ນະຄອນຫຼວງວຽງຈັນ ແລະ ແຂວງຊິງໄຫປຶກສາຫາລືຫຼາຍບັນຫາສຳຄັນ

ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຕ້ອຮັບການຢ້ຽມພົບປະກັບ ທ່ານ ຫຼິວ ທາວ ຮອງເຈົ້າແຂວງຊິງໄຫ ສປ ຈີນ ພ້ອມດ້ວຍຄະນະໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ນວ ໃນວັນທີ 16 ພຶດສະພາ 2025 ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ).
ທ່ານ ພູວົງ ວົງຄຳຊາວ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ກໍຄື ນວ ໃນຄັ້ງນີ້ເຊິ່ງເປັນການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍການປະກອບສ່ວນໃຫ້ແກ່ການຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອການຮ່ວມມືແບບເພື່ອນມິດຍຸດທະສາດຮອບດ້ານໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊະຕາກໍາ ລາວ-ຈີນ ຈີນ-ລາວ ລະຫວ່າງສອງພັກສອງລັດ ແລະ ປະຊາຊົນສອງຊາດ ເຊິ່ງເຫັນໄດ້ຢ່າງຈະແຈ້ງການພົວພັນຮ່ວມມື ລະຫວ່າງສອງຝ່າຍໄດ້ຮັບການສືບຕໍ່ເສີມຂະຫຍາຍຢ່າງຕໍ່ເນື່ອງ ແລະ ເກີດດອກອອກຜົນຕົວຈິງຫຼາຍດ້ານ ພ້ອມນັ້ນກໍໄດ້ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ ຂອງ ນວ ຕໍ່ຄະນະຜູ້ແທນແຂວງຊິງໄຫ
ໂອກາດນີ້ທ່ານ ຫຼິວ ທາວ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຂອງທ່ານຮອງເຈົ້າຄອງ ນວ ພ້ອມທັງລາຍງານສະພາບການມາຢ້ຽມ ແລະ ເຮັດວຽກຢູ່ ນວ ຄັ້ງນີ້ ພ້ອມກັນນັ້ນກໍໄດ້ຢືນຢັນວ່າຈະສືບຕໍ່ຮ່ວມມືກັບ ນວ ໃຫ້ແໜ້າແຟ້ນຍິ່ງຂຶ້ນ ຈະນຳເອົາຄຳສະເໜີ ບັນຫາທີ່ປຶກຫາຫາລືຄັ້ງນີ້ໄປຄົ້ນຄວ້າກັບຄະນະເພື່ອສືບຕໍ່ຮ່ວມກັນໃຫ້ມີໝາກຜົນໃນຕໍ່ໜ້າ.
ທີ່ມາ: ວຽງຈັນໃໝ່



