ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຈາກ “ການ​ເຂົ້າ​ເມືອງ​​ເພື່ອທ່ອງ​ທ່ຽວ” ໄປ​ສູ່ “ການ​ເຂົ້າ​ເມືອງ​ເພື່ອ​ຈັດ​ຊື້​ສິນ​ຄ້າ”: ທ່າອ່ຽງໃໝ່​ແຫ່ງ​ການ​ບໍ​ລິ​ໂພກ​ດ້ານ​ການ​ທ່ອງ​ທ່ຽວ​ຢູ່​ຈີນ

May 21, 2025

ຊຸມ​ປີ​ມໍ່ໆ​ມາ​ນີ້, ຄຽງ​ຄູ່​ກັບນັກທ່ອງ​ທ່ຽວຕ່າງປະເທດເຂົ້າມາທ່ຽວຢູ່ຈີນເພີ່ມຂຶ້ນຢ່າງ​ຕໍ່​ເນື່ອງ, ການເຂົ້າເມືອງຈີນເພື່ອທ່ອງທ່ຽວທັງຈັດ​ຊື້​ສິນ​ຄ້າ ພວມ​ກາຍ​ເປັນ​ທ່າອ່ຽງໃໝ່​ໃນດ້ານ​ການ​ບໍ​ລິ​ໂພກ, ຕົວ​ຢ່າງ: ສາ​ມາດ​ທ່ອງ​ທ່ຽວ​ປະ​ເທດ​ຈີນ​ທີ່​ມີຫຼາກຫຼາຍ​ສີ​ສັນ​ຍ້ອນ​ມີນະ​ໂຍ​ບາຍ​ຍົກ​ເວັ້ນ​ວີ​ຊາ, ຈັດ​ຊື້​ສິນ​ຄ້າ​ຢູ່​ທ້ອງ​ຖິ່ນ​ຍັງ​ສາ​ມາດຄືນເງິນພາ​ສີ​ຢູ່​ກັບ​ທີ່ ແລະອື່ນໆ. ຄຽງ​ຄູ່​ກັບ​ຈີນ​ປັບ​ປຸງ​ນະ​ໂຍ​ບາຍ​ການ​ທ່ອງ​ທ່ຽວ​ໃຫ້​ດີ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ, “ການ​ທ່ຽວ​ເມືອງ​ຈີນ” ມີມົນ​ສະ​ເໜ່​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ, ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ນັບ​ມື້​ນັບຫຼາຍ​ໄດ້​ເລີ່ມ​ນິ​ຍົມ​ຈັດ​ຊື້​ສິນ​ຄ້າ​ຢູ່​ຈີນ​ໄປພ້ອມກັບການ​ທ່ຽວ​ຊົມ​ທິວ​ທັດ​ທີ່ສວຍ​ງາມ​ຂອງ​ຈີນ.
ການ​ສະ​ໜັບ​ສະ​ໜູນ​ດ້ານ​ນະ​ໂຍ​ບາຍ​ແມ່ນໜຶ່ງ​ໃນ​ປັດ​ໄຈ​ສຳ​ຄັນ​​ທີ່​ຊຸກ​ຍູ້​ກະ​ແສ​ນິ​ຍົມ​ການ​ເຂົ້າ​ເມືອງຈີນເພື່ອ​ທ່ອງ​ທ່ຽວທັງຈັດ​ຊື້​ສິນ​ຄ້າ. ປີ 2025, ລັດ​ຖະ​ບານ​ຈີນ​ໄດ້​ປັບ​ປຸງ​ນະ​ໂຍ​ບາຍ​ເພື່ອຄືນເງິນພາ​ສີ​ໃນ​ຕອນ​ອອກ​ເມືອງໃຫ້ສົມບູນຕື່ມ​ອີກ ໂດຍໄດ້ປັບ​ຫຼຸດຈໍານວນ​ພື້ນ​ຖານ​ທີ່​ສາມາດຄືນເງິນພາ​ສີ​ຈາກ 500 ຢວນ​ລົງ​ມາເປັນ 200 ຢວນ, ທັງ​ໄດ້​ປັບຈຳນວນເງິນສູງສຸດໃນການຄືນ​ເງິນ​ສົດພາສີ​ຈາກ 1 ໝື່ນຢວນ​ຂຶ້ນ​ເປັນ 2 ໝື່ນຢວນ, ການ​ປັບ​ປຸງ​ນະ​ໂຍ​ບາຍ​ດັ່ງ​ກ່າວ​ໄດ້​ຍົກ​ສູງ​ຄວາມຕ້ອງການຈັດ​ຊື້​ສິນ​ຄ້າ​ຂອງ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ, ນັກ​ທ່ອງ​ທ່ຽວຕ່າງປະເທດຈຳ​ນວນ​ໜຶ່ງ​ຍັງພົບ​ເຫັນ​ວ່າ ລາ​ຄາ​ສິນ​ຄ້າ​ຢູ່​ຈີນ​ພຽງເທົ່າ​ກັບ​ເຄິ່ງ​ໜຶ່ງ​ຂອງລາຄາຢູ່​ປະ​ເທດ​ຕົນ, ການ​ຈັດ​ຊື້​ສິນ​ຄ້າ​ແທນ​ລູກ​ຄ້າ​ໃນ​ປະ​ເທດ​ຕົນ​ໄດ້​ກາຍ​ເປັນ​ທ່າ​ອ່ຽງໃໝ່ດ້ານການ​ບໍ​ລິ​ໂພກ. ພ້ອມ​ກັນ​ນັ້ນ, ການ​ຊຸກ​ຍູ້​ຄວາມ​ສະ​ດວກສະບາຍໃນ​ດ້ານ​ການຊຳລະເງິນ​ ໄດ້​ສະໜອງການສະ​ໜັບ​ສະ​ໜູນຢ່າງແຂງແຮງໃຫ້​ແກ່​ການ​ເຂົ້າເມືອງຈີນເພື່ອທ່ອງ​ທ່ຽວ ແລະ ຈັດ​ຊື້​ສິນ​ຄ້າ. ປັດ​ຈຸ​ບັນ, ການ​ຊໍາລະເງິນຜ່ານວິ​ແຊັດ ແລະ ​ອາ​ລີ​ເພ ​ໄດ້​ເປີດ​ໃຫ້ບໍ​ລິ​ການ​ທີ່​ຜູກຕິດກັບບັດ​ທະ​ນາ​ຄານ​ສາ​ກົນ, ຈຳ​ນວນ​ການບໍ​ລິ​ໂພກ​ສະ​ເລ່ຍ​ຕໍ່​ມື້​ຂອງ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ໄດ້​ເພີ່ມ​ຂຶ້ນ 136% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2024, ຍອດ​ມູນ​ຄ່າ​ການ​ບໍ​ລິ​ໂພກ​ຢູ່​ແຂວງກ​ວ​າງ​ຕຸ້ງ​ໄດ້​ເພີ່ມ​ຂຶ້ນ​ທົບ​ເທົ່າ. ການ​ປະ​ດິດ​ສ້າງ​ຮູບ​ແບບ​ການຊຳລະເງິນແບບນີ້​ບໍ່​ພຽງ​ແຕ່​ໄດ້​ເພີ່ມ​ຄວາມ​ສະດວກສະບາຍ​ໃນ​ການ​ຈັດ​ຊື້​ສິນ​ຄ້າເທົ່ານັ້ນ, ແຕ່ຍັງ​ໄດ້​​ຊຸກ​ຍູ້ສົ່ງເສີມ​ຄວາມ​ກະ​ຕື​ລື​ລົ້ນ​ດ້ານ​ການ​ບໍ​ລິ​ໂພກ​ຂອງ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ຕື່ມ​ອີກ.
ໃນ​ເວ​ລາ​ດຽວ​ກັນ, ຄວາມນິຍົມຊົມຊອບ​ຂອງ​ການ​ເຂົ້າມເມືອງຈີນ​ເພື່ອທ່ອງທ່ຽວ ແລະ ຈັດ​ຊື້​ສິນ​ຄ້າ​ກໍ​ໄດ້ຂະຫຍາຍຕົວກວ້າງອອກ​ຢ່າງ​ບໍ່​ຢຸດ​ຢັ້ງ. ນອກ​ຈາກ​ຜະ​ລິດ​ຕະ​ພັນ​ທີ່ມີເອ​ກະ​ລັກທ້ອງຖິ່ນແລ້ວ, ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ນັບ​ມື້​ນັບຫຼາຍ​ເລີ່ມສົນໃຈນຳຜະ​ລິດ​ຕະ​ພັນ​ເອເລັກໂຕ​ຣ​ນິກ, ຜະ​ລິດ​ຕະ​ພັນທາງວັດ​ທະ​ນະ​ທຳທີ່ສ້າງສັນ ແລະ ເຄື່ອງ​ນຸ່ງທີ່ໄດ້ຮັບຄວາມນິຍົມ ຫຼື ​ແຟ​ຊັ່ນ​ຂອງ​ຈີນ. ຕົວ​ຢ່າງ: ໂທ​ລະ​ສັບ​ມື​ຖືຫົວເຫວີຍ, ຫຸ່ນ​ຍົນທຳຄວາມສະອາດພື້ນ ແລະ ນະ​ວັດ​ຕະ​ກຳ​ອື່ນໆ​ໄດ້​ກາຍ​ເປັນ​ສິນ​ຄ້າ​ທີ່​ໄດ້ຮັບ​ຄວາ​ມິ​ຍົມ​ຊົມ​ຊອບຫຼາຍ, ​ໃບ​ສັ່ງ​ຊື້​ສິນ​ຄ້າ​ນຳຕະຫຼາດ​ສິນ​ຄ້າ​ນ້ອຍ​ຢີ້​ອູ່, ຕະຫຼາດ​ຮົວ​ຊຽງ​ເປີຍ​ເສີ່ນ​ເຈີ້ນ ແລະອື່ນໆ​ໄດ້​ເພີ່ມ​ຂຶ້ນ 1,5 ເທົ່າ. ນອກ​ນີ້, ເຄື່ອງ​ລະ​ນຶກ ແລະ ເຄື່ອງ​ຫັດ​ຖະ​ກຳ​ທີ່​ມີ​ສີ​ສັນ​ພິ​ເສດ​ດ້ານ​ວັດ​ທະ​ນະ​ທຳ​ຂອງ​ຈີນ​ກໍ​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຈາກ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ນັບ​ມື້​ນັບຫຼາຍ​ຂຶ້ນ.
