ຫາລື-ແລກປ່ຽນ ສະເໜີແຂວງຫລວງພະບາງ ຮັບລາງວັນ ຈຸດໝາຍປາຍທາງການທ່ອງທ່ຽວ

ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຫລວງພະບາງ ຈັດກອງປະຊຸມ ປຶກສາຫາລື-ແລກປ່ຽນ ໃນການສະເໜີແຂວງຫລວງພະບາງ ຮັບລາງວັນຈຸດໝາຍປາຍທາງການທ່ອງທ່ຽວ ຈາກອົງການປາຍທາງສີຂຽວ (Green Destination) ໃນວັນທີ 15 ພຶດສະພາ 2025 ໂດຍມີທ່ານ ສັນໄຊ ກຽດຊົງໄຊ ຜູ້ປະເມີນ ແລະ ຊ່ຽວຊານຈາກອົງການປາຍທາງສີຂຽວ, ທ່ານ ນາງ ສຸດາພອນ ຄົມທະວົງ ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຫລວງພະບາງ ພ້ອມດ້ວຍຜູ້ຕາງໜ້າພະແນກການຂອງແຂວງ ແລະ ນະຄອນຫລວງພະບາງ ເຂົ້າຮ່ວມ.
ທ່ານ ນາງ ສຸດາພອນ ຄົມທະວົງ ໄດ້ກ່າວວ່າ: ແຂວງຫລວງພະບາງ ເຄີຍໄດ້ຮັບລາງວັນ ໜຶ່ງໃນຮ້ອຍເລື່ອງລາວ ຈຸດໝາຍປາຍທາງການທ່ອງທ່ຽວ ທີ່ດີເດັ່ນຂອງໂລກ ສຳລັບປີ 2025 ເປັນສິ່ງທີ່ສະແດງໃຫ້ເຫັນເຖິງຄວາມພະຍາຍາມຂອງທຸກພາກສ່ວນ ໃນການຍົກລະດັບ ຄຸນນະພາບຂອງການທ່ອງທ່ຽວພາຍໃນແຂວງໃຫ້ສູງຂຶ້ນ ຕາມວິໄສທັດໃນການພັດທະນາ, ສົ່ງເສີມ ແລະ ຄຸ້ມຄອງການທ່ອງທ່ຽວແຂວງຫລວງພະບາງ ທີ່ໄດ້ກຳນົດໄວ້ວ່າ “ຮອດປີ 2029 ຈະສ້າງໃຫ້ຫລວງພະບາງກາຍເປັນ ຈຸດໝາຍປາຍທາງການທ່ອງທ່ຽວທີ່ມີຄຸນນະພາບ, ທັນສະໄໝ, ຍືນຍົງ ພ້ອມທັງເຊື່ອມໂຍງກັບພາກພື້ນ ແລະ ສາກົນ”, ເຊິ່ງການມອບ-ຮັບລາງວັນ ໄດ້ຈັດຂຶ້ນໃນມະຫາກຳການທ່ອງທ່ຽວ ທີ່ນະຄອນເບີລິນ. ກອງປະຊຸມໃນຄັ້ງນີ້ ເປັນການທົບທວນ ແລະ ສອບຖາມບັນດາຂໍ້ມູນ ທີ່ກ່ຽວຂ້ອງກັບບັນດາມາດຖານ, ເງື່ອນໄຂ ແລະ ຕົວຊີ້ວັດຕ່າງໆຄືນ ທີ່ຊ່ຽວຊານຜູ້ປະເມີນເຫັນວ່າ ຍັງຕ້ອງການຂໍ້ມູນເພີ່ມຕື່ມ ຫລື ຍັງບໍ່ພຽງພໍ ເພື່ອໃຊ້ເປັນບ່ອນອີງ ໃຫ້ແກ່ການຢັ້ງຢືນຈຸດໝາຍປາຍທາງການທ່ອງທ່ຽວທີ່ຍືນຍົງ ເຊິ່ງຄະນະຮັບຜິດຊອບ ໄດ້ສັງລວມ ແລະ ສົ່ງໃຫ້ກອງເລຂາອົງການ ໃນທ້າຍເດືອນເມສາທີ່ຜ່ານມາ ແລະ ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມ ຈົ່ງຊ່ວຍກັນປະກອບຄຳເຫັນ ແລະ ໃຫ້ຂໍ້ມູນແກ່ຊ່ຽວຊານຜູ້ປະເມີນ ຢ່າງກວ້າງຂວາງ ແລະ ເລິກເຊິ່ງ ເຮັດໃຫ້ຂໍ້ມູນມີຄວາມຖືກຕ້ອງ, ຄົບຖ້ວນ ແລະ ສົມບູນ ເພື່ອໃຊ້ເປັນບ່ອນອີງໃຫ້ແກ່ການປະເມີນ ແລະເຮັດໃຫ້ຫລວງພະບາງ ໄດ້ຖືກຢັ້ງຢືນເປັນຈຸດໝາຍປາຍທາງການທ່ອງທ່ຽວ ທີ່ຍືນຍົງ ຈາກອົງການປາຍທາງສີຂຽວ (Green Destination) ເຊິ່ງຖືວ່າ ເປັນເປົ້າໝາຍຫລັກ ໃນການຈັດຕັ້ງປະຕິບັດໂຄງການຢູ່ແຂວງຫລວງພະບາງ ທັງສາມາດເອກອ້າງ ແລະ ຍົກສູງບົດບາດຂອງຫລວງພະບາງ ໃຫ້ພົ້ນເດັ່ນຍິ່ງຂຶ້ນໃນເວທີສາກົນ.
ໃນກອງປະຊຸມ ບັນດາຜູ້ຊ່ຽວຊານ ກໍໄດ້ມີຄຳເຫັນຊີ້ແຈງບາງບັນຫາ ເພື່ອໃຫ້ຜູ້ເຂົ້າຮ່ວມ ໄດ້ພ້ອມກັນປະກອບຄຳເຫັນ ຕາມແບບຟອມການປະເມີນ ຮັບປະກັນເຮັດໃຫ້ການຈັດຕັ້ງປະຕິບັດວຽກງານ ບັນລຸຜົນສຳເລັດຕາມມາດຖານ ເງື່ອນໄຂທີ່ກຳນົດ.




