ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເບິ່ງເສດຖະກິດຈີນແມ່ນ “ຂັບເຮືອທວນກັບກະແສນ້ຳ”ໄດ້ແນວໃດ

May 21, 2025

ວັນທີ 19 ພຶດສະພານີ້,ທາງການຈີນໄດ້ປະກາດສະພາບເສດຖະກິດແຫ່ງຊາດ ປະຈຳເດືອນເມສາເຊິ່ງສະແດງໃຫ້ເຫັນວ່າ: 4 ເດືອນທຳອິດ ປີນີ້, ຍອດມູນຄ່າ ຂາຍຍ່ອຍເຄື່ອງອຸປະໂພກບໍລິໂພກໃນສັງຄົມຈີນ ແລະ ຕົວເລກດັດຊະນີການຜະລິດຂະແຫນງການບໍລິການລ້ວນແຕ່ເພີ່ມຂຶ້ນໄວກວ່າ 3 ເດືອນກ່ອນ 0.1% ເມື່ອທຽບໃສ່ໄລຍະດຽວກັນຂອງ ປີ 2024;ເດືອນເມສາປີນີ້, ໃນ 41 ຂະແຫນງການ ໃຫຍ່, ມີ 36 ຂະແຫນງການເພີ່ມຂຶ້ນຫຼາຍກວ່າໄລຍະດຽວກັນຂອງປີກາຍຫຼາຍກວ່າ 80%. ຕົວເລກສະແດງໃຫ້ເຫັນວ່າ: ໃນ 4 ເດືອນທຳອິດ ປີນີ້ ເສດຖະກິດຈີນ ໄດ້ສະແດງໃຫ້ເຫັນຄວາມທົນທານ ແລະຄວາມສາມາດຕ້ານການກະທົບທີ່ເຂັ້ມແຂງ. ນັບແຕ່ກ້າວເຂົ້າປີນີ້ມາ, ອາເມຣິກາ ໄດ້ໃຊ້ມາດຕະການພາສີຕໍ່ທົ່ວໂລກ, ໂດຍສະເພາະແມ່ນນັບແຕ່ເດືອນເມສາເປັນຕົ້ນມາ ໄດ້ປະກາດເພີ່ມທີ່ວ່າ “ພາສີເທົ່າທຽມກັນ”ຫຼາຍຮອບຕໍ່ຈີນ, ຈີນໄດ້ໃຊ້ມາດຕະການຕອບໂຕ້ຢ່າງເດັດດ່ຽວຕໍ່ກັບເລື່ອງນີ້, ເສດຖະກິດຈີນໄດ້ກ້າວເດີນໄປຂ້າງຫນ້າຢ່າງທົນທານ ແລະ ໄດ້ຮັບຜົນສຳເລັດທີ່ ໄດ້ມາບໍ່ແມ່ນງ່າຍ.
ສິ່ງທີ່ຫນ້າກ່າວເຖິງທີ່ສຸດນັ້ນແມ່ນ: ເຖິງວ່າໄດ້ປະເຊີນຫນ້າກັບກຳແພງພາສີສູງ, ການຄ້າພາຍນອກຂອງຈີນຍັງຮັກສາການເພີ່ມຂຶ້ນຢ່າງຫມັ້ນທ່ຽງ ເຊິ່ງສະແດງໃຫ້ເຫັນເຖິງຄວາມສາມາດແຂ່ງຂັນທີ່ເຂັ້ມແຂງໃນສາກົນ. ນັບແຕ່ເດືອນມັງກອນຫາເດືອນເມສາ, ຍອດມູນຄ່າສິນຄ້າຂາເຂົ້າຂາອອກຂອງຈີນໄດ້ເພີ່ມຂຶ້ນໄວກວ່າໄຕມາດທີຫນຶ່ງ 1.1%, ເພີ່ມຂຶ້ນຫຼາຍກວ່າໄລຍະດຽວກັນຂອງປີກາຍ 7.5%. ຈຳນວນການຜະລິດ ແລະ ຂາຍລົດຍົນຂອງຈີນຕ່າງໄດ້ລື່ນກາຍ 10 ລ້ານຄັນ ເປັນຄັ້ງທຳອິດ.
