ພິທີປະກາດຍົກຍ້າຍ, ແຕ່ງຕັ້ງພະນັກງານຫຼັກແຫຼ່ງຂອງເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 23 ພຶດສະພາ 2025 ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງເມືອງໂດຍມີທ່ານ ພອນສະຫວັນ ໄຊສົມພັນ ເລຂາພັກເມືອງຫົງສາ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ, ອົງການ, ກົມກອງ, ຫົວໜ້າລັດວິສາຫະກິດ, ພະນັກງານຫຼັກແຫຼ່ງ, ທະຫານ, ຕຳຫຼວດ ແລະ ນາຍບ້ານເທດສະບານເມືອງເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ນາງ ແສງຫຼ້າ ມະຫາວົງສະນັ່ນ ຮອງເຈົ້າເມືອງຫົງສາ ໄດ້ຂຶ້ນຜ່ານຂອງເຈົ້າເມືອງຫົງສາ ວ່າດ້ວຍການແຕ່ງຕັ້ງ-ຍົກຍ້າຍພະນັກງານ-ລັດຖະກອນ ໄປປະຈຳການຢູ່ບ່ອນໃໝ່, ໃນນີ້, ໄດ້ຍົກຍ້າຍທ່ານ ພູວົງ ກອງຊັບ ຫົວໜ້າຫ້ອງການແຜນການ ແລະ ການລົງທຶນເມືອງ ໄປປະຈຳການຢູ່ຄະນະກວດກາພັກ-ລັດເມືອງ, ແຕ່ງຕັ້ງ ທ່ານ ຂັນແກ້ວ ລິນທອນສີ ເປັນຮອງປະທານອົງການກວດກາລັດເມືອງ, ຍົກຍ້າຍ-ແຕ່ງຕັ້ງທ່ານ ລຸນ ພວງແກ້ວ ຮອງຫົວໜ້າຄະນະຈັດຕັ້ງເມືອງ ເປັນຮອງປະທານອົງການກວດກາລັດເມືອງ, ທ່ານ ອຸດອນ ສີມຸນຕີ ຮອງຫົວໜ້າຫ້ອງການພາຍໃນເມືອງ ເປັນຮອງປະທານແນວລາວສ້າງຊາດເມືອງ, ທ່ານ ບຸນຈັນ ພັນທຸອາມາດ ຮອງຫົວໜ້າຄະນະໂຄສະນາອົບຮົມເມືອງ ເປັນຮອງຫົວໜ້າຄະນະຈັດຕັ້ງເມືອງ, ທ່ານ ສຸບັນ ເງິນງາມ ຮອງປະທານແນວລາວສ້າງຊາດເມືອງ ເປັນຮອງຫົວໜ້າຄະນະໂຄສະນາອົບຮົມເມືອງ ແລະ ຜ່ານມະຕິຕົກລົງຂອງຄະນະປະຈຳພັກເມືອງ ວ່າດ້ວຍການບົ່ງຕົວແຕ່ງຕັ້ງເລຂາໜ່ວຍພັກ, ດັ່ງນັ້ນ, ຄະນະປະຈຳພັກເມືອງ ເຫັນດີບົ່ງຕົວແຕ່ງຕັ້ງສະຫາຍ ພູວົງ ກອງຊັບ ກຳມະການປະຈຳພັກເມືອງ ເປັນເລຂາໜ່ວຍພັກ ຄະນະກວດກາພັກເມືອງ, ສະຫາຍ ນາງ ຈັນທີ ຄຳພູວົງ ກຳມະການປະຈຳພັກເມືອງ ເປັນເລຂາໜ່ວຍພັກຄະນະຈັດຕັ້ງເມືອງ, ມະຕິຕົກລົງຂອງຄະນະປະຈຳພັກເມືອງ ວ່າດ້ວຍການຖອນພະນັກງານ ລົງປະຈຳຊ່ວຍຮາກຖານບ້ານ ມາປະຈຳການປົກກະຕິ ຄື: ສະຫາຍ ລຸນ ພວງແກ້ວ ເລຂາໜ່ວຍພັກ, ນາຍບ້ານນາປຸ່ງ ປັດຈຸບັນ ເປັນຮອງປະທານຄະນະກວດກາພັກເມືອງ ແລະ ສະຫາຍ ໄຊຍະສິດ ພັນທະນະວົງ ເລຂາໜ່ວຍພັກ, ນາຍບ້ານຫ້ວຍຈ້ວງ ປະຈຸບັນເປັນຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ ໃຫ້ກັບຄືນມາປະຈຳການຢູ່ສຳນັກງານ-ອົງການປົກກະຕິ.
ໃນໂອກາດດຽວກັນນີ້, ຍັງໄດ້ມີພິທີເຊັນບົດບັນທຶກມອບ-ຮັບໜ້າທີ່ລະຫວ່າງ ທ່ານ ພອນສະຫວັນ ໄຊສົມພັນ ເຈົ້າເມືອງຫົງສາ ຜູ້ເກົ່າ ແລະ ທ່ານ ແຫຼ້ ອ່ອນສົມບູນ ຮັກສາການເຈົ້າເມືອງຜູ້ໃໝ່, ທ່ານ ພົມມາ ພົມມະຫານ ຮອງເຈົ້າເມືອງຜູ້ເກົ່າ ແລະ ທ່ານ ນາງ ແສງຫຼ້າ ມະຫາວົງສະນັ່ນ ຮອງເຈົ້າເມືອງຜູ້ໃໝ່, ທ່ານ ແຫຼ້ ອ່ອນສົມບູນ ປະທານກວດກາພັກ-ລັດເມືອງຜູ້ເກົ່າ ແລະ ທ່ານ ພູວົງ ກອງຊັບ ກຳມະການປະຈຳພັກເມືອງ ປະທານກວດກາພັກ-ລັດເມືອງຜູ້ໃໝ່ ຕື່ມອີກ.
ຂ່າວ-ພາບ: ຖວທ ເມືອງຫົງສາ







