ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປຶກສາຫາລື ການຈັດພິທີອັງເຊີນພຣະເຈົ້າໃຫຍ່ອົງຫຼວງຜາສຸກ ຈາກນະຄອນຫຼວງວຽງຈັນ ມາປະດິດສະຖານຢູ່ວັດປ່າຜາໂອ ນະຄອນຫຼວງພະບາງ.

May 21, 2025

ກອງປະຊຸມປຶກສາຫາລື ພິທີອັງເຊີນພຣະເຈົ້າໃຫຍ່ອົງຫຼວງຜາສຸກ ຈາກນະຄອນຫຼວງວຽງຈັນ ມາປະດິດສະຖານ ເປັນພຣະປະທານໃນພັດທະສິມາວັດປ່າຜາໂອ ນະຄອນ ຫຼວງພະບາງ ໄດ້ຈັດຂື້ນໃນຕອນບ່າຍວັນທີ 19 ພຶດສະພາ 2025 ທິ່ຫ້ອງປະຊຸມແນວລາວສ້າງຊາດແຂວງຫຼວງພະບາງ ໂດຍເປັນປະທານຮ່ວມຂອງ ສາທຸໃຫຍ່ ອ່ອນແກ້ວ ກິຕຕິພັທໂທ ປະທານອົງການພຸດທະສາສະໜາສັມພັນລາວ ແຂວງຫຼວງພະບາງ ເຈົ້າອະທິການວັດປ່າຜາໂອ ແລະທ່ານ ບຸນສົມ ຄຸນມະນີ ປະທານແນວລາວສ້າງຊາດແຂວງຫຼວງພະບາງ, ມີ ພະສົງສາມະເນນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງຂອງແຂວງ ແລະນະຄອນ ຫຼວງພະບາງ ເຂົ້າຮ່ວມ.
ກອງປະຊຸມ ໄດ້ຮັບຟັງການລາຍງານໂຄງການກໍ່ສ້າງ ແລະ ຫຼໍ່ພຣະເຈົ້າໃຫຍ່ອົງຫຼວງຜາສຸກ ມີໜ້າຕັກກວ້າງ 3 ແມັດ 20 ຊັງຕີແມັດ, ສູງ 4 ແມັດ 20 ຊັງຕີແມັດ, ມີນ້ຳໜັກທັງໝົດ 2,800 ກິໂລ, ມູນຄ່າ 1 ຕື້ 575 ລ້ານກີບ, ປັດຈຸບັນສໍາເລັດແລ້ວຫຼາຍກວ່າ 80%, ຈາກນັ້ນ ໄດ້ຮັບຟັງແຜນການອັງເຊີນພຣະເຈົ້າໃຫຍ່ອົງຫຼວງຜາສຸກ ຊຶ່ງຈະໄດ້ມີພິທີອັງເຊີນແຫ່ຈາກໂຮງຫຼໍ່ ຢູ່ນະຄອນຫຼວງວຽງຈັນ ມາປະດິດສະຖານໃນພັດທະສິມາວັດຜາໂອ ນະຄອນຫຼວງພະບາງ ລະຫວ່າງວັນທີ 18-19 ມິຖຸນາ 2025 ທີ່ຈະມາເຖິງນີ້, ພາຍຫຼັງມາຮອດຕົວເມືອງ ນະຄອນຫຼວງພະບາງ ຈະມີພິທີແຫ່ຈາກຕົວເມືອງໄປຫາວັດປ່າຜາໂອ.
ໂອກາດນີ້ ຜູ້ເຂົ້າຮ່ວມໄດ້ມີຄຳເຫັນ ແລກປ່ຽນກ່ຽວກັບບັນດາໜ້າວຽກ ທີ່ຈະຈັດຕັ້ງປະຕິບັດ, ຜ່ານການປະກອບຄຳເຫັນ ໄດ້ມີການຮັບຮອງເອົາບາງບັນຫາ ໂດຍເຫັນດີສະເໜີທ່ານເຈົ້າແຂວງ ອອກຂໍ້ຕົກລົງລະດັບແຂວງ ແຕ່ງຕັ້ງຄະນະຮັບຜິດຊອບພິທີອັງເຊີນພຣະເຈົ້າໃຫຍ່ອົງຫຼວງຜາສຸກ, ເຫັນດີເຮັດໜັງສືແຈ້ງອົງການປົກຄອງແຂວງວຽງຈັນ ໄດ້ຮັບຮູ້ກ່ຽວກັບຂະບວນແຫ່ພຣະເຈົ້າໃຫຍ່ອົງຫຼວງຜາສຸກ ເພາະຂະບວນແຫ່ຈະໄດ້ເດີນທາງຜ່ານບັນດາເມືອງຂອງແຂວງວຽງຈັນ, ເຫັນດີກຳນົດເສັ້ນທາງ ທີ່ຈະມີຂະບວນແຫ່ພຣະເຈົ້າໃຫຍ່ອົງຫຼວງຜາສຸກ ຈາກນະຄອນຫຼວງວຽງຈັນ ມາສູ່ນະຄອນຫຼວງພະບາງ ໃນວັນທີ 18 ມິຖຸນາ 2025 ແລ້ວນໍາໄປປະດິດສະຖານພັກແຮມ ຢູ່ສວນສາທາລະນະລ້ານຊ້າງ ຕອນແລງມີການຄົບງັນຕາມປະເພນີຫຼວງພະບາງ, ຕອນເຊົ້າວັນທີ 19 ມິຖຸນາ 2025 ຈິ່ງມີພິທີອັງເຊີນ ແຫ່ຂະບວນຈາກສວນສາທາລະນະລ້ານຊ້າງ ໄປປະດິດສະຖານໃນພັດທະສິມາວັດປ່າຜາໂອ, ເຫັນດີໃຫ້ຄະນະກໍາມະການຮັບຜິດ ຊອບ ກຳນົດພິທີການແຫ່ພຣະເຈົ້າໃຫຍ່ອົງຫຼວງຜາສຸກ ຕະຫຼອດເສັ້ນທາງ ໃຫ້ມີການເສບດົນຕີພື້ນເມືອງລາວ ແລະ ການຄົບງັນຕາມປະເພນີອັນດີງາມຂອງຊາວນະຄອນຫຼວງພະບາງ ແລະມີການໂຄສະນາ ຜ່ານສື່ມວນຊົນໃຫ້ມວນຊົນໄດ້ຮັບຮູ້ກ່ຽວກັບເຫດການອັນສຳຄັນໃນຄັ້ງນີ້ ຢ່າງທົ່ວເຖິງ, ເຫັນດີໃຫ້ມີການຮັກສາຄວາມສະຫງົບປອດໄພ ແລະອຳນວຍຄວາມສະດວກ ໃຫ້ແກ່ພິທີອັງເຊີນແຫ່ພຣະເຈົ້າໃຫຍ່ອົງຫຼວງຜາສຸກ ໂດຍມອບໃຫ້ເຈົ້າໜ້າທີ່ກຳນົດແຜນການຮັກສາຄວາມສະຫງົບ ຕະຫຼອດເສັ້ນທາງ ຢ່າງລະອຽດຊັດເຈນ.
ຂໍ້ມູນ: ສາທຸ ຄຳຫຼ້າ, ພາບ: ເພັດສາຄອນ ສີມມະວົງ