ກອງທັບປະຊາຊົນລາວໄດ້ຮັບຜົນສໍາເລັດໃນການນໍາພາກ້ອນກຳລັງເຂົ້າຮ່ວມສວນສະໜາມສະເຫຼີມ ສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ ວັນທີ 30 ເມສາ ຄົບຮອບ 50 ປີ ທີ່ນະຄອນຫຼວງໂຮ່ຈີມິງ ສສ ຫວຽດນາມ ໃນລະຫວ່າງວັນທີ 18 ເມສາ – 1 ພຶດສະພາ 2025.
ສະຫາຍ ພັນໂທ ໂພທະເລ ທໍາມະວົງສາ ຮອງຫົວໜ້າພະແນກເສນາທິການ ກອງພັນໃຫຍ່ 11 ທັງເປັນຄະນະຮັບຜິດຊອບຊີ້ນຳກ້ອນກຳລັງກອງທັບປະຊາຊົນລາວ ທີ່ເຂົ້າຮ່ວມການເດີນຂະບວນສວນສະໜາມສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ ໃຫ້ສຳພາດວ່າ: ການເຂົ້າຮ່ວມສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ, ໄດ້ຮັບຜົນສຳເລັດຕາມຄາດໝາຍທີ່ວາງໄວ້ ແລະ ສາມາດຖອດຖອນບົດຮຽນໄດ້ຫຼາຍດ້ານ ເປັນຕົ້ນການສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານ-ນັກຮົບເຫັນໄດ້ຄວາມໝາຍຄວາມສຳຄັນທີ່ເປັນມູນເຊື້ອລະຫວ່າງສອງກອງທັບລາວ-ຫວຽດນາມຕະຫຼອດໄລຍະຜ່ານມາ, ທັງເປັນການປັບປຸງແບບແຜນຂອງກອງທັບໃຫ້ເຂັ້ມແຂງເປັນຕົ້ນລະບຽບບຸກຄົນ, ລວມໝູ່, ອົບຮົມຫັດແອບໃຫ້ມີຄວາມຊໍານິຊໍານານ ເພື່ອກຽມ ພ້ອມປະຕິບັດໜ້າທີ່ການເມືອງຂອງກົມກອງໃຫ້ມີປະສິດທິພາບສູງ, ພ້ອມທັງເປັນການສືບຕໍ່ຫັດແໜ້ນສານພົວພັນທີ່ເປັນປະຫວັດສາດມູນເຊື້ອລະຫວ່າງສອງກອງທັບລາວ-ຫວຽດນາມ ກໍ່ຄືປະຊາຊົນສອງຊາດລາວ-ຫວຽດນາມ ໃຫ້ນັບມື້ໝັ້ນຄົງທະນົງແກ່ນຕະຫຼອດໄປ.
ຜ່ານການເຂົ້າຮ່ວມສວນສະໜາມ ກ້ອນກຳລັງກອງທັບປະຊາຊົນລາວ ໄດ້ພ້ອມກັບບຸກບືກສູ້ຊົນຈັດຕັ້ງປະຕິວຽກງານດັ່ງກ່າວ ໃຫ້ສຳເລັດຕາມແຜນການທີ່ວາງໄວ້. ຜົນສຳເລັດທີ່ສາມາດຍາດມາໄດ້ໃນຄັ້ງນີ້ ຍ້ອນຂັ້ນເທິງໄດ້ລົງໃກ້ສິດຕິດແທດ ໂດຍສະເພາະກົມອົບຮົມ ກົມໃຫຍ່ເສນາທິການກອງທັບ ໄດ້ແຕ່ງຕັ້ງວິຊາການລົງສົມທົບຕິດຕາມຝຶກຊ້ອມ, ຄະນະຮັບຜິດຊອບໄດ້ມີແຜນການ ແລະ ມອບໝາຍໜ້າທີ່ໃຫ້ບຸກຄົນຮັບຜິດຊອບເປັນຢ່າງດີ ແລະ ວຽກງານຮັບປະກັນແມ່ນຂັ້ນເທິງເປັນຜູ້ຕອບສະໜອງໃຫ້ຢ່າງພຽງພໍກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຂອງກົມກອງ, ສ່ວນຝ່າຍກອງທັບ ສສ ຫວຽດນາມ ໄດ້ອໍານວຍຄວາມສະດວກຮອບດ້ານ ນັບທັງຄວາມປອດໄພ, ການເດີນທາງ, ທີ່ພັກອາໄສ ແລະ ສະຖານທີ່ຝຶກຊ້ອມ ຈື່ງເຮັດໃຫ້ການເຂົ້າຮ່ວມສວນສະໜາມສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ ທີ່ນະຄອນຫຼວງໂຮ່ຈີມິນ ສສ ຫວຽດນາມ ໄດ້ໝາກຜົນຕາມແຜນການທີ່ກຳນົດໄວ້.
ໂດຍ: ບິກໄຊ ສົມພູ







