ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລົດໄຟ ລາວ-ຈີນ ກໍາລັງຂັບເຄື່ອນສໍາຄັນທີ່ຊຸກຍູ້ການສົ່ງອອກສິນຄ້າກະສິກໍາຂອງລາວ

May 21, 2025

ນັບແຕ່ເປີດການນໍາໃຊ້ເສັ້ນທາງລົດໄຟລາວ-ຈີນ ຢ່າງເປັນທາງ ການໃນເດືອນທັນວາ ປີ 2021, ນອກຈາກໄດ້ອໍານວຍຄວາມສະ ດວກໃນການເດີນທາງໄປ-ມາຂອງປະຊາຊົນ ກໍຄື ນັກທ່ອງທ່ຽວ, ເສັ້ນທາງລົດໄຟລາວ-ຈີນ ທີ່ຢູ່ພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ກາຍເປັນຊ່ອງທາງການຂົນສົ່ງໜຶ່ງທີ່ໄດ້ຮັບຄວາມນິ ຍົມ ແລະ ປະກອບສ່ວນສໍາຄັນຕໍ່ການຂະຫຍາຍຕົວດ້ານການສົ່ງ ອອກສິນຄ້າຂອງລາວ ກໍຄື ປະເທດໃນອາຊຽນ ແລະ ພາກພື້ນໄປສູ່ຕະຫຼາດທີ່ກວ້າງໃຫຍ່ຂອງຈີນ ເນື່ອງຈາກເປັນຊ່ອງທາງທີ່ປອດ ໄພ, ຄ່າຂົນສົ່ງຕໍ່າ, ໃຊ້ເວລາຂົນສົ່ງສັ້ນ ແລະ ມີຄວາມສະດວກສະ ບາຍ ເຮັດໃຫ້ການຂົນສົ່ງສິນຄ້າຜ່ານລົດໄຟລາວ-ຈີນ ເພີ່ມຂຶ້ນຢ່າງຕໍ່ເນື່ອງ.
ເວົ້າສະເພາະການຂົນສົ່ງສິນຄ້າກະສິກໍາຈາກລາວ. ອີງຕາມຂໍ້ ມູນຈາກບໍລິສັດ ທາງລົດໄຟ ລາວ-ຈີນ ຈໍາກັດ ໃຫ້ຮູ້ວ່າ: ປັດຈຸບັນ ລົດໄຟລາວ-ຈີນ ໄດ້ກາຍເປັນຊ່ອງທາງຕົ້ນຕໍໃນການສົ່ງອອກສິນ ຄ້າກະສິກໍາຈາກລາວໄປສູ່ຕະຫຼາດຈີນ ໂດຍສະເພາະແມ່ນມັນຕົ້ນ. ນັບແຕ່ຕົ້ນປີ 2025 ມາຮອດວັນທີ 14 ພຶດສະພານີ້ ເຊິ່ງເປັນເວລາພຽງ 4 ເດືອນກວ່າ, ລົດໄຟ ລາວ-ຈີນ ສາມາດຂົນສົ່ງສິນ ຄ້າກະສິກຳຈາກລາວໄດ້ທັງໝົດ 172,410 ໂຕນ, ເພີ່ມຂຶ້ນ 40,18 % ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024, ໃນນີ້ ສະ ເພາະມັນຕົ້ນ ສາມາດຂົນສົ່ງໄດ້ທັງໝົດ 5,750 ຕູ້ສິນຄ້າ ຫຼື ປະ ມານ 156,000 ໂຕນ, ເພີ່ມຂຶ້ນ 43% ເມື່ອທຽບໃສ່ໄລຍະດຽວ ກັນຂອງປີ 2024.
ນອກຈາກນີ້ ໃນປີ 2024, ສະເພາະຍອດປະລິມານສິນຄ້າກະສິ ກໍາ ເຊັ່ນ: ມັນຕົ້ນ, ຢາງພາລາ, ເຂົ້າ ແລະ ສິນຄ້າກະສິກຳອື່ນໆ ຂອງລາວ ທີ່ຂົນສົ່ງຜ່ານທາງລົດໄຟລາວ-ຈີນເຂົ້າສູ່ຕະຫຼາດໃນເມືອງໃຫຍ່ຂອງຈີນ ເຊັ່ນ: ນະຄອນຄຸນໝິງ, ນະຄອນຊົງຊິ່ງ, ກວາງໂຈ ແລະ ເມືອງອື່ນໆ ເພີ່ມຂຶ້ນ 79% ເມື່ອທຽບໃສ່ປີ 2023 ເຊິ່ງເປັນການຊ່ວຍເປີດທາງ ແລະ ເປີດຕະຫຼາດສາກົນໃຫ້ຜະລິດຕະພັນກະສິກໍາຂອງລາວໄດ້ອີກບາດກ້າວໝຶ່ງ.
