ວັນທີ 20 ພຶດສະພາ ນີ້ ຢູ່ ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ຈັດກອງປະຊຸມການແຕ່ງຕັ້ງກອງເລຂາຄະນະກໍາມະການອະໄພຍະໂທດ ລະດັບຊາດ ແລະ ການແບ່ງຄວາມຮັບຜິດຊອບການກວດກາ ແລະ ຄົ້ນຄວ້າ ການສະເໜີຂໍອະໄພຍະໂທດ ປະຈຳປີ 2025. ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ບົວລີ ເພັດມີໄຊ ຄະນະບໍລິຫານງານພັກ ຫົວໜ້າກົມຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ອອປສ ຮອງຫົວໜ້າກອງເລຂາຄະນະກຳມະການອະໄພຍະໂທດ ລະດັບຊາດ, ມີຕາງໜ້າ ອອປສ, ກະຊວງ ປກສ, ຫ້ອງວ່າການສໍານັກງານປະທານປະເທດ, ສໍານັກງານນາຍົກລັດຖະມົນຕີ, ສານປະຊາຊົນສູງສຸດ, ກະຊວງຍຸຕິທໍາ, ກະຊວງປ້ອງກັນປະເທດ, ກະຊວງການຕ່າງປະເທດ, ອົງການໄອຍະການທະຫານຂັ້ນສູງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມໃນຄັ້ງນີ້, ທ່ານ ເພັດນໍ້າຄໍາ ສິງຫາພົນ ໄດ້ລາຍງານການສົ່ງເອກະສານສະເໜີຂໍໃຫ້ອະໄພຍະໂທດ ປະຈໍາປິ 2025 ຂອງກະຊວງ, ແຂວງ, ນະຄອນຫຼວງ ເພື່ອຄົ້ນຄວ້າພິຈາລະນາຄັດເລືອກເອົານັກໂທດຜູ້ທີ່ມີເງື່ອນໄຂສະເໜີໃຫ້ອະໄພຍະໂທດ ເພື່ອນຳສະເໜີຕໍ່ຄະນະກຳມະການອະໄພຍະໂທດ ລະດັບຊາດພິຈາລະນາຕາມຂັ້ນຕອນທີ່ໄດ້ກໍານົດໄວ້ໃນ ລັດຖະບັນຍັດ ວ່າດ້ວຍການໃຫ້ອະໄພຍະໂທດ ສະບັບເລກທີ 001/ປປທ, ລົງວັນທີ 20 ມີນາ 2018 ແລະ ກອງປະຊຸມຍັງໄດ້ຜ່ານສອງຂໍ້ຕົກລົງ ຄື: ຂໍ້ຕົກລົງແບ່ງຄວາມຮັບຜິດຊອບຂອງ ກອງເລຂາຄະນະກໍາມະການອະໄພຍະໂທດ ລະດັບຊາດ ສະບັບເລກທີ 11/ຄອຊ, ລົງວັນທີ 20 ມີນາ 2025 ແລະ ຕົກລົງແບ່ງຄວາມຮັບຜິດຊອບຄົ້ນຄວ້າຂອງ ກອງເລຂາຄະນະກໍາມະການອະໄພຍະໂທດ ລະດັບຊາດ ສະບັບເລກທີ 31/ກລຂ, ລົງວັນທີ 5 ພຶດສະພາ 2025.
ໃນຕອນທ້າຍ ປະທານກອງປະຊຸມຍັງໄດ້ຮຽກຮ້ອງໃຫ້ ກອງເລຂາຄະນະກໍາມະການອະໄພຍະໂທດ ລະດັບຊາດ ສືບຕໍ່ເຊີດຊູ ແລະ ຍົກສູງຄວາມຮັບຜິດຊອບຂອງຕົນ ເພື່ອກວດກາການສະເໜີຂໍອະໄພຍະໂທດ ປະຈໍາປີ 2025 ຮັບປະກັນຄວາມຍຸຕິທໍາ, ຖືກຕ້ອງ ແລະ ທັນກໍານົດເວລາ ນອກຈາກນີ້ ຍັງຮຽກຮ້ອງໃຫ້ກອງເລຂາຄະນະກໍາມະການອະໄພຍະໂທດ ລະດັບຊາດ ເປັນເຈົ້າການໂຄສະນາສຶກສາອົບຮົມໃນທົ່ວສັງຄົມ, ໃຫ້ເຫັນໄດ້ແນວທາງມະນຸດສະທໍາຂອງພັກ-ລັດຖະບານ ສປປ ລາວ ເພື່ອແນໃສ່ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ, ເພື່ອປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ.
ຂ່າວ: ແສງພະຈັນ




