ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະຊາຄົມໂລກໄດ້ເຫັນຍຸດທະສາດທີ່ເດັດດ່ຽວຂອງຈີນຈາກສົງຄາມຕ້ານກໍາແພງພາສີ

May 16, 2025

 

ຈີນ ແລະ ອາເມຣິກາ ສາມາດຕົກລົງກັນກ່ຽວກັບບັນຫາພາສີນໍາເຂົ້າສິນຄ້າເຊິ່ງກັນ ແລະ ກັນຫຼັງຈາກຕາງໜ້າຄະນະຜູ້ແທນຂອງສອງປະເທດໃຊ້ເວລາສອງວັນເພື່ອການເຈ ລະຈາກັນຢູ່ນະຄອນເຊີແນວ, ປະເທດສະວິດ ໃນຕົ້ນເດືອນພຶດສະພາ 2025 ນີ້. ສອງຝ່າຍບັນລຸຂໍ້ຕົກລົງຫຼຸດພາສີເປັນເວລາ 90 ວັນ ໂດຍອາເມຣິກາ ຕົກລົງຫຼຸດອັດພາສີສິນຄ້ານໍາເຂົ້າຈາກຈີນ ຈາກ 145% ເຫຼືອພຽງ 30% ເຊິ່ງ​ລວມ​ທັງ 20% ທີ່​ອາ​ເມ​ຣິ​ກາ​ເພີ່ມພາສີ​ຍ້ອນບັນ​ຫາ​ເຟັນ​ຕາ​ນີ (fentanyl), ສ່ວນ ຈີນ ຕົກລົງຫຼຸດອັດຕາພາສີສິນຄ້ານໍາເຂົ້າຈາກອາເມຣິກາ ຈາກ 125% ເຫຼືອພຽງ 10%, ນອກ​ນີ້, ຈີນ​ຍັງ​ໄດ້​ປະ​ຕິ​ບັດ​ມາດ​ຕະ​ການ​ຕອບ​ໂຕ້​ຈຳ​ນວນ​ໜຶ່ງທີ່​ສົມ​ຄູ່​ກັນ. ຂໍ້ຕົກລົງຂອງສອງຝ່າຍເລີ່ມມີຜົນບັງຄັບໃຊ້ນັບແຕ່ວັນທີ 14 ພຶດສະພານີ້ເປັນຕົ້ນໄປ.

ນັກວິເຄາະຊີ້ໃຫ້ເຫັນກ່ຽວກັບຍຸດທະສາດຂອງຈີນໃນການຮັບມືກັບນະໂຍບາຍພາສີຂອງອາເມຣິກາ ໃນຄັ້ງນີ້ວ່າ: ພາຍຫຼັງອາເມຣິກາປະກາດເພີ່ມພາສີ ທີ່ອ້າງວ່າ “ພາສີເທົ່າທຽມກັນ” ບັນດາຜູ້ນໍາຫຼາຍປະເທດຕ່າງຫາວິທີເຈລະຈາກັບອາເມຣິກາເພື່ອຂໍຫຼຸດຜ່ອນອັດ ຕາພາສີ ແລະ ຫຼຸດຜ່ອນຜົນກະທົບດ້ານເສດຖະກິດຂອງປະເທດຕົນ. ກົງກັນຂ້າມກັບຈີນ, ເຖິງວ່າຕ້ອງປະເຊີນໜ້າກັບອັດຕາພາສີຈາກອາເມຣິກາສູງທີ່ສຸດໃນຮອບສະຕະວັດ ກໍຕາມ, ແຕ່ຈີນຍັງຢືນຢັນຢູ່ບົນພື້ນຖານຄວາມຖືກຕ້ອງຂອງຫຼັກການການຄ້າສາກົນ ແລະ ວິຈານນະໂຍບາຍພາສີຂອງອາເມຣິກາວ່າເປັນການ “ຂົ່ມເຫັງ” ປະເທດຄູ່ການຄ້າ, ລະເມີດຫຼັກ ການການຄ້າເສລີ, ເປັນການກະທໍາແບບລັດທິຝ່າຍດຽວ, ລັດທິປົກປ້ອງການຄ້າ ແລະ ທໍາລາຍລະບົບການຄ້າຫຼາຍຝ່າຍ.

