ກົງສູນໃຫຍ່ ສສ ຫວຽດນາມ ປະຈໍາພາກໃຕ້ລາວ ຮ່ວມກັບແຂວງເຊກອງ ຈັດກອງປະຊຸມສໍາມະນາສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ເພື່ອຊຸກຍູ້ການພັດທະນາແລວເສດຖະກິດຕາເວັນອອກ-ຕາເວັນຕົກ ໃນວັນທີ 23 ພຶດສະພາ 2025 ທີ່ແຂວງເຊກອງ ໂດຍມີການນໍາແຂວງ, ຂະແໜງການກ່ຽວຂ້ອງ ແລະ ນັກທຸລະກິດ ຈາກແຂວງກວາງນາມ, ກວາງຈີ້, ດັກລັກ, ກອນຕູມ, ບິ່ງເຝືອກ ແລະ ນະຄອນດາໜັງ ສສ ຫວຽດນາມ, ແຂວງຈໍາປາສັກ, ສາລະວັນ, ອັດຕະປື ແລະ ແຂວງເຊກອງ ສປປ ລາວ ແລະ ແຂວງອຸບົນຣາຊະທານີ ຣາຊະອານາຈັກໄທ ເຂົ້າຮ່ວມແບບເຊິ່ງໜ້າ ແລະ ມີ 12 ແຂວງຂອງ ສສ ຫວຽດນາມ ເຂົ້າຮ່ວມແບບອອນລາຍ.
ທ່ານ ນາງ ຕະ ເຟືອງ ຢຸງ ຫົວໜ້າກົງສຸນໃຫຍ່ ສສ ຫວຽດນາມ ປະຈໍາພາກໃຕ້ລາວ ກ່າວວ່າ: ກອງປະຊຸມຄັ້ງນີ້, ເປັນເວທີຊຸກຍູ້ສົ່ງເສີມການຮ່ວມມືດ້ານເສດຖະກິດ ຕາມແລວເສດຖະກິດຕາເວັນອອກ-ຕາເວັນຕົກ ຊຶ່ງຈະຊ່ວຍອໍານວຍຄວາມສະດວກໃນການປະກອບສ່ວນສ້າງຕ່ອງໂສ້ໃຫ້ແກ່ວຽກງານການຄ້າ, ການຂົນສົ່ງສິນຄ້າ ລະຫວ່າງປະເທດ ແລະ ເພີ່ມທະວີການແຂ່ງຂັນ ຂອງບັນດາປະເທດໃນພາກພື້ນ ແລະ ສາກົນ.
ໂອກາດນີ້, ທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ ໄດ້ກ່າວວ່າ: ກອງປະຊຸມສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ຄັ້ງນີ້, ແມ່ນມີຄວາມສໍາຄັນຫລາຍເພາະເປັນການເສີມຂະຫຍາຍບັນດາທ່າແຮງ ແລະ ຄວາມສາມາດບົ່ມຊ້ອນພາຍໃນ ຂອງບັນດາແຂວງພາກໃຕ້ລາວ ກໍຄື ບັນດາແຂວງ, ນະຄອນຂອງ ສສ ຫວຽດນາມ ແລະ ແຂວງອຸບົນຣາຊະທານີ ຣາຊະອານາຈັກໄທ. ພ້ອມກັນນັ້ນ, ກໍ່ຍັງເປັນການສົ່ງເສີມ, ຊຸກຍູ້ ແລະ ດຶງດູດ ໃຫ້ບັນດາຫົວໜ່ວຍທຸລະກິດຂອງຈາກ ສສ ຫວຽດນາມ ແລະ ຣາຊະອານາຈັກໄທ ໄດ້ສຶກສາລາຍລະອຽດ ເພື່ອຊອກຫາໂອກາດ ແລະ ຊ່ອງທາງເຂົ້າມາລົງທຶນ-ຮ່ວມມືກັບບັນດາຫົວໜ່ວຍທຸລະກິດ ຢູ່ ສປປ ລາວ ເວົ້າລວມ, ເວົ້າສະເພາະແມ່ນ ຢູ່ບັນດາແຂວງພາກໃຕ້ລາວ ໃຫ້ຫລາຍຂຶ້ນກວ່າເກົ່າ. ພ້ອມນີ້, ກໍ່ຍັງເປັນເວທີສຶກສາ, ແລກປ່ຽນບົດຮຽນ, ປະສົບການ, ລວມເຖິງທ່າແຮງ ແລະ ໂອກາດການລົງທຶນ ຜ່ານບົດລາຍງານຂອງການພັດທະນາເສດຖະກິດ-ສັງຄົມ, ການລົງທອນ ຂອງແຕ່ລະແຂວງ ແລະ ຜ່ານເນື້ອໃນ ຈະໄດ້ຮັບການຜັນຂະຫຍາຍໃຫ້ເປັນແຜນການຮ່ວມມື ດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ທີ່ມີປະສິດທິຜົນໃນອະນາຄົດ.
ກອງປະຊຸມສໍາມະນາສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ເພື່ອຊຸກຍູ້ການພັດທະນາແລວເສດຖະກິດ ຕາເວັນອອກ-ຕາເວັນຕົກ ເປັນເວທີສໍາຄັນໃນການຊຸກຍູ້ການຮ່ວມມືການຂົນສົ່ງສິນຄ້າ ລະຫວ່າງປະເທດ, ທັງເປັນການເພີ່ມທະວີການເຊື່ອມໂຍງເຊື່ອມຈອດດ້ານພື້ນຖານໂຄງລ່າງ ດ້ວຍການເຊື່ອມຕໍ່ເສັ້ນທາງການຂົນສົ່ງສິນຄ້າ ແລະ ເປີດໂອກາດໃຫ້ຜູ້ຜະລິດ-ຜູ້ປະກອບການເຂົ້າເຖິງຕະຫລາດ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງທ້ອງຖິ່ນ, ສົ່ງເສີມການທ່ອງທ່ຽວ, ສ້າງວຽກເຮັດງານທໍາ, ສ້າງລາຍໄດ້ໃຫ້ປະຊາຊົນ ແລະ ກ້າວສູ່ການພັດທະນາແບບຍືນຍົງ.
ຂ່າວ: ສັນຍາ, ພາບ: ອັດສະວິນ






