ແຫລ່ງຂ່າວຈາກ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ຄະນະຮັບຜິດຊອບແຕ່ລະຂັ້ນແຕ່ສູນກາງ, ແຂວງເມືອງ ແລະ ອົງການປົກຄອງບ້ານໃຫຍ່ຕົ້ນເຜິ້ງ, ວັດທອງທິບ ພັດທະນາລາມ ໄດ້ສົມທົບກັນ ສືບຕໍ່ຂຸດຄົ້ນກອບກູ້ພະພຸດທະຮູບ ແລະ ວັດຖຸບູຮານທີ່ເກົ່າແກ່ ຢູ່ແຄມຂອງດອນເຜິ້ງຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ. ເຊິ່ງໄດ້ເລີ່ມຂຸດຄົ້ນມາແຕ່ວັນທີ 11 ພຶດສະພາ 2025 ການຂຸດຄົ້ນແມ່ນໄດ້ດຳເນີນໄປຕາມແຜນຜັງ ການສຳຫລວດຂອງບໍລິສັດ ອາກົວ ທີ່ໄດ້ມາຊ່ວຍເຫລືອລ້າໃນໄລຍະເດືອນມີນາທີ່ຜ່ານມາ.
ປັດຈຸບັນ, ໄດ້ສ້າງຄັນຄູກັ້ນນ້ຳ ແລະ ເປີດໜ້າດິນ 2 ຈຸດ ແຕ່ຍັງບໍ່ທັນໄດ້ພົບເຫັນຫຍັງເທື່ອ ນອກຈາກຊາກກ້ອນດິນຈີ່ເກົ່າ ແລະ ເຫລັກຈຳນວນໜຶ່ງ ເຊິ່ງບໍລິເວນຂອບເຂດ, ຈຸດ ແລະ ຄວາມເລິກຈາກລະດັບໜ້ານ້ຳ ຍັງບໍ່ທັນໄດ້ຕາມເປົ້າ ໝາຍທີ່ຕ້ອງການ.
ການກອບກູ້ ແມ່ນຈະສືບຕໍ່ໄປເລື້ອຍໆ ຈົນກວ່າຈະບໍ່ພົບວັດຖຸຫລົງເຫລືອ ຖ້າພົບເຫັນພະພຸດທະຮູບ ຫລື ວັດຖຸຕ່າງໆ ກໍ໋ຈະແຈ້ງໃຫ້ຫລາຍພາກສ່ວນ ເຂົ້າມາມີສ່ວນຮ່ວມຕາມຂັ້ນຕອນ.






