ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປກສ ແຂວງບໍ່ແກ້ວ ຈັບຕົວ 2 ຜົວເມຍຂາຍຢາເສບຕິດ

May 21, 2025

ຫ້ອງຕໍາຫຼວດ ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງບໍ່ແກ້ວ ເລກທີ 2042 ລົງວັນທີ 20 ພຶດສະພາ 2025 ໃຫ້ຮູ້ວ່າ: ໃນຄັ້ງວັນທີ 17/05/2025 ເວລາປະມານ 7 ໂມງ ທາງເຈົ້າໜ້າທີ່ແກ້ໄຂປະກົດການຫຍໍ້ທໍ້ ປະຈຳຢູ່ບ້ານ ກ້ອນຕື່ນ, ເມືອງ ປາກທາ, ແຂວງ ບໍ່ແກ້ວ ໄດ້ເຂົ້າກວດຄົ້ນເຮືອນ ຂອງທ້າວ ເນັງ ວື ອາຍຸ 33 ປີ ແລະ ນາງ ໄມ່ ວື ອາຍຸ 29 ປີ ທັງສອງເປັນຜົວເມຍກັນ ມີອາຊີບເຮັດໄຮ່ ຊົນເຜົ່າມົ້ງ ຢູ່ບ້ານ ຈຽງຕອງ, ເມືອງ ປາກທາ, ແຂວງ ບໍ່ແກ້ວ.
ຜ່ານການກວດຄົ້ນ ຈຶ່ງພົບເຫັນ, ປືນແກັບ 01 ກະບອກ ແລະ ເຫັກຫົວຕອກຢາບ້າ ຈໍານວນ 3 ອັນ ຊຸກເຊື່ອງໄວ້ໃນເຮືອນ. ຈາກນັ້ນ, ທາງເຈົ້າໜ້າທີ່ກໍໄດ້ກວດຄົ້ນຕາມຂອບເຂດເຮືອນ ຂອງພວກກ່ຽວ ຈຶ່ງໄດ້ພົບເຫັນຢາເສບຕິດ ປະເພດຢາບ້າ ຈໍານວນ 86 ມັດ ແລະ 5 ຖົງນ້ອຍ ເທົ່າກັບ 173,000 ເມັດ ຊຸກເຊື່ອງຢູ່ໃນປ່າຫຍ້າສວນຫຼັງເຮືອນໃກ້ຄອກງົວ. ປະຈຸບັນທາງເຈົ້າໜ້າທີ່ວິຊາສະເພາະໄດ້ນໍາຕົວພວກກ່ຽວມາດໍາເນີນການສືບສວນ-ສອບສວນເພື່ອຂະຫຍາຍຜົນຕໍ່ໄປ.