ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມເຜີຍແຜ່ວຽກງານກົດລະຫັດອາຫານສາກົນ

May 21, 2025

ກອງປະຊຸມເຜີຍແຜ່ວຽກງານກົດລະຫັດອາຫານສາກົນ ໄດ້ຈັດຂຶ້ນໃນວັນທີ 20-22 ພຶດສະພາ 2025, ທີ່ນະຄອນຫລວງວຽງຈັນ. ໂດຍການເປັນປະທານຂອງທ່ານ ດຣ. ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ນາງ ຄິຢອງ ມີ ຄິມ, ຜູ້ຕາງຫນ້າອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ ປະຈຳ ສປປ ລາວ, ທ່ານ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ຮອງລັດຖະມົນຕີ ກະຊວງອຸດສະຫະກຳ ແລະ ການຄ້າ, ບັນດາ ທ່ານ ຫົວໜ້າກົມ, ຄະນະກົມ, ກອງ, ສູນ ຈາກກະຊວງສາທາລະນະສຸກ, ກະສິກຳ ແລະ ປ່າ ໄມ້, ອຸດສາຫະກຳ ແລະ ການຄ້າ, ກະຊວງການ ຕ່າງປະເທດ, ສະພາແຫ່ງຊາດ ກໍເຂົ້າຮ່ວມ.
ກອງປະຊຸມນີ້ແມ່ນ ກອງປະຊຸມລະດັບຊາດ ຄັ້ງທີ 2 ກ່ຽວກັບ ວຽກງານ Codex ຢູ່ ສປປ ລາວ ທີ່ຖືກຈັດຂຶ້ນໂດຍ ອົງການ FAO ເຊິ່ງສະແດງໃຫ້ເຫັນເຖິງຄວາມມຸ່ງຫມັ້ນ ພະຍາຍາມຂອງພວກເຮົາຕໍ່ກັບການສ້າງມາດຕະຖານຄວາມປອດໄພທາງດ້ານອາຫານ ໃຫ້ແທດເຫມາະກັບມາດຕະຖານສາກົນ.
ເຊິ່ງເນື້ອໃນຈິດໃຈອັນສຳຄັນຂອງກອງປະຊຸມນີ້ແມ່ນຈະສຸມໃສ່ການສ້າງຈິດສຳນຶກໃຫ້ແກ່ເຈົ້າໜ້າທີ່ລະດັບສູງຈາກບັນດາພາກສ່ວນທີ່ກ່ຽວຂ້ອງ ແລະ ມີບົດບາດສຳຄັນທາງດ້ານການເມືອງທີ່ຈະຊີ້ນຳ ແລະ ຍົກລະດັບວຽກງານ Codex ໃຫ້ເປັນວຽກບຸລິມະສິດແຫ່ງຊາດ. ສະນັບສະໜູນການເຂົ້າມີສ່ວນຮ່ວມໃນວຽກງານ Codex ຢ່າງມີປະສິດທິຜົນ. ສ້າງ ແລະ ພັດທະນາມາດຕະຖານຄວາມປອດໄພອາຫານແຫ່ງຊາດ ໃຫ້ສອດຄ່ອງກັບບັນດາຂໍ້ແນະນຳ ແລະ ຄຳແນະນຳຂອງມາດຕະຖານສາກົນ. ໃນຖານະເປັນສະມາຊິກ ອົງການການຄ້າໂລກ ຫລື WTO, ການເຊື່ອມສານ ແລະ ສອດຄ່ອງກັບມາດຕະຖານສາກົນ ແມ່ນມີຄວາມສຳຄັນ ແລະ ຈຳເປັນຫຼາຍ ເພື່ອສ້າງຄວາມເຂັ້ມແຂງໃຫ້ອຸດສາຫະກຳພາຍໃນໃຫ້ເປັນສ່ວນໜຶ່ງຂອງຕ່ອງໂສ້ການສະໜອງອາຫານໃນທົ່ວໂລກ. ພ້ອມກັນນັ້ນກໍ່ຍັງຊ່ວຍເພີ່ມຄວາມສາມາດໃນການແຂ່ງຂັນທາງການຄ້າໃນລະດັບພາກພື້ນ ແລະ ສາກົນ ໃຫ້ແກ່ ສປປລາວ. ນອກຈາກນີ້, ຍັງເປັນການສ້າງຄວາມເຊື່ອຫມັ້ນຂອງຜູ້ບໍລິໂພກໃນຜະລິດຕະພັນອາຫານຂອງພວກເຮົານຳອີກ.
ທີ່ມາ: ສູນຂ່າວສານການແພດສຸຂະສຶກສາ