ເຈົ້າແຂວງຈໍາປາສັກ ເຄື່ອນໄຫວຊຸກຍູ້ການຟື້ນຟູ - ພັດທະນາແຫຼ່ງທ່ອງທ່ຽວ ພູອາສາ ແລະ ບຶງກຽດໂງ້ງ

ວັນທີ 15 ພຶດສະພາ 2025, ທ່ານ ອາລຸນໄຊ ສູນນະລາດ ເລຂາພັກແຂວງ ເຈົ້າແຂວງຈໍາປາສັກ ພ້ອມດ້ວຍການນໍາພະແນກການກົມກອງທີ່ກ່ຽວຂ້ອງຂອງແຂວງ ຮ່ວມກັບການນໍາເມືອງປະທຸມພອນ ໄດ້ເຄື່ອນໄຫວຢ້ຽມຢາມພູອາສາ ແລະ ພົບປະຢ້ຽມຢາມຄະນະພັກ - ອົງການປົກຄອງບ້ານ, ພໍ່ແມ່ປະຊາຊົນບ້ານກຽດໂງ້ງ.
ໂອກາດນີ້, ທ່ານເຈົ້າແຂວງ ພ້ອມຄະນະ ກໍໄດ້ຮັບຟັງການລາຍງານສະພາບລວມ, ຈຸດພິເສດ ແລະ ທີ່ຕັ້ງຂອງບ້ານ ລວມທັງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ - ສັງຄົມຂອງບ້ານໂດຍຫຍໍ້. ຈາກນັ້ນ, ທ່ານ ອາລຸນໄຊ ສູນນະລາດ ເລຂາພັກແຂວງ ເຈົ້າແຂວງຈໍາປາສັກ ກໍມີຄໍາເຫັນໂອ້ລົມ, ບາງຕອນທ່ານກ່າວວ່າ: ການເຄື່ອນໄຫວຄັ້ງນີ້ ກໍເພື່ອຊຸກຍູ້ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງປະທຸມພອນ ແຕ່ຫົວທີ ເວົ້າລວມ, ເວົ້າສະເພາະແມ່ນການຟື້ນຟູ - ພັດທະນາແຫຼ່ງທ່ອງທ່ຽວພູອາສາ ແລະ ບຶງກຽດໂງ້ງ ຕິດພັນກັບການອະນຸລັກຮັກສາວັດທະນະທໍາຮີດຄອງປະເພນີ ແລະ ສະພາບແວດລ້ອມ, ທັດສະນີຍະພາບພູອາສາ - ບຶງກຽດໂງ້ງ, ກິດຈະກໍາການທ່ອງທ່ຽວ, ການທໍາມາຫາກິິນຂອງປະຊາຊົນ ທີ່ຕິດພັນກັບທໍາມະຊາດ ໂດຍມອບໃຫ້ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ປະສານສົມທົບກັບ ພະແນກການກ່ຽວຂ້ອງ,ຄະນະພັກ - ອົງການປົກຄອງເມືອງປະທຸມພອນ ວາງແຜນເພື່ອຟື້ນຟູພັດທະນາແຫຼ່ງທ່ອງທ່ຽວພູອາສາ ແລະ ບຶງກຽດໂງ້ງ ຮ່ວມກັນ; ມອບໃຫ້ເມືອງລົງນໍາພາ - ຊີ້ນໍາຄະນະພັກ - ອົງການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ ໃຫ້ຮັບຮູ້ເຂົ້າໃຈ ແລະ ຈັດຕັ້ງປະຕິບັດລະບຽບກົດໝາຍ. ມອບໃຫ້ການຈັດຕັ້ງບ້ານເປັນເຈົ້າການ ໃນການຄຸ້ມຄອງ, ອະນຸລັກປົກປັກຮັກສາສະພາບແວດລ້ອມ ທໍາມະຊາດ; ສືບຕໍ່ເສີມຂະຫຍາຍການທໍາມາຫາກິນ, ກິດຈະກໍາການທ່ອງທ່ຽວ, ການຕໍ່າແຜ່ນແພ, ດ້ານວັດທະນະທໍາ, ຮີດຄອງປະເພນີ, ຜະລິດຫັດຖະກໍາ ແລະ ກິດຈະກໍາດ້ານຕ່າງໆ ທີ່ຕິດພັນກັບການທ່ອງທ່ຽວ ເພື່ອດຶງດູດນັກທ່ອງທ່ຽວ; ອະນຸລັກຮັກສາເຂດອຸທິຍານແຫ່ງຊາດທີ່ມີຢູ່ ເປັນຕົ້ນແມ່ນທໍາມະຊາດ, ປ່າໄມ້ ແລະ ແຫຼ່ງນໍ້າ ຄຽງຄູ່ກັບການສ້າງສາພັດທະນາປະເທດຊາດບ້ານເມືອງ ກໍຄືຊີວິດການເປັນຢູ່ຂອງປະຊາຊົນ, ສົ່ງເສີມອາຊີບທີ່ສອດຄ່ອງກັບລະບຽບກົດໝາຍ. ພ້ອມນີ້, ກໍໄດ້ມອບເງິນໃຫ້ຄະນະພັກ - ອົງການປົກຄອງບ້ານກຽດໂງ້ງ 5 ລ້ານກີບ. ຈາກນັ້ນ, ເຈົ້າແຂວງຈໍາປາສັກ ພ້ອມຄະນະ ຍັງໄດ້ຢ້ຽມຢາທສວນກ້າເບ້ຍໄມ້ຊຸມຊົນ ເພື່ອຕອບສະໜອງເບ້ຍໄມ້ປູກໃນເຂດອຸທະຍານແຫ່ງຊາດ ເຊປຽນ ຕື່ມອີກ.
ຂ່າວ-ພາບ: ທູນທອງໃຈ