ຄຽງຄູ່ກັນນີ້, ໄລຍະຜ່ານມາ ເພື່ອຊຸກຍູ້ສົ່ງເສີມການສົ່ງອອກສິນຄ້າກະສິກໍາ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະ ກິດຂອງລາວ, ທາງລົດໄຟລາວ-ຈີນ ໄດ້ໃຫ້ບຸລິມະສິດພິເສດໃນການຂົນສົ່ງສິນຄ້າກະສິກຳຂອງລາວ ໂດຍຖືຫຼັກການ “ໃຫ້ບຸລິມະ ສິດໃນການອະນຸມັດ ແລະ ໃຫ້ບຸລິມະສິດໃນການຂົນສົ່ງກ່ອນ”, ບໍ່ ວ່າປະລິມານໜ້ອຍ ຫຼື ຫຼາຍ ຂໍພຽງແຕ່ມີຜູ້ປະກອບການຮຽກ ຮ້ອງຕ້ອງການ, ທາງລົດໄຟລາວ-ຈີນ ໄດ້ໃຫ້ການສະໜັບສະໜູນຢ່າງເຕັມທີ່. ພ້ອມກັນນີ້, ຍັງໄດ້ປັບປຸງການຈັດຕັ້ງ ແລະ ເພີ່ມຈຳ ນວນຖ້ຽວລົດ ໄຟສຳລັບການຂົນສົ່ງສິນຄ້າກະສິກຳ, ສົມທົບເຈົ້າຫນ້າທີ່ປະຈໍາດ່ານສາກົນ ລາວ-ຈີນ ໃນການສ້າງກົນໄກປະສານງານ ເພື່ອຫຼຸດຂັ້ນຕອນ ແລະ ໄລຍະເວລາໃນການແຈ້ງພາສີ ເພື່ອຮັບ ປະກັນໃຫ້ສິນຄ້າກະສິກຳຂອງລາວສາມາດສົ່ງອອກສູ່ຕະຫຼາດໃນປະເທດຈີນໄດ້ຢ່າງວ່ອງໄວ ແລະ ທັນເວລາ.
ອີງຕາມຂໍ້ມູນຈາກ ກະຊວງກະສິກໍາ ແລະ ປ່າໄມ້ ໃຫ້ຮູ້ວ່າ: ປີ 2024 ຜ່ານມາ, ລາວສາມາດເຈລະຈາດ້ານສຸຂະນາໄມພືດເພື່ອສົ່ງອອກພືດສິນຄ້າໄດ້ 70 ກວ່າລາຍການ, ໃນນັ້ນ, 80 % ຂອງສິນຄ້າແມ່ນສົ່ງອອກໄປຕະຫຼາດຈີນ. ໃນນີ້, ແຂວງທີ່ສົ່ງອອກຫຼາຍກວ່າໝູ່. ສໍາລັບແຂວງພາກເໜືອ ແມ່ນໄຊຍະບູລີ, ອຸດົມໄຊ, ບໍ່ແກ້ວ, ຫຼວງນໍ້າທາ, ຜົ້ງສາ ລີ, ຫົວພັນ ແລະ ຊຽງຂວາງ. ສ່ວນພາກກາງ ແມ່ນແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະ ຫວັນນະເຂດ. ຈີນ ແມ່ນຕະຫຼາດໃຫຍ່ ແລະ ຜູ້ປະກອບການຈີນສືບຕໍ່ໃຫ້ຄວາມສົນໃຈຕໍ່ສິນຄ້າກະສິກຳຂອງລາວ ເຊັ່ນ: ຊາ, ກາ ເຟ, ມັນຕົ້ນ, ໝາກກ້ວຍ, ຢາງພາລາ, ຂີງ ແລະ ອື່ນໆ.
ນອກຈາກນີ້, ປັດຈຸບັນ, ຖົ່ວລຽນລາວມີການຂະຫຍາຍຕົວ ຢ່າງວ່ອງໄວ ຍ້ອນມີສິ່ງອໍານວຍຄວາມສະດວກໃນການຂົນສົ່ງອອກສູ່ຕະຫຼາດຈີນໃນຫຼາຍດ້ານ ໂດຍສະເພາະເສັ້ນທາງລົດໄຟລາວ-ຈີນ ເຊິ່ງອີງຕາມການສໍາຫຼວດເນື້ອທີ່ປູກຖົ່ວລຽນໃນລາວມີ 5.000 ກວ່າເຮັກຕາ, ໃນນີ້ ສ່ວນໃຫຍ່ແມ່ນຢູ່ພາກກາງ, ແລະ ພາກໃຕ້ຂອງລາວ. ສໍາລັບປີ 2025 ກະຊວງກະສິກໍາ ແລະ ປ່າໄມ້ ຈະສູ້ຊົນໃຫ້ໄດ້ເພີ່ມອີກ 5 ພືດສິນຄ້າລາວເຂົ້າສູ່ຕະຫຼາດຈີນ ເຊັ່ນ: ຖົ່ວລຽນ, ໝາກມີ້ ແລະ ອື່ນໆ.