ສໍາຄັນກວ່ານັ້ນ, ຈີນ ໄດ້ດໍາເນີນມາດຕະການຕອບໂຕ້ອາເມຣິກາຢ່າງເດັດດ່ຽວ ແບບ “ກໍາປັ້ນຕໍ່ກໍາປັ້ນ” ດ້ວຍການເພີ່ມພາສີຕອບໂຕ້ຕໍ່ສິນຄ້ານໍາເຂົ້າຈາກອາເມຣິກາ, ຫຼຸດ ຜ່ອນອັດຕາພາສີດອກເບ້ຍທະນາຄານເພື່ອຊຸກຍູ້ເສດຖະກິດພາຍໃນປະເທດ, ດໍາເນີນມາດຕະການທາງການທູດທົ່ວໂລກ ເພື່ອຂະຫຍາຍຕະຫຼາດໃໝ່ສໍາລັບສິນຄ້າ, ສົ່ງເສີມການບໍລິ ໂພກພາຍໃນທີ່ເຂັ້ມແຂງ ແລະ ອື່ນໆ.

ກົງກັນຂ້າມກັບ, ອາເມຣິກາ ພາຍໃຕ້ການນໍາພາຂອງ ທ່ານ ໂດນັລ ທຣໍາ, ປະທາ ນາທິບໍດີອາເມຣິກາ, ນອກຈາກຖືກຕໍ່ຕ້ານ ແລະ ວິຈານຢ່າງໜັກຈາກປະຊາຄົມໂລກວ່າເປັນຂົ່ມເຫັງປະ ເທດອື່ນເພື່ອຫາຜົນປະໂຫຍດໃສ່ໃຫ້ອາເມຣິກາຝ່າຍດຽວ ຍັງຕ້ອງປະເຊີນກັບແຮງກົດດັນຈາກນັກການເມືອງ, ນັກລົງທຶນ ແລະ ຊັ້ນຄົນຕ່າງໆ ພາຍໃນປະເທດຂອງຕົນທີ່ຕ່າງສະແດງຄວາມເປັນຫ່ວງຕໍ່ຜົນກະທົບທີ່ມີຕໍ່ເສດຖະກິດຂອງອາເມຣິກາຈະນັບມື້ຮ້າຍແຮງກວ່າເກົ່າ. ພ້ອມນີ້, ການເລືອກຕັ້ງກາງສະໄໝຂອງອາເມຣິກາກໍາລັງຍັບໃກ້ເຂົ້າມາຍິ່ງເພີ່ມແຮງກົດດັນໃຫ້ຝ່າຍບໍລິຫານອາເມຣິກາຕ້ອງຮີບຮ້ອນຫາທາງຫຼຸດຜ່ອນຄວາມຕຶງຄຽດທີ່ເກີດຂຶ້ນ. ໃນທີ່ສຸດ, ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ສະ​ເໜີ​ຈາກ​ອາ​ເມ​ຣິ​ກາ, ການເຈລະ ຈາລະຫວ່າງຈີນ-ອາເມຣິກາ ຈຶ່ງເກີດຂຶ້ນຢູ່ນະຄອນເຊີແນວເຊິ່ງເປັນພື້ນທີ່ເປັນກາງທີ່ສອງຝ່າຍມີອໍານາດໃນການຕໍ່ລອງ ແລະ ສັກສີຢູ່ໃນລະດັບທີ່ເທົ່າທຽມກັນ ຈຶ່ງເຮັດໃຫ້ບັນຍາ ກາດຂອງການເຈລະຈາມີຄວາມແຕກຕ່າງຈາກກໍລະນີຂອງຫຼາຍປະເທດທີ່ເລືອກເດີນທາງໄປເຈລະຈາກັບອາເມຣິກາພຽງຝ່າຍດຽວ.

ຈາກສະຖານະການດັ່ງກ່າວ ສາມາດເຫັນໄດ້ຍຸດທະສາດຂອງຈີນທີ່ມີຄວາມ “ຄວາມອົດທົນ ອົດກັ້ນ” ເພື່ອໃຫ້ເສດຖະກິດ ແລະ ພາກທຸລະກິດຂອງອາເມຣິກາທີ່ມີຄວາມຊຸດ ໂຊມຢ່າງເລິກເຊິ່ງໃນດ້ານການຄ້າລະຫວ່າງປະເທດມາດົນແລ້ວ ແລະ ຖືກຊໍ້າຕື່ມຈາກມາດຕະການດ້ານພາສີຂອງ ທ່ານ ໂດນັລ ທຣໍາ ເປັນຝ່າຍກົດດັນລັດຖະບານຂອງຕົນເອງ ຈົນປະສົບຜົນສໍາເລັດຕາມເປົ້າໝາຍ ເຊິ່ງເປັນການເປີດທາງໃຫ້ຈີນ ແລະ ອາເມຣິກາ ໄດ້ເຂົ້າສູ່ໂຕະເຈລະຈາໃນຖານະປະເທດມະຫໍາອໍານາດທາງດ້ານເສດຖະກິດທີ່ເທົ່າທຽມກັນ.

