ມະຫາວິທະຍາໄລເສດຖະກິດການຄ້າສາກົນ (UIBE) ຢູ່ນະ ຄອນຫຼວງປັກກິ່ງ, ສປ ຈີນ ໄດ້ຈັດງານວັດທະນະທຳສາກົນ ຄັ້ງທີ 21 ໃນວັນທີ 15 ພຶດສະພາ 2025 ເພື່ອເປີດໂອກາດໃຫ້ນັກສຶກ ສາຕ່າງປະເທດ ໄດ້ເຜີຍແຜ່ວັດທະນະທໍາອັນດີງາມທີ່ເປັນເອກະ ລັກພາຍໃນປະເທດຂອງຕົນໃຫ້ສາກົນໄດ້ຮັບຮູ້ ໂດຍຜ່ານງານວາງສະແດງອາຫານ, ການສະແດງສິລະປະ, ເຄື່ອງນຸ່ງ ແລະ ອື່ນໆ, ທັງເປັນໂອກາດໃຫ້ນັກສຶກສາຕ່າງປະເທດໄດ້ແລກປ່ຽນຮຽນຮູ້ວັດທະນະທໍາ ແລະ ສ້າງຄວາມສາມັກຄີຮັກແພງເຊິ່ງກັນ ແລະ ກັນ ຕື່ມອີກ.
ສໍາລັບນັກສຶກສາລາວ, ນອກຈາກໄດ້ເຂົ້າຮ່ວມທຸກກິດຈະກຳພາຍໃນງານດັ່ງກ່າວ. ປີນີ້ ນັກສຶກສາລາວໄດ້ຮັບການຄັດເລືອກຈາກມະຫາວິທະຍາໄລເສດຖະກິດການຄ້າສາກົນໃຫ້ຂຶ້ນສະແດງສິລະປະຢູ່ເທິງເວທີໃຫຍ່ເພື່ອເປີດງານໃນຄັ້ງນີ້ ເຊິ່ງໄດ້ຮັບການຍ້ອງຍໍຊົມເຊີຍຈາກຜູ້ເຂົ້າຮ່ວມເປັນຢ່າງດີ.
#BT, ວສລ









