025 ມໍ່ໆນີ້ ແມ່ນເປັນຄັ້ງທີ 2, ແຂວງເຊກອງ ຮັບກຽດເປັນເຈົ້າພາບ ເຊິ່ງຄັ້ງທີ 1 ໄດ້ຈັດຂຶ້ນທີ່ແຂວງຈຳປາສັກໃນປີຜ່ານມາ ໂດຍການຮ່ວມມືກັບ ກົງສູນໃຫຍ່ ສສ ຫວຽດນາມ ປະຈຳນະຄອນປາກເຊ ແຂວງຈຳປາສັກ, ໃນສ່ວນງານວາງສະແດງສິນຄ້າ 3 ປະເທດ ແມ່ນຈະເລີ່ມແຕ່ວັນທີ 21 ໄປຈົນຮອດ 25 ພຶດສະພາ 2025 ແລະມາຮອດປັດຈຸບັນ ການຫ້າງຫາກະກຽມ ເຊິ່ງໄດ້ມີການປະສານງານ ກັບ ກົງສູນໃຫຍ່ຫວຽດນາມ ປະຈຳນະຄອນປາກເຊ, ກົງສູນໃຫຍ່ລາຊະອານາຈັກໄທ ປະຈຳສະຫວັນນະເຂດ ແລະ ບັນດາ 4 ແແຂວງພາກໃຕ້ ຂອງລາວ ແມ່ນເຫັນໄດ້ວ່າ: ຄວາມພ້ອມດ້ານຕ່າງໆ ບໍ່ວ່າຈະເປັນສະຖານທີ່ພັກເຊົາ, ຮ້ານອາຫານ, ສະຖານທີ່ປະຊຸມ, ຫ້ອງວາງສະແດງສິນຄ້າ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ ແມ່ນມີຄວາມພ້ອມແລ້ວ 80% ແລະຄາດວ່າ ອີກ 20% ນັບຈາກມື້ຖະແຫຼງຂ່າວນີ້ໄປ, ຈະພ້ອມທຸກດ້ານ 100%.