ໃນຕອນເຊົ້າຂອງວັນທີ 21 ພຶດສະພາ 2025 ຢູ່ທີ່ຫ້ອງປະຊຸມຊັ້ນIIIສຳນັກງານປົກຄອງເມືອງ ວຽງທອງ ແຂວງ ບໍລິຄຳໄຊ ໄດ້ຈັດກອງປະຊຸມ ປຶກສາຫາລືປະກອບຄຳຄິດເຫັນກ່ຽວກັບການ ກະກຽມຄວາມພ້ອມໃນການສ້າງຕັ້ງ ຕາແສງຢູ່ແລະວຽກງານປັບປູງກົງຈັກການຈັດຕັ້ງ, ໂດຍການເປັນປະທານຂອງ ທ່ານ ອາລຸນສັກ ປະທຳມະວົງ ເລຂາພັກເມືອງ, ມີຮອງເລຂາຄະນະບໍລິຫານງານພັກເມືຶອງ, ບັນດາສະຫາຍໃນຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວຫນ້າຫ້ອງການ, ຮອງຫ້ອງການ, ພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມຜູ້ເຂົ້າຮ່ວມໄດ້ຮັບຟັງການ ຜ່ານມະຕິຕົກລົງເລກທີ 69/ຄປພ.ມ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຄົ້ນຄວ້າກະກຽມຄວາມພ້ອມຮອບດ້ານໃນການສ້າງຕັ້ງຕາແຕງແລະຜ່ານມະຕິຕົກລົງ ເລກທີ 70/ຄປພ.ມ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບປັບປູງກົງຈັກການຈັດຕັ້ງຈາກນັ້ນໄດ້ຮັບຟັງການຜ່ານບົດລາຍງານ ເລື່ອງການສັງລວມ ທິດທາງ ໃນການກະກຽມການສ້າງຕັ້ງຕາແສງ ແລະການຍຸບ, ໂຮມຫ້ອງການ, ພາຍໃນເມືອງວຽງທອງ ເຊິ່ງໄດ້ສົ່ງຂໍ້ມູນເບື້ອງຕົ້ນ, ຕາແສງຂອງເມືອງມີ 4 ຕາແສງ ແລະ ໃສ່ຊື່ຕາແສງຕາມກຸ່ມບ້ານຂອງເມືອງເຊັ່ນ: 1 ຕາແສງ ຜາທອງ, 2 ຕາແສງ ນາຊວງ, 3 ຕາແສງ ນາເມືອງ ແລະ 4 ຕາແສງຈອມທອງ ໃນນັ້ນດ້ານກົງຈັກການຈັດຕັ້ງຂອງຕາແສງປະກອບມີ 4 ກຸມວຽກດັ່ງນີ້:1 ກຸ່ມວຽກ ບໍລິຫານ-ປົກຄອງ, 2 ກຸ່ມວຽກ ເສດຖະກິດແຜນການ, 3 ກຸ່ມວຽກ ວັດທະນາທຳ-ສັງຄົມ ແລະ 4 ກຸ່ມວຽກປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ນອກນັ້ນຍັງມີກຸ່ມວຽກພັກ-ອົງການຈັດຕັ້ງມະຫາຊົນ. ກອງປະຊຸມຜູ້ເຂົ້າຮ່ວມໄດ້ມີຄຳຄິດ, ຄຳເຫັນຕໍ່ກັບວຽກປັບປຸງກົງຈັກການຈັດຕັ້ງ ແລະການກະກຽມສ້າງຕັ້ງຕາແສງຢ່າງກົງໄປກົງມາເພື່ອເປັນເອກະພາບກັນ ແລ້ວສະຫຼຸບສັງລວມເພື່ອຈະໄດ້ນຳສະເໜີຕໍ່ຂັ້ນເທິງ. ຕອນທ້າຍກອງປະຊຸມຍັງໄດ້ຮັບຟັງການໂອ້ລົມ, ໃຫ້ທິດຊີ້ນຳຈາກທ່ານ ອາລຸນສັກ ປະທຳມະວົງ ເລຂາພັກເມືອງ, ປະທານກອງປະຊຸມຕື່ມອີກ.
ພາບ-ຂ່າວ ທອງວັນດີ







