ໃນວັນທີ 19 ພຶດສະພາ 2025 ສະມາຄົມກາເຟລາວ ຮ່ວມກັບ ກຸ່ມບໍລິສັດດາວເຮືອງ ຈຳກັດ, ເຄືອຄ່າຍຄົນຮັກກາເຟລາວ (Lao Coffee Lover ) ແລະ ສະຖາບັນກາເຟຄຸນນະພາບ Coffee Quality Institute (CQI) ໄດ້ຈັດ ການປະກວດກາເຟໝາກຊ້ອມລາວ ປະຈໍາປີ 2025 (Lao Green Coffee Competition 2025) ຂຶ້ນເປັນປີທີ 5, ຢູ່ທີ່ສະມາຄົມກາເຟລາວ,ນະຄອນປາກເຊ ແຂວງຈຳປາສັກ ເຂົ້າຮ່ວມພິທີມີ ທ່ານ ນາງ ບຸນເຮືອງ ແຄຣໍ ລິດດັງ ປະທານສະມາຄົມກາເຟລາວ ພ້ອມດ້ວຍຄະນະ, ພະນັກງານ, ຄະນະກຳມະການຊ່ຽວຊານດ້ານກາເຟຈາກຕ່າງປະເທດ ຄື: ຈາກ ຫວຽດນາມ, ໄທ, ກຳປູເຈຍ, ຟິລິບປິນ, ສິງກະໂປ, ເກົາຫຼີ , ມາເລເຊຍ, ອາເມລິກາ ແລະ ຄະນະກຳມະການພາຍໃນປະເທດລາວເຮົາເຂົ້າຮ່ວມ.
ສຳລັບກາເຟທີ່ສົ່ງເຂົ້າປະກວດໃນຄັ້ງນີ້ ມີກາເຟຈາກຊາວສວນ, ຜູ້ຜະລິດ,ກຸ່ມການຜະລິດ, ສະຫະກອນ ແລະ ບໍລິສັດ ໃນຂອບເຂດທົ່ວປະເທດ ສົ່ງເຂົ້າຮ່ວມປະກວດ ທັງໝົດ 80 ກ່ວາຕົວຢ່າງ. ຊຶ່ງໃນນັ້ນມີກາເຟນ້ອຍ ອາຣາບີກາ( ARABICA ) 68 ຕົວຢ່າງ ແລະ ກາເຟກາງ ໂຣບັສຕາ (ROBUSTA) 12 ຕົວຢ່າງ.
ທ່ານ ແສງຈັນ ຄຳມູນທາ ຮອງປະທານສະມາຄົມກາເຟລາວ ຄະນະຮັບຜິດຊອບການປະກວດກາເຟລາວ ໄດ້ກ່າວວ່າ:
ຈຸດປະສົງການປະກວດກາເຟໝາກຊ້ອມລາວ ປະຈຳປີ 2025 ຄັ້ງນີ້: ເພື່ອຍົກສູງຜະລິດຕະພາບ, ຄຸນນະພາບກາເຟລາວ ໃຫ້ໄດ້ມາດຕະຖານສາກົນ ຕາມແຜນຍຸເທະສາດພັດທະນາກາເຟລາວ ທີ່ວາງອອກ ແຕ່ນີ້ຫາປີ 2030. ເປັນການຢັ້ງຢືນຄຸນະພາບ ແລະ ລົດຊາດກາເຟລາວ, ເພື່ອນໍາສະເໜີສຸດຍອດເມັດກາເຟລາວໃຫ້ແກ່ຜູ້ບໍລິໂພກ, ຜູ້ຂົ້ວກາເຟ ທັງພາຍໃນ ແລະ ຕ່າງປະເທດ ແລະ ເຊື່ອມໂຍງໂດຍກົງລະຫວ່າງຜູ້ຂົ້ວ ແລະ ຜູ້ຜະລິດກາເຟພິເສດ. ໃຫ້ເຂົ້າເຖິງຕະຫຼາດ, ຜູ້ບໍລິໂພກ. ສ້າງມູນຄ່າເພີ່ມໃຫ້ກາເຟພິເສດຂອງລາວ ແລະ ຊຸກຍູ້ໃຫ້ຜູ້ປູກກາເຟເອົາໃຈໃສ່ປັບປຸງຄຸນນະພາບ ແລະ ປະລິມານກາເຟ ໄປພ້ອມໆກັນ.
ສຳລັບການປະກວດເລີ່ມເປັນທາງການໃນວັນທີ 19 ເຊິ່ງຄະນະກຳມະການໄດ້ຂົ້ວ, ຊົງ ແລະ ຊິມລົດຊາດຂອງກາເຟທີ່ສົ່ງເຂົ້າປະກວດ ແລະ ມີການໃຫ້ຄະແນນແຕ່ລະພາກສ່ວນ ແລະການປະກວດແມ່ນດຳເນີນໄປຮອດວັນທີ 22 ຈະໃຫ້ສຳເລັດ ແລະ ສັງລວມຄະແນນ, ສ່ວນວັນທີ 23 ພຶດສະພາ ໃຫ້ສຳເລັດສົມບູນ ແລະ ຈັດພິທີມອບ – ຮັບລາງວັນໃຫ້ພາກສ່ວນຊະນະການປະກວດຢ່າງເປັນທາງການ.