ນອກ​ຈາກ​ສູນ​ການ​ຄ້າ​ຂະ​ໜາດ​ໃຫຍ່​ແລ້ວ, ຮ້ານ​ນ້ອຍ ແລະ ສະ​ຖານ​ທີ່​ສຳ​ຜັດ​ວັດ​ທະ​ນະ​ທຳ​ທີ່​ມີ​ເອ​ກະ​ລັກ​ຈຳ​ນວນ​ໜຶ່ງ​ກໍ​ໄດ້​ກາຍ​ເປັນ​ຈຸດ​ສຸມ​ແຫ່ງ​ການ​ຈັດ​ຊື້​ສິນ​ຄ້າ. ຕົວ​ຢາງ: ຮ້ານ POP MART ສາຂາຫຼັກລະດັບໂລກຢູ່ນະຄອນຊຽງ​ໄຮ້​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ທີ່ເປັນຊາວໜຸ່ມ​ຈຳ​ນວນຫຼວງຫຼາຍ​ຈາກ​ຕ່າງ​ປະ​ເທດ, ພວກເຂົາ​ເຈົ້າ​ໄດ້​ຈັດ​ຊື້​ກ່ອງ​ສ່ຽງ​ໂຊກ ແລະ ຫຸ່ນຈຳລອງ GK ເຊິ່ງ​ເປັນ​ຮູບ​ແບບ​ການ​ບໍ​ລິ​ໂພກ​ອັນ​ໃໝ່​ທີ່​ໄດ້​ຮັບ​ຄວາມ​ນິ​ຍົມຫຼາຍ​ໃນ​ການ​ທ່ອງ​ທ່ຽວ. ຢູ່ເມືອງຈິງ​ເຕີ​ເຈີ້ນ​ແຂວງ​ຈ່ຽງ​ຊີ່, ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ໄດ້​ສຳ​ຜັດ​ກັບ​ການ​ຜະ​ລິດ​ເຄື່ອງ​ປັ້ນ​ດິນ​ເຜົາ ດ້ວຍການ​ເຮັດ​ເບົ້າຫຼໍ່ ແລະ ແຕ້ມ​ຮູບຢ່າງມີຄວາມອົດທົນ. ຢູ່ເມືອງລິນ​ຊ່າງ​ແຂວງ​ຢຸນ​ນານ, ນັກ​ທ່ອງ​ທ່ຽວຕ່າງປະເທດໄດ້​ຊົມ​ການ​ສະ​ແດງວັດ​ທະ​ນະ​ທຳ​ຂອງ​ເຜົ່າ​ວາ ທັງ​ໄດ້​ຈັດ​ຊື້​ເຄື່ອງ​ຫັດ​ຖະ​ກຳ​ທີ່​ມີ​ເອ​ກະ​ລັກ​ຂອງ​ເຜົ່າດັ່ງກ່າວ. ຮູບ​ແບບ “ການ​ຈັດ​ຊື້​ສິນ​ຄ້າ + ສຳ​ຜັດກັບວັດ​ທະ​ນະ​ທຳທ້ອງຖິ່ນ” ແນວ​ນີ້​ໄດ້​ເຮັດ​ໃຫ້​ການ​ທ່ອງ​ທ່ຽວ​ມີ​ເນື້ອ​ໃນ​ທີ່​ອຸ​ດົມ​ສົມ​ບູນ​ຂຶ້ນ, ທັງ​ໄດ້​ຊຸກ​ຍູ້​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ​ຂອງ​ທ້ອງ​ຖິ່ນ.
