ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

3 ອົງການຈັດຕັ້ງມະຫາຊົນ ກະຊວງສາທາ ສ້າງຂະບວນການບໍລິຈາກເລືອດຊ່ວຍສັງຄົມ

May 16, 2025

3 ອົງການຈັດຕັ້ງມະຫາຊົນ ກະຊວງສາທາ ສ້າງຂະບວນການບໍລິຈາກເລືອດຊ່ວຍສັງຄົມ
ຂະບວນການບໍລິຈາກເລືອດຂອງ 3 ອົງການຈັດຕັ້ງມະຫາຊົນ ກະຊວງສາທາລະນະສຸກ ໄດ້ຈັດຂຶ້ນໃນວັນທີ 16 ພຶດສະພາ 2025 ຢູ່ກະຊວງສາທາລະນະສຸກ ມີທ່ານ ພອນປະດິດ ສັງໄຊຍະລາດ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ທ່ານ ຈັນທະລາ ສຸກສາຄອນ ຫົວໜ້າສະຖາບັນເລືອດແຫ່ງຊາດ ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າກົມ ອ້ອມຂ້າງກະຊວງ ຄະນະນໍາ 3 ອົງການຈັດຕັ້ງມະຫາຊົນ ພະນັກງານແພດໝໍ ອ້ອມຂ້າງກະຊວງສາທາລະນະສຸກ ເຂົ້າຮ່ວມ.
ຈຸກປະສົງຂອງການສ້າງຂະບວນການບໍລິຈາກເລືອດຄັ້ງນີ້ ກໍເພື່ອຄໍານັບຮັບຕ້ອນ 3 ວັນປະຫວັດສາດ ສະເຫຼີມສະຫຼອງວັນແພດລາວ ຄົບຮອບ 60 ປີ ແລະ ຄໍານັບຮັບຕ້ອນກອງປະຊຸມໃຫຍ່ອົງຄະນະພັກ ກະຊວງສາທາລະນະສຸກ ສະໄໝທີ X ໃຫ້ເປັນຂະບວນຟົດຟື້ນ ແລະ ມີຄວາມໝາຍຍິ່ງຂຶ້ນ.
ໂອກາດນີ້ ທ່ານ ຈັນທະລາ ສຸກສາຄອນ ໄດ້ຮຽກຮ້ອງມາຍັງຜູ້ທີ່ເຄີຍບໍລິຈາກເລືອດມາກ່ອນແລ້ວ ຈົ່ງສືບຕໍ່ປະກອບສ່ວນເຂົ້າຮ່ວມຂະບວນການ ບໍລິຈາກເລືອດຢ່າງຕໍ່ເນື່ອງ ພ້ອມທັງຮັກສາດູແລຮັກສາສຸຂະພາບຂອງຕົນເອງ ຢ່າງສະໝໍ່າສະເໝີ ເພື່ອສືບຕໍ່ບໍລິຈາກເລືອດ ສະເໜີໃຫ້ສື່ມວນຊົນທຸກຂະແໜງ ການ ຈົ່ງສືບຕໍ່ໂຄສະນາ ໃຫ້ສັງຄົມມີຄວາມຮັບຮູ້ເຂົ້າໃຈຕໍ່ວຽກງານເລືອດຫຼາຍຂື້ນ ໂດຍຜ່ານສື່ຕ່າງໆ ຮ່ວມບໍລິຈາກເລືອດຢ່າງເປັນປະຈໍາ ແລະ ຕໍ່ເນື່ອງ
ໂອກາດດຽວກັນ ທ່ານ ພອນປະດິດ ສັງໄຊຍະລາດ ກ່າວວ່າເນັ້ນວ່າ: ເລືອດ ແລະ ຜະລິດຕະພັນເລືອດທີ່ໄດ້ຮັບບໍລິຈາກ ປະກອບສວ່ນໃນການຫຼຸດຜ່ອນອັດຕາການຕາຍຂອງແມ່ ໂດຍສະເພາະສະພາບຕົວເລກການຕາຍຂອງແມ່ ທີ່ເກີດລູກໃນແຕ່ລະປີ ຢູ່ ສປປ ລາວ ແມ່ນຍັງສູງ ແລະ ມີຫຼາຍກໍລະນີທີ່ມີອາການສົນ ເຊິ່ງຈໍາເປັນຕ້ອງມີເລືອດຕອບສະໜອງໃຫ້ພຽງພໍ ແລະ ປອດໄພຢູ່ໃນທຸກລະດັບ ແຕ່ສູນກາງຮອດທ້ອງຖິ່ນ ໄລຍະຜ່ານມາ 3 ອົງການຈັດຕັ້ງມະຫາຊົນ ກະຊວງສາທາລະນະສຸກ ໄດ້ສ້າງຂະບວນການບໍລິຈາກເລືອດມາແລ້ວ 6 ຄັ້ງ ເຊິ່ງຄັ້ງທີ 1 ໄດ້ຮັບບໍລິຈາກທັງໝົດ 247 ຖົງ ຄັ້ງທີ 2 ໄດ້ຈໍານວນ 112 ຖົງ ຄັ້ງທີ 3 ໄດ້ 162 ຖົງ ແລະ ຄັ້ງທີ 6 ໄດ້ 107 ຖົງ.
ທີ່ມາ: ວຽງຈັນໃໝ່