ແກ່ນທ້າວ ປາຖະກະຖາ 4 ວັນປະຫວັດສາດສໍາຄັນຂອງຊາດ, ຂອງພັກ ແລະ ສາກົນ.
ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີປາຖະກະຖາ ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 66 ປີ (18 ພຶດສະພາ1959-18 ພຶດສະພາ 2025), ວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນຳຂອງພັກ ແລະ ແນວລາວຮັກຊາດ ຄົບຮອບ 65 ປີ (24 ພຶດສະພາ1960-24 ພຶດສະພາ 2025), ວັນເກີດປະທານ ໂຮ່ຈິມິນ ຄົບຮອບ 135 ປີ (19 ພຶດສະພາ 1890-19 ພຶດສະພາ 2025) ແລະ ວັນໄຊຊະນະຂອງສະຫະພາບໂຊຫວຽດເໜືອຟາດຊິດເຢຍລະມັນ ຄົບຮອບ 80 ປີ (9 ພຶດສະພາ 1945-9 ພຶດສະພາ 2025) ຂຶ້ນ ໃນວັນທີ 20 ພຶດສະພາ 2025 ນີ້, ຢູ່ທີ່ສະໂມສອນຫ້ອງວ່າການເມືອງ. ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສີຄານ ແກ່ນມະນີ ຮອງເລຂາຄະນະບໍລິຫານງານພັກເມືອງ, ຮັກສາການເຈົ້າເມືອງແກ່ນທ້າວ, ມີກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງ, ສະມາຊິກສະພາປະຊາຊົນແຂວງປະຈຳເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ກົມກອງ, ອົງການຈັດຕັ້ງ, ລັດວິສາຫະກິດ, ດ່ານສາກົນ, ພະນັກງານອາວຸໂສບໍານານ, ສະມາຊິກພັກ, ພະນັກງານ-ລັດຖະກອນ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ, ນັກທຸລະກິດຜູ້ປະກອບການ ແລະ ນາຍບ້ານພາຍໃນເທດສະບານເມືອງ ເຂົ້າຮ່ວມ120 ກວ່າຄົນ.
ພິທີປາຖະກະຖາ ຄັ້ງນີ້, ເພື່ອເຮັດໃຫ້ພະນັກງານ, ສະມາຊິກພັກ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າ ໃນທົ່ວເມືອງໄດ້ຮັບຮູ້, ເຂົ້າໃຈກ່ຽວກັບຄວາມໝາຍ, ຄວາມສໍາຄັນ 4 ວັນປະຫວັດສາດ ເປັນຕົ້ນ ແມ່ນມູນເຊື້ອ ແລະ ວິລະກຳການຕໍ່ສູ້ພິລະອາດຫານຂອງກອງທັບ ແລະ ປະຊາຊົນບັນດາເຜົ່າ ໂດຍສະເພາະແມ່ນຄວາມສະຫຼາດຫຼັກແຫຼມຂອງພັກ ໃນການຊີ້ນໍາກອງພັນທີ 2 ຜ່າວົງປິດລ້ອມຂອງ ພວກສັດຕູຢູ່ທົ່ງໄຫຫີນ ຊຽງຂວາງ, ວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງບັນດາທ່ານຜູ້ນໍາຂອງ ພັກ ແລະ ແນວລາວຮັກຊາດ, ວັນເກີດປະທານ ໂຮ່ຈີ່ມິນ ແລະ ວັນໄຊຊະນະຂອງສະຫະພາບ ໂຊວຽດເໜືອຝາດຊິດເຢຍລະມັນ, ເພື່ອເສີມຂະຫຍາຍມູນເຊື້ອນໍ້າໃຈຮັກຊາດ, ຮັກບ້ານເກີດເມືອງນອນ, ເປັນເຈົ້າການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ປຸກລະດົມຊຸກຍູ້ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX ທ້າຍສະໄໝໃຫ້ປະກົດຜົນເປັນຈິງ, ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ປະທານ ໂຮ່ຈີມິນ ຜູ້ກໍ່ຕັ້ງພັກກອມມູນິດອິນດູຈີນ ເຊິ່ງ ເປັນຕົ້ນກຳເນີດຂອງພັກປະຊາຊົນ ປະຕິວັດລາວ ແລະ ຮໍ່າຮຽນເອົາຄຸນສົມບັດສິນທຳປະຕິວັດອັນດີເລີດຂອງເພິ່ນ ເຂົ້າໃນການປະຕິບັດໜ້າທີ່ວຽກງານຂອງພວກເຮົາ ພ້ອມທັງເສີມຂະຫຍາຍສາຍ ພົວພັນມິດຕະພາບອັນຍິ່ງໃຫຍ່, ການຮ່ວມສໍາພັນສູ້ຮົບທີ່ກົມກຽວໜຽວແໜ້ນ ແລະ ນໍ້າໃຈ ສາມັກຄີພິເສດອັນບໍລິສຸດຜຸດຜ່ອງລະຫວ່າງພະນັກງານ, ນັກຮົບ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ອ້າຍນ້ອງກໍຄືການຮ່ວມມືຮອບດ້ານລະຫວ່າງ ສອງພັກ- ສອງລັດ ແຕ່ສູນກາງຮອດ ທ້ອງຖິ່ນ ທັງເປັນການຍຶດໝັ້ນ ແລະ ສືບຕໍ່ເສີມຂະຫຍາຍ ເພີ່ມພູນຄູນສ້າງສາຍພົວພັນ ຮ່ວມມືລາວ-ຫວຽດນາມ ໃຫ້ຈະເລີນງອກງາມຍິງໆຂຶ້ນ ແລະ ເປັນການຫວນຄືນເຫດການປະຫວັດສາດ, ວິລະກໍາລໍ້າເລີດ, ໄຊຊະນະອັນຍິ່່ງໃຫຍ່ ແຫ່ງການຕໍ່ສູ້ຕ້ານຟາດຊິດ ຂອງກອງທັບ ແລະ ປະຊາຊົນສະຫະພາບໂຊວຽດ ໃນສົງຄາມໂລກຄັ້ງທີ 2.
ຂ່າວ: ແກ່ນທ້າວ.





