ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມສຳມະນາ ກ່ຽວກັບກົດໝາຍມະນຸດສະທໍາສາກົນ

May 16, 2025

ຄະນະກໍາມະການກາແດງສາກົນ (ICRC) ໄດ້ຈັດກອງປະຊຸມສຳມະນາ ກ່ຽວກັບກົດໝາຍມະນຸດສະທຳສາກົນ ຢູ່ທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ, ໃນລະຫວ່າງວັນທີ 15-16 ພຶດສະພາ 2025 ນີ້, ໂດຍການເປັນປະທານ ຂອງທ່ານ ພັນເອກ ເຟືອງໄຊ ມີລາກົງ ຮອງຫົວໜ້າກົມພົວພັນຕ່າງປະເທດ ກະຊວງປ້ອງກັນປະເທດ, ມີ ທ່ານ ພັນເອກ ພູວິໄລ ພູນສະຫວັດ ຮອງຫົວໜ້າກົມເສນາຮັກ ກົມໃຫຍ່ພະລາທິການກອງທັບ, ທ່ານ ລອຍ ກິວເລັດ ຜູ້ແທນປະຈຳພາກພື້ນ ຮັບຜິດຊອບດ້ານກໍາລັງປະກອບອາວຸດ ຄະນະກໍາມະການກາແດງສາກົນ ແລະ ບັນດາສຳມະນາກອນເຂົ້າຮ່ວມ.
ທ່ານ ລອຍ ກິວເລັດ ໄດ້ກ່າວວ່າ: ກົດໝາຍມະນຸດສະທໍາສາກົນ ແມ່ນກົດໝາຍທີ່ກໍານົດຂອບເຂດການໃຊ້ອາວຸດ ແລະ ວິທີການສູ້ຮົບໃນຍາມສົງຄາມ, ຄຸ້ມຄອງບຸກຄົນທີ່ບໍ່ມີສ່ວນຮ່ວມໃນການເປັນປໍລະປັກ ຫຼື ຜູ້ທີ່ບໍ່ສາມາດເຮັດການສູ້ຮົບໄດ້ຕໍ່ໄປອີກ. ກົດໝາຍມະນຸດສະທໍາສາກົນ ເນັ້ນໃສ່ການປົກປ້ອງສັກສີ ຂອງຄວາມເປັນມະນຸດ ແລະ ການກໍາຈັດຄວາມເສຍຫາຍຈາກສົງຄາມ ແລະ ຄວາມຂັດແຍ່ງ, ເປັນທີ່ຮູ້ຈັກກັນໃນນາມກົດໝາຍສົງຄາມ ກົດໝາຍ ວ່າດ້ວຍການຜິດພາດທາງອາວຸດ ຫຼື ກົດໝາຍ ວ່າດ້ວຍການຂັດແຍ່ງກັນທາງອາວຸດ ຫຼື ອະນຸສັນຍາເຊີແນວ. ກົດໝາຍມະນຸດສະທໍາສາກົນ ເປັນເຄື່ອງມືທີ່ມີພະລັງອັນສູງສົ່ງ ຂອງປະຊາຊົນຄົມໂລກ ໃນການສ້າງຄວາມເຊື່ອໝັ້ນວ່າ ຜູ້ທີ່ໄດ້ຮັບຜົນກະທົບຈາກສົງຄາມ ຫຼື ຄວາມຂັດແຍ່ງ ຈະໄດ້ຮັບການຄຸ້ມຄອງ ແລະ ໄດ້ຮັບການປົກປ້ອງສັກສີ ຂອງຄວາມເປັນມະນຸດ ມາດຕະການທີ່ກົດໝາຍມະນຸດສະທໍາສາກົນກໍານົດໄວ້ ສະແດງໃຫ້ເຫັນວ່າ ແມ່ນແຕ່ສົງຄາມຍັງຕ້ອງມີຂອບເຂດ; ກົດໝາຍມະນຸດສະທຳສາກົນ ຫ້າມ ຫຼື ຈຳກັດ ການໃຊ້ອາວຸດສົງຄາມທີ່ມີອານຸພາບຮ້າຍແຮງ ຫຼື ອາວຸດທໍາລາຍລ້າງ ໂດຍບໍ່ໄຈ້ແຍກພົນລະເຮືອນ ແລະ ທະຫານ, ກົດໝາຍມະນຸດສະທຳສາກົນ ກຳນົດໃຫ້ຄູ່ຕໍ່ສູ້ທຸກຝ່າຍ ຕ້ອງໄຈ້ແຍກ ລະຫວ່າງ ພົນລະເຮືອນ ແລະ ທະຫານ ແລະ ລະເວັ້ນການໂຈມຕີພົນລະເຮືອນ; ເບິ່ງແຍງທັງຜູ້ບາດເຈັບ ແລະ ຜູ້ເຈັບເປັນ ແລະ ປົກປ້ອງພະນັກງານການແພດ; ສ້າງຄວາມເຊື້ອໝັ້ນວ່າ ສະເລີຍເສິກສົງຄາມ ແລະ ພົນລະເຮືອນທີ່ຖືກຄວບຄຸມຕົວຈະໄດ້ຮັບການປະຕິບັດຕາມຫຼັກມະນຸດສະທຳ ໂດຍອະນຸຍາດໃຫ້ພະນັກງານ ຂອງຄະນະກໍາມະທິການກາແດງສາກົນ ເຂົ້າຢ້ຽມຢາມຜູ້ຖືກກັກຂັງເຫຼົ່ານັ້ນ ແລະ ກົດໝາຍມະນຸດສະທໍາສາກົນ ບັງຄັບໃຊ້ໃນສະຖານະການສົງຄາມ ລະຫວ່າງ ປະເທດ ເຊິ່ງເປັນການຕໍ່ສູ້ ລະຫວ່າງ ສອງປະເທດ ຫຼື ຫຼາຍກວ່ານັ້ນ; ສົງຄາມພາຍໃນປະເທດ ເຊັ່ນ: ການສູ້ຮົບ ລະຫວ່າງ ກອງກຳລັງຂອງລັດ ແລະ ຝ່າຍຕໍ່ຕ້ານລັດຖະບານ, ກົດໝາຍມະນຸດສະທໍາສາກົນ ບັງຄັບໃຊ້ກັບຄູ່ຕໍ່ສູ້ທຸກຝ່າຍ ບໍ່ວ່າຝ່າຍໃດຈະເປັນຜູ້ເລີ່ມກໍ່ສົງຄາມກ່ອນກໍຕາມ.
ໂອກາດນີ້, ທ່ານ ພັນເອກ ເຟືອງໄຊ ມີລາກົງ ໄດ້ຕີລາຄາສູງຕໍ່ກອງປະຊຸມສຳມະນາໃນຄັ້ງນີ້ ກໍຄືຄະນະກຳມະການກາແດງສາກົນ ທີ່ໄດ້ເສຍສະລະເວລາມາເຜີຍແຜ່ຄວາມຮູ້ ກ່ຽວກັບອົງການມະນຸດສະທຳ, ການປົກປ້ອງກຽດສັກສີ ຂອງຄົນ ທີ່ໄດ້ຮັບຜົນກະທົບຈາກສົງຄາມ ຫຼື ຄວາມຮຸນແຮງ, ຄວາມຍຸຕິທຳ ແລະ ອິດສະຫຼະ ໃຫ້ແກ່ນາຍທະຫານ ກອງທັບປະຊາຊົນລາວ ໃຫ້ຮັບຮູ້ເຂົ້າໃຈກ່ຽວກັບ ກົດໝາຍມະນຸດສະທຳສາກົນ.
ໂດຍ: ອານຸສອນ ສິມວົງສາ