ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພິທີມອບ-ຮັບການຊ່ວຍເຫຼືອອຸປະກອນການແພດ ແລະ ວັກຊີນ

May 16, 2025

ໃນຕອນເຊົ້າຂອງວັນທີ 16 ພຶດສະພາ 2025 ທີ່ສຳນັກງານນາຍົກລັດຖະມົນຕີ ໄດ້ມີພິທີມອບ-ຮັບເຄື່ອງຊ່ວຍເຫຼືອລ້າ (ອຸປະກອນການແພດ ແລະ ວັກຊິນປ້ອງກັນພະຍາດປອດອັກເສບ) ຈາກສະມາຄົມພັດທະນາເສດຖະກິດອາຊີຈີນ ແລະ ບໍລິສັດລາວອາຊີພັດທະນາເສດຖະກິດ ແລະ ການລົງທຶນຈໍາກັດ ມູນຄ່າ 10,2 ລ້ານຢວນ (ສະກູນເງິນຈີນ) ໃຫ້ແກ່ກະຊວງສາທາລະນະສຸກ ໂດຍການໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ພ້ອມດ້ວຍທ່ານ ລັດຖະມົນຕີກະຊວງສາທາລະນະສຸກ ແລະ ຜູ້ຕາງໜ້າພາກສ່ວນທີ່ກ່ຽວຂ້ອງ.
ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາສູງ ຕໍ່ການຊ່ວຍເຫຼືອລ້າ ອຸປະກອນການແພດ ແລະ ວັກຊິນ ຈາກສະມາຄົມພັດທະນາອາຊີຈີນ ແລະ ບໍລິສັດລາວອາຊິພັດທະນາເສດຖະກິດ ແລະ ການລົງທຶນຈຳກັດ ໃນຄັ້ງນີ້ ຊຶ່ງຈະປະກອບສ່ວນອັນສຳຄັນ ເຂົ້າໃນວຽກງານການບໍລິການປິ່ນປົວ ແລະ ປ້ອງກັນພະຍາດ ຕາມຄາດໝາຍທີ່ວາງໄວ້, ລັດຖະບານ ແລະ ພາກສ່ວນກ່ຽວຂ້ອງ ຈະນໍາເອົາອຸປະກອນ ແລະ ວັກຊິນດັ່ງກ່າວ ໄປນໍາໃຊ້ໃຫ້ເກີດປະໂຫຍດສູງສຸດ ໂດຍສະເພາະ ໃຫ້ເຖິງກຸ່ມເປົ້າໝາຍໃນການຮັບວັກຊີນຢ່າງທົ່ວເຖິງ; ໄດ້ຕາງໜ້າໃຫ້ລັດຖະບານ, ກະຊວງສາທາລະນະສຸກ ແລະ ປະຊາຊົນລາວ ໄດ້ກ່າວສະແດງຄວາມຂອບໃຈ ມາຍັງສະມາຄົມພັດທະນາອາຊີຈີນ ແລະ ບໍລິສັດລາວອາຊີພັດທະນາເສດຖະກິດ ແລະ ການລົງທຶນຈຳກັດ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໃນວຽກງານສາທາລະນະສຸກ ໃນຄັ້ງນີ້, ໂດຍຫວັງຢ່າງຍິ່ງວ່າ ໃນຕໍ່ໜ້າ ຈະສືບຕໍໄດ້ຮັບການຊ່ວຍເຫຼືອຕື່ມອີກ. ນອກຈາກນີ້, ທ່ານນາຍົກລັດຖະມົນຕີ ໄດ້ແຈ້ງໃຫ້ຊາບ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ທີ່ພົ້ນເດັ່ນ, ລວມທັງ ນະໂຍບາຍສົ່ງເສີມການລົງທຶນ, ວຽກງານຈຸດສຸມ ແລະ ເຫດການສຳຄັນ ທາງດ້ານປະຫວັດສາດ ຂອງ ສປປ ລາວ ໃນປີ 2025; ໄດ້ສະເໜີສະມາຄົມເສດຖະກິດອາຊີຈີນ ລະດົມນັກລົງທຶນ ສປຈີນ ມາລົງທຶນ ຢູ່ ສປປ ລາວ ເພີ່ມຂຶ້ນ ໂດຍສະເພາະ ຂົງເຂດທີ່ມີທ່າແຮງ ເປັນຕົ້ນ ອຸດສາຫະກຳປຸງແຕ່ງແຮ່ທາດ, ປຸງແຕ່ງກະສິກຳ, ການບໍລິການ ແລະ ອື່ນໆ.
ໃນໂອກາດດຽວກັນ, ທ່ານ ຊວນຊຸນຈີ້ (Quan Shunji) ປະທານສະມາຄົມພັດທະນາເສດຖະກິດອາຊີຈີນ ກໍ່ມີຄຳເຫັນຕີລາຄາຄືນການພົວພັນຮ່ວມມືທີ່ເປັນມູນເຊື້ອອັນດີງາມ ລະຫວ່າງ ສປ ຈີນ ແລະ ສປປ ລາວ ໃນໄລຍະຜ່ານມາ; ໄດ້ແຈ້ງໃຫ້ຊາບ ກ່ຽວກັບບົດບາດຄວາມສຳຄັນ ແລະ ຜົນງານການເຄື່ອນໄຫວວຽກງານ ຂອງສະມາຄົມພັດທະນາເສດຖະກິດອາຊີ-ຈີນ ຊຶ່ງໄດ້ປະກອບສ່ວນເຂົ້າໃນການເສີມສ້າງສາຍພົວພັນ ແລະ ການຮ່ວມມື ຈີນ-ລາວ ນັບມື້ຈະເລີນງອກງາມຂຶ້ນເລື້ອຍໆ, ທັງປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງສອງປະເທດ ຈີນ ແລະ ລາວ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ.
ໃນຕອນທ້າຍ ກໍ່ໄດ້ມອບ-ຮັບເຄື່ອງຊ່ວຍເຫຼືອດັ່ງກ່າວ ຢ່າງເປັນທາງການ ຊຶ່ງກ່າວມອບໂດຍທ່ານ ຊວນຊຸນຈີ້ (Quan Shunji) ປະທານ ສະມາຄົມພັດທະນາເສດຖະກິດອາຊີຈີນ ແລະ ກ່າວຮັບໂດຍທ່ານ ບຸນແຝງ ພູມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ.
ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.