ໃນການເຈລະຈາກັບຈີນຄັ້ງນີ້, ປະຊາຄົມໂລກໄດ້ເຫັນສັນຍານການປ່ຽນແປງທ່າທີຂອງອາເມຣິກາຫຼາຍຢ່າງ, ນັບຕັ້ງແຕ່ການເລືອກສະຖານທີ່ເຈລະຈາຢູ່ນະຄອນເຊີແນວເຊິ່ງຖືເປັນພື້ນທີ່ເປັນກາງທີ່ໃຫ້ສະຖານະເທົ່າທຽມກັນ, ການຄຸ້ມຄອງຂ່າວສານໂດຍປາສະຈາກການປະກາດຜ່ານສື່ອອນລາຍລ່ວງໜ້າ ຈົນເຖິງການຍອມຮັບຄໍາສະເໜີຕ່າງໆ ຂອງຈີນ.

ທ່ານ ເຈີຣາດ ພິປໂປ, ຮອງຜູ້ອໍານວຍການສູນວິໄຈແຫ່ງ RAND ຊີ້ໃຫ້ເຫັນວ່າ: ສໍາລັບຈີນແລ້ວ ນີ້ຄືບົດພິສູດທາງຍຸດທະສາດ ແລະ ຢືນຢັນວ່າ ແນວທາງຂອງຈີນພາຍໃຕ້ການນໍາພາຂອງ ທ່ານ ສີ ຈິ້ນຜິງ ໃນການສົ່ງເສີມການຜະລິດພາຍໃນປະເທດ ແລະ ຫຼຸດ ຜ່ອນການເພິ່ງພາອາໄສຕ່າງປະເທດກໍາລັງກາຍເປັນຂໍ້ໄດ້ປຽບທາງດ້ານຄວາມໝັ້ນຄົງດ້ານເສດຖະກິດຂອງຈີນທີ່ຍາກຈະຫາຂໍ້ມາໂຕ້ແຍ້ງໄດ້. ຂະນະທີ່ ທ່ານ​ ນາງນິ​ໂກ​ຊີ ໂອ​ກົນ​ໂຈ ອີ​ວີ​ລາ ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ການ​ຄ້າ​ໂລກ​ ຕີ​ລາ​ຄາ​ວ່າ, ຄວາມ​ຄືບ​ໜ້າ​ຂອງ​ການ​ເຈ​ລະ​ຈາ​ດ້ານເສດ​ຖະ​ກິດ​ການ​ຄ້າ ​ລະ​ຫວ່າງ​ຈີນ-ອາ​ເມ​ຣິ​ກາ ໃນຄັ້ງນີ້ ​ບໍ່​ພຽງ​ແຕ່​ມີ​ຄວາມ​ໝາຍ​ສຳ​ຄັນ​ທີ່​ສຸດ​ຕໍ່​ຈີນ ແລະ ອາ​ເມ​ຣິ​ກາ ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ຄວາມ​ໝາຍ​ສຳ​ຄັນ​ຕໍ່​ປະ​ເທ​ດ​ອື່ນ​ໃນ​ໂລກ​ອີກ​ດ້ວຍ, ແມ່ນ​ສອດ​ຄ່ອງ​ກັບ​ຄວາມ​ປາດ​ຖະ ​ໜາ​ຂອງ​ຝ່າຍ​ຕ່າງໆ.

ຂໍ້ຕົກລົງທາງດ້ານເສດຖະກິດການຄ້າ ລະຫວ່າງຈີນ ແລະ ອາເມຣິກາ ໃນຄັ້ງນີ້ ໄດ້ກໍານົດເວລາ 90 ວັນ, ເຊິ່ງນອກຈາກຕ້ອງໄດ້ຈັດຕັ້ງປະຕິບັດບັນດາຂໍ້ຕົກລົງທີ່ເຫັນເປັນເອກະພາບກັນ ສອງ​ຝ່າຍ​ຈະຕ້ອງຮີບຮ້ອນ​ສ້າງ​ກົນ​ໄກ​ທີ່​ກ່ຽວ​ຂ້ອງເພື່ອສືບ​ຕໍ່​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​​ໃນໄລຍະຍາວຮ່ວມກັນ ເຊິ່ງການປຶກສາຫາລືດັ່ງ ກ່າວ ສາມາດຈັດຂຶ້ນຢູ່ຈີນ, ອາເມຣິກາ ຫຼື ອາດຈັດຢູ່ປະເທດທີ່ສອງຝ່າຍເຫັນດີຮ່ວມກັນ. ແນ່ນອນວ່າເປົ້າໝາຍສໍາຄັນຂອງອາເມຣິກາທີ່ຈະຕົກລົງກັບຈີນໃນຕໍ່ໜ້າ ຕົ້ນຕໍແມ່ນແນໃສ່ການຫຼຸດຜ່ອນການຂາດດຸນການຄ້າຕ່າງປະເທດຂອງອາເມຣິກາທີ່ແກ່ຍາວມາເປັນເວລາຫຼາຍປີ, ແຕ່ທັງໝົດນັ້ນຕ້ອງບໍ່ແຕະຕ້ອງເຖິງໂຄງສ້າງເສດຖະກິດສໍາຄັນຂອງຈີນ ເຊັ່ນ: ລະ ບົບລັັດວິສາຫະກິດເຊິ່ງຈີນຖືເປັນເສົາຄໍ້າຕົ້ນຕໍທາງດ້ານເສດຖະກິດ ແລະ ອໍານາດລັດ, ທັງເປັນການຕົກລົງທີ່ຖືກຕ້ອງ ແລະ ເຫັນດີຈາກຝ່າຍຈີນທຸກຢ່າງ.

