ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ມວນຊົນຮ່ວມກັນໃສ່ບາດຖວາຍເຄື່ອງອັດຖະບໍລິຂານ ແດ່ພະອາຈານໃຫຍ່ ມະຫາບຸນມາ ສີມມາພົມ

May 21, 2025

ພິທີໃສ່ບາດຖວາຍເຄື່ອງອັດຖະບໍລິຂານຕ່າງໆ ແດ່ພຣະສົງ 108 ອົງ ເພື່ອອຸທິດເຖິງດວງວິນຍານຂອງພະອາຈານໃຫຍ່ ມະຫາ ບຸນມາ ສີມມາພົມ ປະທານສູນກາງອົງການພຸດທະສາສະໜາສຳພັນແຫ່ງ ສປປ ລາວ ທີ່ສະຣິຣະສັງຂານວັນທີ 17 ເມສາ 2025 ລວມອາຍຸໄດ້ 92 ປີ ແລະ 72 ພັນສາ ຈັດຂຶ້ນວັນທີ 20 ພຶດສະພາ 2025 ທີ່ຫໍທັມມະສະພາ ວັດທາດຫຼວງເໜືອ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ມີ ທ່ານ ນາງ ນາລີ ສີສຸລິດ ພັນລະຍາປະທານປະເທດ ບັນດາຄອບຄົວການນໍາພັກ-ລັດຂັ້ນສູງ ອະດີດການນໍາ ອົງການຈັດຕັ້ງ ປະຊາຊົນ ຍາດພີ່ນ້ອງ ນັກທຸລະກິດ ຊາວຄ້າຂາຍ ແລະ ຜູ້ມີໃຈສັດທາທັງຫຼາຍເຂົ້າຮ່ວມທຳບຸນຫຼາຍພັນຄົນ.
ພຣະອາຈານໃຫຍ່ ມະຫາ ບຸນມາ ສີມມາພົມ ໄດ້ຖືກເລືອກໃຫ້ເປັນປະທານສູນກາງພຸດທະສາສາສະໜາສຳພັນ ແຫ່ງ ສປປ ລາວ ນັບແຕ່ປີ 2021 ເປັນຕົ້ນມາ ເພິ່ນເອງເປັນພະສົງອົງໜຶ່ງທີ່ໄດ້ປະກອບສ່ວນຕໍ່ປະເທດຊາດໃນການປະຕິວັດຕໍ່ສູ້ກູ້ຊາດເມື່ອກ່ອນ ແລະ ທັງອຸທິດຕົນໃຫ້ພຸດທະສາສະໜາ ແລະ ປະຊາຊົນລາວບັນດາເຜົ່າ ເປັນພຣະມະຫາເຖລະທີ່ມີຄວາມຮູ້ຄວາມສາມາດ ມີບົດບາດອິດທິພົນ ເປັນທີ່ເຫຼື້ອມໃສສັດທາຂອງພຣະສົງ-ສາມະເນນ ພຸດທະສາສະນິກະຊົນທັງພາຍໃນ ແລະ ຕ່າງປະເທດ ເປັນຜູ້ທີ່ມີຄວາມໜັກແໜ້ນ ແລະ ເຄັ່ງຄັດໃນພຣະທັມວິໄນ ປະຕິບັດກິດຈະວັດຂອງສົງ, ເປັນພຣະທີ່ຢູ່ລຽບງ່າຍ, ສັນໂດດ, ບໍ່ຖືຕົວ ແລະ ເປັນຜູ້ທີ່ມີຄວາມເມດຕາ, ມີຄວາມສາມັກຄີ ປຸກລະດົມຂົນຂວາຍອອກຕົນຍາດໂຍມຜູ້ມີສັດທາສ້າງສາວັດວາອາຮາມ, ໂຮງຮຽນສົງ, ສ້າງຖະໜົນຫົນທາງ, ອະນຸເຄາະແກ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກທຳມະຊາດ ແລະ ຜູ້ທີ່ຢູ່ເຂດຫ່າງໄກສອກຫຼີກ ເທດສະໜາສັ່ງສອນພຸດທະສາສະນິກະຊົນໃຫ້ປະພຶດຕົນເປັນຄົນດີຂອງຊາດ ເສີມສ້າງຄຸນນະທັມອັນດີງາມ ແລະ ເສີມສ້າງຄວາມສາມັກຄີປອງດອງຂອງປະຊາຊົນທັງປວງ ເຖິງວ່າເພິ່ນຈະສະຣິຣະສັງຂານໄປ ແຕ່ຄຸນງາມຄວາມດີຂອງເພິ່ນຍັງຢູ່ໃນດວງໃຈຂອງປວງຊົນລາວທັງຊາດ ກໍຄືຊາວພຸດເຮົາຕະຫຼອດໄປ.
ທີ່ມາ: ວຽງຈັນໃໝ່