ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເມືອງ ວຽງທອງ ຖອດຖອນບົດຮຽນການດໍາເນີນກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກເມືອງ ຄັ້ງທີ VIII

May 23, 2025

ເມືອງ ວຽງທອງ ແຂວງ ບໍລິຄຳໄຊ ໄດ້ຈັດກອງປະຊຸມ ຖອດຖອນບົດຮຽນ ການດໍາເນີນກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກເມືອງ ຄັ້ງທີ VIII ຕິດພັນກັບກອງປະຊຸມ ອົງການຈັດຕັ້ງມະຫາຊົນຂັ້ນເມືອງ ກອງປະຊຸມຈັດຂຶ້ນໃນວັນທີ 23 ພຶດສະພາ 2025 ທີ່ຫ້ອງປະຊຸມຊັ້ນ III ສຳນັກງານປົກຄອງເມືອງ ໂດຍການເປັນປະທານຂອງທ່ານ ອາລຸນສັກ ປະທຳມະວົງ ເລຂາພັກເມືອງ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ​ກອງບັນຊ​າ ປກຊ-ປກສ ຫົວໜ້າຫ້ອງການ,ຫົວໜ້າອະນຸກຳມະການແລະສະມະຊີກ ເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ບົວພັນ ອິນຄຳມະວົງ ຄະນະປະຈຳພັກເມືອງ, ໃນນາມຫົວໜ້າອະນຸກຳມະການເນື້ອໃນໄດ້ຜ່ານບົດສະຫຼຸບຫຍໍ້ໃນການ​ກະ​ກຽມ ແລະ ດຳ​ເນີນກອງ​ປະ​ຊຸມ​ໃຫຍ່ຜູ້ແທນ ອົງຄະນະພັກເມືອງ ວຽງທອງ ຄັ້ງທີ VIII, ຕິ​ດ​ພັນ​ກັບ​ກອງ​ປະ​ຊຸມ​ໃຫຍ່ ຜູ້​ແທນ​ແນວ​ລາວ​ສ້າງ​ຊາດ ແລະ ​ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ​ຂັ້ນ​ເມືອງ ໂດຍໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ເຊີ່ງແຕ່ລະອານຸກຳມະການໄດ້ສ້າງແຜນເຄື່ອນໄຫວ, ຄົ້ນຄວ້າ​ປຶກສາ​ຫາລື ໃນການກະກຽມຄວາມພ້ອມ​ໃຫ້​ແກ່​ການ​ດຳ​ເນີນກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ອົງ​ຄະ​ນະ​ພັກ​ເມືອງ, ໄດ້ດຳ​ເນີນ​ຊີ​ວິດ​ການ​ເມືອງ​ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ພັກ​ເມືອງ​ທ້າຍສະໄໝ ​ດຳ​ເນີນກອງ​ປະ​ຊຸມ​ສະຫຼຸບ​ຂະ​ບວນ​ການ​ແຂ່ງ​ຂັນ​ຍ້ອງ​ຍໍ, ຮັກ​ຊາດ ແລະ ພັດ​ທະ​ນາ​ຂອງ​ເມືອງ,​ ແຕ່ລະອານຸກຳມະການ ໄດ້ເອົາໃຈໃສ່​ໃນ​ການຫ້າງຫາກະກຽມຄວາມພ້ອມດ້ານຕ່າງໆຢ່າງຕັ້ງໜ້າ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ສູງ ​ເຮັດ​ໃຫ້​ການ​ດຳ​ເນີນກອງ​ປະ​ຊຸມ​ໃຫຍ່​ຜູ້ແທນ ອົງຄະນະພັກເມືອງ ຄັ້ງທີ VIII ​ດໍາ​ເນີນ​ໄປ​ຕາມ​ແຜນ ​ແລະ ມີຜົນສຳເລັດຕາມລະດັບຄາດໝາຍທີ່​ວາງ​ໄວ້. ຈາກນັ້ນ, ແຕ່ລະອະນຸກໍາມະການແລະຜູ້ເຂົ້າຮ່ວມໄດ້ມີຄໍາຄິດ, ຄຳເຫັນຢ່າງກົງໄປກົງມາຕໍ່ກັບການຈັດຕັ້ງປະຕິບັດແຕ່ລະອະນຸກຳມະການ ທີ່ຮັບຜິດຊອບກອງປະຊຸມໃຫຍ່ຜ່ານມາ. ຕອນທ້າຍກອງປະຊຸມ ທ່ານ ອາລຸນສັກ ປະທຳມະວົງ ເລຂາພັກເມືອງຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດຊອບ ທີ່ໄດ້ຫ້າງຫາກະກຽມຄວາມພ້ອມດ້ານຕ່າງໆ ພ້ອມທັງໄດ້ເອົາໃຈໃສ່ ເຮັດໃຫ້ກອງປະຊຸມ​ ໄດ້ດໍາ​ເນີນ​ໄປ​ຕາມ​ແຜນ ​ແລະ ມີຜົນສຳເລັດຢ່າງຈົບງາມ.​
ພາບ-ຂ່າວ: ທອງວັນດີ