ເມື່ອເບິ່ງ “ໃບລາຍງານ”ນີ້ຢ່າງລະອຽດແລ້ວເຫັນວ່າ ມີຈຸດເດັ່ນຫຼາຍຈຸດເຊິ່ງ ໄດ້ສ້າງຄວາມຫມັ້ນໃຈ ແລະ ໂອກາດໃຫ້ແກ່ພາຍນອກ. ກ່ອນອື່ນ, ແມ່ນໄດ້ມາຈາກຕະຫຼາດຂະຫນາດໃຫຍ່ພິເສດ. ນັບແຕ່ເດືອນມັງກອນຫາເດືອນເມສາ, ຍ້ອນມີນະໂຍບາຍຊຸກຍູ້ສົ່ງເສີມການບໍລິໂພກຕ່າງໆ, ຍອດມູນຄ່າຂາຍຍ່ອຍເຄື່ອງອຸປະໂພກບໍລິໂພກໃນສັງຄົມຈີນໄດ້ເພີ່ມຂຶ້ນ 4.7%.ນອກນີ້, “ສະຫນາມແມ່ເຫຼັກ”ທີ່ຈີນປະດິດ ສ້າງໄດ້ນຳເອົາພະລັງຂັບເຄື່ອນໃຫມ່ມາໃຫ້ແກ່ການພັດທະນາຂອງໂລກ.
ໃນຂະນະດຽວກັນ, ຈີນໄດ້ສືບຕໍ່ເປີດກວ້າງການເປີດປະຕູສູ່ໂລກພາຍນອກ ຢ່າງບໍ່ຢຸດຢັ້ງ, ໄດ້ສະຫນອງຈຸດຫມາຍການລົງທຶນທີ່ “ສົມຫວັງ, ປອດໄພ ແລະ ມີຄວາມຫວັງ”ໃຫ້ແກ່ວິສາຫະກິດຕ່າງປະເທດ. ຫວ່າງບໍ່ດົນມານີ້, ມີວິສາຫະກິດຕ່າງປະເທດ 6 ແຫ່ງ ຢູ່ນະຄອນຫຼວງປັກກິ່ງ ໄດ້ຮັບໃບອະນຸຍາດທົດລອງທຸລະກິດວຽກງານໂທລະຄົມ ມູນຄ່າເພີ່ມ, ຈີນໄດ້ທົດລອງປະຕິບັດນະໂຍບາຍຍົກເວັ້ນວີຊາຕໍ່5 ປະເທດເຊັ່ນ: ບຣາຊິນເປັນຕົ້ນ, ງານວາງສະແດງສາກົນປະເພດຕ່າງໆໄດ້ທະຍອຍກັນຈັດຂຶ້ນແລະອື່ນໆ, ທັງຫມົດນີ້ໄດ້ເຮັດໃຫ້ວິສາຫະກິດຕ່າງປະເທດມີພື້ນທີ່ຂະຫຍາຍທຸລະກິດທີ່ກວ້າງຂວາງກວ່າເກົ່າ ແລະ ມີການຄາດຄະເນທີ່ຫມັ້ນທ່ຽງກວ່າເກົ່າຢູ່ປະເທດຈີນ. ຄືດັ່ງທີ່ ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ລະບຸໃນເວລາຕອບຈົດຫມາຍຈາກຜູ້ຮັບຜິດຊອບສະພາການຄ້າ ດານມາກ ປະຈຳຈີນ ໃນຫວ່າງມໍ່ໆມານີ້ວ່າ: “ເຊື່ອຫມັ້ນປະເທດຈີນກໍ່ຄືເຊື່ອຫມັ້ນອະນາຄົດ, ການລົງທຶນຕໍ່ປະເທດຈີນກໍ ຄືການລົງທຶນຕໍ່ອະນາຄົດ”.