ເຊັນສັນຍາ ໂຄງການຂຸດຄົ້ນແຮ່ກວັດສ໌ ຢູ່ 2 ບ້ານ ຂອງເມືອງນາແລ

ແຫລ່ງຂ່າວຈາກ ແຂວງຫລວງນ້ຳທາ ໃຫ້ຮູ້ວ່າ: ພິທີເຊັນສັນຍາ ວ່າດ້ວຍໂຄງການຂຸດຄົ້ນແຮ່ກວັດສ໌ (Quartz) ຢູ່ບ້ານສາງແຫນ ແລະ ບ້ານລ້ອງແຄນ ເມືອງນາແລ ແຂວງຫລວງນ້ຳທາ ຈັດຂຶ້ນໃນວັນທີ 15 ພຶດສະພາ 2025 ທີ່ພະແນກແຜນການ ແລະ ການລົງທຶນແຂວງຫລວງນໍ້າທາ, ຕາງໜ້າລົງນາມຄັ້ງນີ້ໂດຍທ່ານ ໄຊສົມພອນ ຫລ້າສຸກັນ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ທ່ານ ປະສຸລິວັນ ພົມມະຈິດ ຮັກສາການຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງ, ທ່ານ ທໍາມະວົງ ບຸນຖາວອນ ຮັກສາການເຈົ້າເມືອງໆນາແລ ແລະ ທ່ານ ອານຸວົງ ແກ້ວພິລາ ອໍານວຍການບໍລິສັດ ນຸງວົງ ຂາເຂົ້າ-ຂາອອກ ຈໍາກັດຜູ້ດຽວ, ທ່ານ ຈັນແພງຕາ ສີຫາລາດ ອໍານວຍການບໍລິສັດ ພັດທະນາຫີນກາວ ວຽງຈັນ ຈໍາກັດ, ມີທ່ານ ສີວິໄລ ປັນແກ້ວ ຮອງເຈົ້າແຂວງໆຫລວງນໍ້າທາ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ນາງ ສົມສີ ແກ້ວປະເສີດ ຫົວໜ້າຂະແໜງ ສົ່ງເສີມການລົງທຶນ ພະແນກແຜນການ ແລະ ການລົງທຶນ ແຂວງຫລວງນ້ຳທາ ໄດ້ຜ່ານສັນຍາ ວ່າດ້ວຍໂຄງການຂຸດຄົ້ນແຮ່ກວັດສ໌ ຢູ່ບ້ານສາງແຫນ ແລະ ບ້ານລ້ອງແຄນ ເມືອງນາແລ ແຂວງຫລວງນ້ຳທາ ລະຫວ່າງ ອົງການປົກຄອງແຂວງຫລວງນໍ້າທາ ຕາງໜ້າໂດຍ ພະແນກແຜນການ ແລະ ການລົງທຶນ ກັບ ບໍລິສັດ ນຸວົງ ຂາເຂົ້າ-ຂາອອກ ຈໍາກັດຜູ້ດຽວ ແລະ ບໍລິສັດ ພັດທະນາຫີນກາວ ວຽງຈັນ ຈໍາກັດ ເພື່ອເປັນບ່ອນອີງໃຫ້ແກ່ການຄຸ້ມຄອງຝ່າຍລັດ ແລະ ການດໍາເນີນໂຄງການຂອງຜູ້ລົງທຶນ ໃນການຈັດຕັ້ງປະຕິບັດການລົງທຶນຮ່ວມກັນ ລະຫວ່າງ ພາກລັດ ແລະ ເອກະຊົນ, ການຄຸ້ມຄອງ, ຕິດຕາມກວດກາ ເພື່ອຄວາມເປັນເອກະພາບກັນໃນການລົງທຶນ, ພ້ອມທັງເປັນຂໍ້ຜູກມັດໃຫ້ແກ່ທັງສອງຝ່າຍ ໃຫ້ເຄື່ອນໄຫວຖືກຕ້ອງ ແລະ ສອດຄ່ອງຕາມກົດໝາຍ ແລະ ລະບຽບຂອງ ສປປ ລາວ.
ສໍາລັບການຂຸດຄົ້ນແຮ່ກວັດສ໌ ທັງສອງບໍລິສັດ ໃນເນື້ອທີ່ຂຸດຄົ້ນບໍລິສັດລະ 4 ເຮັກຕາ ມູນຄ່າການລົງທຶນທັງໝົດ 3,87 ຕື້ກວ່າກີບ, ທຶນໝຸນວຽນ 372 ລ້ານກວ່າກີບ ທັງສອງໂຄງການແມ່ນມູນຄ່າດຽວກັນ ອາຍຸສຳປະທານກຳນົດເວລາ 05 ປີ ນັບແຕ່ມື້ເຊັນສັນຍາເປັນຕົ້ນໄປ, ເຊິ່ງເປັນການລົງທຶນຂອງເອກະຊົນ ທີ່ເປັນຄົນລາວ. ສຳລັບແຮ່ທີ່ຂຸດຄົ້ນໄດ້ແມ່ນບໍ່ໄດ້ປຸງແຕ່ງ ຢູ່ແຂວງຫລວງນໍ້າທາ, ເຊິ່ງບໍລິສັດພຽງແຕ່ຂຸດຄົ້ນ ແລະ ນໍາສົ່ງໄປປຸງແຕ່ງຢູ່ແຂວງອຸດົມໄຊ ໂດຍມີຊາຍແດນຕິດຈອດກັບບ້ານພູລາດ ແລະ ບ້ານນໍ້າກວາງ ເມືອງຮຸນ ແຂວງອຸດົມໄຊ.
ຂ່າວ: ມຸນຕີ




