ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແຜນຍຸດທະສາດລວມ “ການພັດທະນາ 5 ພາລະກິດຢ່າງເປັນເອກະພາບກັນ”: ການອະທິບາຍດ້ານທິດສະດີ ແລະ ພຶດຕິກໍາຕົວຈິງແຫ່ງການບັນລຸຄວາມທັນສະໄໝ

May 16, 2025

ໃນ​ຂະ​ບວນ​ການ​ຊຸກ​ຍູ້​ການ​ສ້າງ​ສາ​ຄວາມ​ທັນ​ສະ​ໄໝຂອງຈີນ, ໄດ້ມີການວາງແຜນຍຸດທະສາດທີ່ມີຄວາມໝາຍສໍາຄັນຍິ່ງ ນັ້ນກໍຄື: ແຜນຍຸດທະສາດລວມ “ການພັດທະນາ 5 ພາລະກິດຢ່າງເປັນເອກະພາບກັນ” ເຊິ່ງເປັນການອອກແບບຈາກຂັ້ນເທິງສູງສຸດເພື່ອການພັດທະນາຂອງຊາດທີ່ວາງອອກໂດຍພັກຄອມມູນິດຈີນທີ່ເປັນພັກກໍາອໍານາດ.
ທ່ານ ສີຈິ້ນຜິງ ຜູ້ນໍາສູງສຸດຈີນໄດ້ສະເໜີໃຫ້ວາງແຜນເປັນເອກະພາບກັນຊຸກຍູ້ແຜນຍຸດທະສາດລວມ “ການພັດທະນາ 5 ພາລະກິດຢ່າງເປັນເອກະພາບກັນ”
ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 19 ຂອງພັກຄອມມູນິດຈີນໃນປີ 2017, ເວົ້າສະເພາະກໍແມ່ນວາງແຜນເປັນເອກະພາບກັນຊຸກຍູ້ 5 ດ້ານຄື: ການສ້າງສາເສດຖະກິດ, ການສ້າງສາການເມືອງ, ການສ້າງສາວັດທະນະທໍາ, ການສ້າງສາສັງຄົມ ແລະ ການສ້າງຄວາມສີວິໄລດ້ານນິເວດ. ນີ້ເປັນແຜນຍຸດທະສາດທີ່ວາງອອກໂດຍພັກຄອມມູນິດຈີນທີ່ເປັນພັກກໍາອໍານາດໃນຂະບວນການບໍລິຫານປະເທດ, ເພື່ອທັບມ້າງຮູບແບບການເຕີບໂຕຂອງເສດຖະກິດພຽງຢ່າງດຽວ, ແລະ ຊຸກຍູ້ຍຸດທະສາດລວມໂດຍຖືເອົາການສ້າງສາຄວາມທັນສະໄໝເຂົ້າເປັນອັນໜຶ່ງອັນດຽວກັນ.
ໃນນັ້ນ, ການສ້າງສາເສດຖະກິດເປັນໜ້າທີ່ໃຈກາງ, ການສ້າງສາການເມືອງມີບົດບາດຮັບປະກັນດ້ານລະບຽບການ, ການສ້າງສາວັດທະນະທໍາມີບົດບາດນໍາພາດ້ານຈິດໃຈ.
ສຳ​ລັບການ​ສ້າງ​ສາ​ສັງ​ຄົມ​ເໝືອນ​ດັ່ງ​ເຄື່ອງມື​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ທາງ​ດ້ານ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ. ຕົວ​ຢ່າງວ່າ: ລະ​ບົບ​ປະ​ກັນ​ສັງ​ຄົມທີ່​ລວມ​ເຖິງ ການ​ປະ​ກັນ​ໄພ​ລ້ຽງ​ດູ​ຜູ້​ເຖົ້າ​ທີ່ກວມ 1,1 ຕື້​ຄົນ ແລະ ການ​ປະ​ກັນ​​ສຸ​ຂະ​ພາບ​ທີ່ເຂົ້າ​ເຖິງ 1,3 ຕື້​ຄົນ ເປັນ​ຕົ້ນ ໄດ້​ສ້າງ​ສະ​ພາບ​ແວດ​ລ້ອມ​​ທາງສັງ​ຄົມ​ທີ່​​ມີ​ສ​ະ​ຖຽນ​ລະ​ພາບ​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຢ່າງ​ຕໍ່​ເນື່ອງ.
ການ​ສ້າງ​ຄວາມ​ສີ​ວິ​ໄລ​ດ້ານ​ນິ​ເວດ​ ແມ່ນ​ພື້​ນ​ຖານ​ແຫ່ງການ​ພັດ​ທະ​ນາ​ແບບ​ຍືນ​ຍົງ. ເພື່ອ​ຮັບ​ປະ​ກັນ​ຄວາມ​​ໝັ້ນ​ຄົງ​ດ້ານ​ນິ​ເວດ ແລະ ສະ​ກັດ​ກັ້ນ​ບໍ່​ໃຫ້​ການ​ພັດ​ທະ​ນາຈົນໄປ​ທຳ​ລາຍ​ສິ່ງ​ແວດ​ລ້ອມ, ຈີນ​ໄດ້​ກຳ​ນົດເນື້ອ​ທີ່​ດິນ 32,9%​ຂອງ​ທົ່ວ​ປະ​ເທດ ເປັນ “ເສັ້ນ​ແດງ​ເພື່ອ​ອະ​ນຸ​ລັກ​​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ”. ນອກ​ຈາກ​ນີ້, ລັດ​ຖະ​ບານ​ຍັງ​ໄດ້​ກຳ​ນົດ “ເສັ້ນ​​ແດງ​​ເພື່ອ​ຮັກ​ສາ​ດິນ​ປູກ​ຝັງ​ພື້ນ​ຖານຖາ​ວອນ” ແລະ “ເສັ້ນ​ຈຳ​ກັດບໍ່​ໃຫ້ພັດ​ທະ​ນາ​ຕົວ​ເມືອງ​​ເກີດ​ຂອບ​ເຂດ​”. ສາມ​ເສັ້ນ​ດັ່ງ​ກ່າວ​ໄດ້​ເຮັດ​ໃຫ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ກັບການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ ມີ​ຄວາມ​ດຸ່ນ​ດ່ຽງ​ກັນ ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ທີ່​ “ທັງ​ເອົາ​​ພູ​ເງິນພູ​ຄຳ ແລະ ກໍ​ເອົາ​ພູ​ຂຽວ​ນ້ຳ​ໃສ”.
ໃນ​ສິບກວ່າ​ປີ​ມາ​ນີ້, ໂດຍ​ຜ່ານ​ການ​ວາງ​ແຜນ​ແບບ​ປະ​ສົມປະສານ​ກັນ ແລະ​ການ​ຄຸ້ມ​ຄອງ​ບໍ​ລິ​ຫານຕາມແຜນຍຸດທະສາດລວມ “ການພັດທະນາ 5 ພາລະກິດຢ່າງເປັນເອກະພາບກັນ”, ຈີນ​ໄດ້​ຮັກ​ສາ​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ປະ​ມານ 6% ຕໍ່​ປີ, ການ​ສິ້ນເປືອງ​ພະ​ລັງ​ງານ​ຕາມ​ຫົວ​ໜ່ວຍ GDP ໄດ້ຫຼຸດ​ລົງ 26%, ຕົວ​ເລກ​ດັດ​ຊະ​ນີ​ດ້ານ​ຄວາມ​ຜາ​ສຸກ​ຂອງ​ປະ​ຊາ​ຊົນ​ໄດ້​ຍົກ​ສູງຂຶ້ນ 18% ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງປະ​ສິດ​ທິ​ຜົນຫຼາຍ​ດ້ານ​ຂອງ​ການ​ພັດ​ທະ​ນາ​ຢ່າງ​ມີ​ຄຸນ​ນະ​ພາບ​ສູງ.
ປັດ​ຈຸ​ບັນ, ການ​ບໍ​ລິ​ຫານ​ໂລກ​ໄດ້​ຕົກ​ເຂົ້າ​ສູ່​ສະ​ພາ​ບ​ດ້ານ​ລະ​ບຽບການ​​ທີ່ບໍ່​ໄປ​ບໍ່​ມາ ພ້ອມ​ທັງ​ມີ​ຄວາມ​ຂັດ​ແຍ່ງ​ກັນ​ດ້ານ​ຄ່າ​ນິ​ຍົມ, ທິດ​ສະ​​ດີ ແລະ ພຶດ​ຕິ​ກຳ​ຕົວ​ຈິງ​ຂອງ​ແຜນ​ຍຸດ​ທະ​ສາດ​ລວມ​ດັ່ງ​ກ່າວ ພວມ​ບຸກ​ເບີກ​ເສັ້ນ​ທາງ​ໃນຕໍ່​ໜ້າ​ທີ່​ເຂັ້ມ​ແຂງຫຼາຍກວ່າໃຫ້​​ແກ່ມວນ​ມະນຸດ​​ເພື່ອ​​ຮັບມື​ກັບ​ສິ່ງ​ທ້າ​ທາຍ​ຮ່ວມ.