ເນື່ອງຈາກລົດໄຟລາວ-ຈີນ ມີບົດບາດສໍາຄັນຕໍ່ການພັດທະ ນາເສດຖະກິດ-ສັງຄົມຂອງລາວ ແລະ ຈີນ. ສະນັ້ນ, ໃນແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ (2024- 2028) ໄດ້ກໍານົດແຈ້ງກ່ຽວກັບການຮ່ວມມືໃນຂົງເຂດເສດຖະ ກິດຂອງສອງປະເທດ ໂດຍສະເພາະການຈັດຕັ້ງຜັນຂະຫຍາຍ “ຂອບການຮ່ວມມື ວ່າດ້ວຍການສ້າງແລວເສດຖະກິດ ລາວ-ຈີນ 2019-2030” ໂດຍອີງໃສ່ເສັ້ນທາງລົດໄຟ ລາວ-ຈີນ ເປັນສໍາຄັນ ແລະ ສຸມໃສ່ຮ່ວມມືກັນໃນຫຼາຍຂະແໜງການຢ່າງເປັນຮູບປະທຳກວ່າເກົ່າ, ໃນນັ້ນ,ແມ່ນປາສະຈາກບໍ່ໄດ້ການຮ່ວມມືໃນຂະແໜງກະ ສິກໍາ ດ້ວຍການຫັນມານໍາໃຊ້ເຕັກນິກທັນສະໄໝ ເພື່ອຍົກລະ ດັບມາດຖານຂອງຜູ້ດຳເນີນກິດຈະການດ້ານກະສິກຳ ກໍຄື ຜູ້ຜະ ລິດສິນຄ້າກະສິກໍາຢູ່ລາວໃຫ້ນັບມື້ດີຂຶ້ນທັງທາງດ້ານປະລິມານ ແລະ ຄຸນນະພາບ ເພື່ອສົ່ງອອກຕະຫຼາດໃນປະເທດຈີນທີ່ນັບມື້ມີຄວາມຕ້ອງການຢ່າງຫຼວງຫຼາຍ.
ນອກນີ້, ກະຊວງກະສິກໍາ ແລະ ປ່າໄມ້ຂອງລາວ ພວມຈັດຕັ້ງປະຕິບັດຫຼາຍມາຕະການ, ລວມເຖິງໄດ້ເຊັນສັນຍາຮ່ວມມືກັບຫຼາຍຂະແໜງການທີ່ກ່ຽວຂ້ອງຂອງພາກລັດ ແລະ ພາກເອກະ ຊົນຂອງຈີນ, ພ້ອມທັງໄດ້ປຶກສາຫາລືກັບຂະແໜງການ ແລະ ບໍ ລິສັດທີ່ກ່ຽວ ຂ້ອງກັບການຜະລິດກະສິກໍາ ເພື່ອແນໃສ່ຊຸດຍູ້ສົ່ງ ເສີມການຜະລິດກະສິກໍາຢູ່ລາວດ້ວຍການ ນໍາໃຊ້ເຕັກນິກທັນ ສະ ໄໝ, ທັງຮັບປະກັນຜົນຜະລິດທັງປະລິມານ ແລະ ຄຸນນະພາບ ແນ່ໃສການສົ່ງອອກຕະຫຼາດຈີນຜ່ານເສັ້ນທາງລົດໄຟລາວ-ຈີນ ເປັນຕົ້ນຕໍ.
ສາມາດເວົ້າໄດ້ວ່າລົດໄຟ ລາວ-ຈີນ ໄດ້ປະກອບສ່ວນສໍາຄັນໃນການ ຂັບເຄື່ອນການຊຸກຍູ້ສົ່ງອອກສິນຄ້າກະສິກໍາ ກໍຄື ສິນຄ້າຊະນິດອື່ນໆ ຂອງລາວສູ່ຕະຫຼາດຈີນ ເຮັດໃຫ້ລົດໄຟລາວ-ຈີນ ໄດ້ກາຍເປັນສູນກາງການຂົນສົ່ງທີ່ທັນສະໄໝຂອງລາວໃນປັດຈຸ ບັນນີ້. ໃນຕໍ່ໜ້າ ຖ້າຫາກບັນດາແຜນຍຸດທະສາດເພື່ອຊຸກຍູ້ສົ່ງ ເສີມການຜະລິດກະສິກໍາຂອງລັດຖະບານລາວ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາຫຼາຍຂຶ້ນ ກໍຈະຍິ່ງເຮັດໃຫ້ລົດໄຟລາວ -ຈີນ ນັບມື້ນັບມີບົດບາດສໍາຄັນທີ່ສຸດຕໍ່ການຂົນສົ່ງຜະລິດຕະ ພັນກະສິກໍາຂອງລາວສູ່ຕະຫຼາດຈີນ ແລະ ຈະປະກອບສ່ວນສໍາຄັນໃນການນໍາເອົາຜົນປະໂຫຍດມາໃຫ້ແກ່ການພັດທະນາເສດຖະ ກິດຂອງສອງຊາດ ກໍຄື ປະຊາຊົນສອງປະເທດ ລາວ-ຈີນ, ລວມເຖີງພາກພື້ນນັບມື້ຫຼາຍຂຶ້ນຢ່າງບໍ່ຢຸດຢັ້ງ.