ນອກ​ນີ້, ໃນຕົວ​ເມືອງ​ຈຳ​ນວນ​ໜຶ່ງ​ໄດ້​ສ້າງ​ຮູບແບບ​ການ​ບໍ​ລິ​ໂພກ​ທີ່​ມີ​ເອ​ກະ​ລັກ​ພິ​ເສດ, ໄດ້​ຍົກ​ສູງ​ແຮງ​ຈູງ​ໃຈ​ສຳ​ລັ​ບ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ທີ່​ເຂົ້າ​ມາທ່ອງທ່ຽວ ແລະ ຈັດ​ຊື້​ສິນ​ຄ້າ​ຢູ່​ຈີນ. ຕົວ​ຢ່າງ: ຫຼັກ​ສູດ​ແຕ່ງ​ອາ​ຫານ​ເສ​ສວນ​ຢູ່ນະ​ຄອນ​ເສີງ​ຕູ່​ໄດ້​ປະ​ສົມ​ປະ​ສານ “ການຊື້ຜັກໃນຕະຫຼາດ+ການ​ສອນ​ແຕ່ງ​ກິນ+ການ​ຊິມ ແລະ ໃຫ້ຄວາມເຫັນຕໍ່ອາ​ຫານ” ເຊິ່ງ​ກາຍ​ເປັນ​ຈຸດນິຍົມໃໝ່​​ດ້ານການ​ບໍ​ລິ​ໂພກ​​ໃນ​ການທ່ອງ​ທ່ຽວ​ວັດ​ທະ​ນະ​ທຳ​ຂອງ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ; ໃນ​ໄລ​ຍະ​ພັກ​ວັນ​ກຳ​ມະ​ກອນ​ສາ​ກົນ, ຢູ່​ທົ່ງ​ນາ​ຂັ້ນ​ໄດ​ໂລງ​ຈີ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງ​ຊີ, “ເທ​ສະ​ການ​ເລີ່ມ​ໄຖ​ນາ” ທີ່​ມີ​ເອ​ກະ​ລັກ​ພິ​ເສດ​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ຈຳ​ນວນຫຼວງຫຼາຍ. ຮູບ​ແບບ​ການ​ບໍ​ລິ​ໂພກ​ທີ່​ສຳ​ຜັດ​ກັບ​ວັດ​ທະ​ນະ​ທຳ​ຢ່າງ​ເລິກ​ເຊິ່ງ​ແບບ​ນີ້ ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ສາ​ມາດລົງເລິກສຳ​ຜັດ​ກັບ​ວັດ​ທະ​ນະ​ທຳ ແລະ ວີ​ຖີ​ການດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ທ້ອງ​ຖິ່ນ​ໄປພ້ອມກັບການ​ຈັດ​ຊື້​ສິນ​ຄ້າ.
ວັນ​ທີ 19 ພຶດ​ສະ​ພາ​ນີ້​ເປັນ “ວັນ​ທ່ອງ​ທ່ຽວ​ຈີນ” ຄັ້ງ​ທີ 15, ກິດ​ຈະ​ກຳ​ນຳ​ສະ​ເໜີ​ການ​ທ່ອງ​ທ່ຽວ​ສຳ​ລັບ​ຄົນ​ຕ່າງ​ປະ​ເທດ​ກໍ​ແມ່ນ​ຈຸດ​ເດັ່ນ​ສຳ​ຄັນ​ໃນ​ກິດ​ຈະ​ກຳ “ວັນ​ທ່ອງ​ທ່ຽວ​ຈີນ” ປີນີ້. ໃນ​ອະ​ນາ​ຄົດ, ຄຽງ​ຄູ່​ກັບ​ການຊຳລະເງິນແບບ​ເຄື່ອນ​ທີ່​ຂ້າມ​ຊາດ​ໄດ້​ຮັບ​ການ​ປັບ​ປຸງ​ເລື້ອຍໆ ແລະ ນະ​ໂຍ​ບາຍ “ຈັດ​ຊື້​ສິນ​ຄ້າ​ແລ້ວໄດ້ຮັບເງິນຄືນພາ​ສີທັນ​ທີ” ສຳ​ລັບ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ, ການ​ທີ່ “ມາ​ຈັດ​ຊື້​ສິນ​ຄ້າ​ຢູ່​ຈີນ” ຈະ​ກາຍ​ເປັນທ່າ​ອ່ຽງໃໝ່ສຳລັບນັກທ່ອງທ່ຽວຕ່າງປະເທດທີ່ມາທ່ຽວຈີນ.