ປະຊາຄົມໂລກຕ່າງສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດໃນການເຈາລະຈາດ້ານເສດ ຖະກິດການຄ້າລະຫວ່າງຈີນ ແລະ ອາເມຣິກາ ໃນຄັ້ງນີ້ ເພາະທັງສອງລ້ວນແຕ່ເປັນປະ ເທດມະຫາອໍານາດດ້ານເສດຖະກິດຂອງໂລກ. ຂະນະດຽວກັນ ຍັງໄດ້ເຫັນຍຸດທະສາດທີ່ເດັດດ່ຽວຂອງຈີນຈາກສົງຄາມຕ້ານພາສີອາເມຣິກາໃນຄັ້ງນີ້ ໂດຍຖືອົງການການຄ້າໂລກເປັນແກນກາງ, ຖືລະບົບການຄ້າເສລີ ແລະ ການຄ້າຫຼາຍຝ່າຍເປັນສໍາຄັນ. ທັງຍຶດໝັ້ນໃນການຮັກສາທ່າທີ “ຈີນບໍ່ມັກສ້າງເລື່ອງ ແຕ່ກໍບໍ່ຢ້ານເລື່ອງ”, ອາເມຣິກາເປັນຜູ້ສ້າງບັນຫາ ຕ້ອງເປັນຜູ້ແກ້ໄຂບັນຫາດ້ວຍຕົນເອງ, ແລະ ຢືນຢັນໃນຫຼັກໝັ້ນຂອງຈີນທີ່ວ່າ: ສົງຄາມການຄ້າຈະບໍ່ມີຝ່າຍໃດໄດ້ຮັບໄຊຊະນະ, ມີແຕ່ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ເທົ່ານັ້ນ ຈຶ່ງແມ່ນ​ທາງ​ເລືອກ​ທີ່​ຖືກ​ຕ້ອງໃນ​ການ​ແກ້​ໄຂ​ບັນ​ຫາ​ລະ​ຫວ່າງ​ຈີນ ແລະ ອາ​ເມ​ຣິ​ກາ.

ຢ່າງໃດກໍຕາມ, ເຖິງວ່າການເຈລະຈາດ້ານເສດຖະກິດການຄ້າລະຫວ່າງຈີນ ແລະ ອາເມຣິກາໃນຄັ້ງນີ້ບັນລຸຜົນສໍາເລັດໃນເບື້ອງຕົ້ນທີ່ເກີນຄາດໝາຍວາງໄວ້ ແລະ ຖືເປັນຜົນສໍາເລັດທາງດ້ານຍຸດທະສາດທີ່ສໍາຄັນສໍາລັບຈີນໃນການແກ້ໄຂຂັດແຍ້ງຄັ້ງນີ້ ເຊິ່ງຈະຊ່ວຍສົ່ງເສີມພື້ນຖານທາງດ້ານເສດຖະກິດ ແລະ ການເມືອງຂອງຈີນທັງໃນປະເທດ ແລະ ເວທີທົ່ວໂລກນັບມື້ດີຂຶ້ນ, ແຕ່ບັນດານັກວິເຄາະ ຕ່າງໄດ້ອອກມາເຕືອນວ່າ: ຄວາມສ່ຽງໃນການປ່ຽນແປງດ້ານນະໂຍບາຍພາສີຂອງອາເມຣິກາ ສາມາດເກີດຂຶ້ນໄດ້ຕະຫລອດເວລາ ແລະ ຄວາມສໍາພັນລະຫວ່າງຈີນ ແລະ ອາເມຣິກາ ຍັງສັບຊ້ອນເກີນໄປທີ່ຈະແກ້ໄຂໄດ້ໃນເວລາສັ້ນໆ.