ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ອົງການໄອຍະການປະຊາຊົນແຂວງໄຊຍະບູລີ ເຜີຍແຜ່ລັດຖະບັນຍັດ ວ່າດ້ວຍການໃຫ້ອະໄພຍະໂທດ ຢູ່ເມືອງແກ່ນທ້າວ.

May 26, 2025

ໃນຕອນບ່າຍວັນທີ 23 ພຶດສະພາ 2025 ນີ້, ທ່ານ ສົມມະນາ ປິ່ນທິບ ຫົວໜ້າອົງການໄອຍະການປະຊາຊົນ ແຂວງໄຊຍະບູລີ, ຮອງປະທານຄະນະກໍາມະການອະໄພຍະໂທດແຂວງ ພ້ອມດ້ວຍຄະນະ ໄດ້ລົງເຜີຍແຜ່ລັດຖະບັນຍັດ ຂອງປະທານປະເທດ ສະບັບເລກທີ 001 ວ່າດ້ວຍການໃຫ້ອະໄພຍະໂທດ ຢູ່ທີ່ສະໂມສອນຫ້ອງວ່າການເມືອງແກ່ນທ້າວ. ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ດຣ ບຸນຍັງ ພັນທະວົງ ກໍາມະການປະຈໍາພັກເມືອງ, ຮອງເຈົ້າເມືອງແກ່ນທ້າວ, ມີກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ກົມກອງ, ອົງການຈັດຕັ້ງ, ລັດວິສາຫະກິດ, ດ່ານສາກົນ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ ເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ສົມມະນາ ປິ່ນທິບ ຫົວໜ້າອົງການໄອຍະການປະຊາຊົນ ແຂວງໄຊຍະບູລີ ໄດ້ກ່າວວ່າ: ລັດຖະບັນຍັດ ຂອງປະທານປະເທດ ສະບັບເລກທີ 001 ວ່າດ້ວຍການໃຫ້ອະໄພຍະໂທດ ແມ່ນອອກມາແຕ່ປີ 2018 ແຕ່ບໍ່ໄດ້ເຜີຍແຜ່. ຜ່ານການຈັດຕັ້ງປະຕິບັດລັດຖະບັນຍັດ ສະບັບນີ້ ເຫັນວ່າຖືກຕ້ອງ ແລະ ສອດຄ່ອງ ແຕ່ມາຮອດປັດຈຸບັນນີ້ ຍັງມີຫາງສຽງໃນການຈັດຕັ້ງປະຕິບັດ ຜ່ານການກວດກາເຫັນວ່າຈະຕ້ອງໄດ້ເຜີຍແຜ່ໃຫ້ພະນັກງານການນໍາ ແລະ ພະນັກງານຫຼັກແຫຼ່ງຂອງເມືອງຮັບຮູ້ ແລະ ເຂົ້າໃຈ ແລະ ນໍາໄປເຜີຍແຜ່ຢູ່ຮາກຖານບ້ານ ເພື່ອເຮັດການຈັດຕັ້ງປະຕິບັດຖືກຕ້ອງ ແລະ ສອດຄ່ອງ. ຈາກນັ້ນ, ທ່ານ ພຸດທະວົງ ພັນທະລາດ ຮອງຫົວໜ້າອົງການໄອຍະການປະຊາຊົນແຂວງ, ຫົວໜ້າກອງເລຂາຄະນະກໍາມະການອະໄພຍະໂທດແຂວງ ໄດ້ເຜີຍແຜ່ລັດຖະບັນຍັດຂອງປະທານປະເທດ ສະບັບເລກທີ 001/ປປທ, ລົງວັນທີ 20 ມີນາ 2018 ວ່າດ້ວຍການໃຫ້ອະໄພຍະໂທດ ເຊິ່ງລັດຖະບັນຍັດ ສະບັບນີ້ໄດ້ກໍານົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານໃຫ້ອະໄພຍະໂທດມີປະສິດທິພາບ, ຮັບປະກັນນະໂຍບາຍມະນຸດສະທໍາ, ເພື່ອສຶກສາອົບຮົມນັກໂທດ ໃຫ້ເຫັນໄດ້ແນວທາງນະໂຍບາຍອັນຖືກຕ້ອງເປັນທໍາຂອງລັດ ແຫ່ງ ສປປລ ລາວ ກໍ່ສ້າງຕົນເອງໃຫ້ກາຍເປັນພົນລະເມືອງດີຂອງຊາດ ແນໃສ່ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນບະບຽບຮຽບຮ້ອຍ, ສ້າງເງື່ອນໄຂໃຫ້ມີການປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ. ການໃຫ້ອະໄພຍະໂທດ ແມ່ນການປະຕິບັດນະໂຍບາຍມະນຸດສະທໍາ ດ້ວຍການຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ ໂດຍປະທານປະເທດ ໃນວັນສໍາຄັນຂອງຊາດ ເປັນຕົ້ນແມ່ນ ວັນຊາດ ທີ 2 ທັນວາ ຍົກເວັ້ນນັກໂທດທີ່ຖືກລົງໂທດປະຫານຊິວິດ ແມ່ນໃຫ້ປະຕິບັດນະໂຍບາຍດັ່ງກ່າວ ພາຍໃນກໍານົດ 30 ວັນ ນັບແຕ່ປະທານປະເທດ ອອກລັດຖະດໍາລັດ ເປັນຕົ້ນໄປ. ລັດຖະບັນຍັດ ສະບັບດັ່ງກ່າວມີ 11ພາກ, 58 ມາດຕາ. ທ່ານຮອງຫົວໜ້າອົງການໄອຍະການປະຊາຊົນແຂວງ ຍັງໄດ້ລາຍງານຜົນການຈັດຕັ້ງປະຕິບັດວຽກງານອະໄພຍະໂທດ ປະຈໍາປີ 2024 ແລະ ທິດທາງແຜນການປີ 2025 ໃຫ້ຮູ້ຕື່ມອີກ.
ຂ່າວ: ແກ່ນທ້າວ.