ໃນຕອນເຊົ້າຂອງວັນທີ 26 ພຶດສະພາ 2025, ທີ່ ກົວລາລໍາເປີ, ມາເລເຊຍ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມຮັບປະທານອາຫານເຊົ້າແບບເຮັດວຽກ ຮ່ວມກັບ ທ່ານ ຟ້າມ ມິງ ຈິງ, ນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ແລະ ສົມເດັດ ຮຸນ ມາແນດ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກໍາປູເຈຍ ຕາມການເຊື້ອເຊີນຂອງຝ່າຍຫວຽດນາມ ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ແລະ ບັນດາກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 26-27 ພຶດສະພາ 2025.
ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມປິຕິຍິນດີ ທີ່ໄດ້ມີໂອກາດພົບປະສາມຝ່າຍກັບທ່ານ ນາຍົກ ຈາກສອງປະເທດ ອີກຄັ້ງໜຶ່ງ ແລະ ຕີລາຄາສູງ ຕໍ່ກົນໄກການພົບປະສາມຝ່າຍ ລະຫວ່າງ ລາວ-ຫວຽດນາມ-ກໍາປູເຈຍ ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມຕ່າງໆຢູ່ພາກພື້ນ ແລະ ສາກົນ, ຊຶ່ງເປັນການສະແດງໃຫ້ເຫັນເຖິງມູນເຊື້ອຄວາມສາມັກຄີຮັກແພງ ແລະ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ທີ່ມີມາແຕ່ດົນນານ ລະຫວ່າງ ລາວ, ຫວຽດນາມ ແລະ ກໍາປູເຈຍ.
ພ້ອມດຽວກັນນີ້, ສາມນາຍົກລັດຖະມົນຕີ ໄດ້ຕີລາຄາສູງຕໍ່ ຜົນຂອງກອງປະຊຸມສຸດຍອດຜູ້ນໍາສາມພັກ ກໍ່ຄືຜົນການພົບປະສາມນາຍົກລັດຖະມົນຕີ ລາວ-ຫວຽດນາມ-ກໍາປູເຈຍ ທີ່ ສສ. ຫວຽດນາມ ໃນທ້າຍເດືອນກຸມພາ 2025 ທີ່ຜ່ານມາ. ສາມຝ່າຍ ໄດ້ປຶກສາຫາລື ແລະ ເຫັນດີຊຸກຍູ້ການຮ່ວມມືລະຫວ່າງສາມປະເທດທາງດ້ານການເມືອງ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ, ພະລັງງານ ແລະ ຂົງເຂດອື່ນໆ, ໂດຍສະເພາະ ການຊຸກຍູ້ການເຊື່ອມໂຍງພື້ນຖານເສດຖະກິດ, ການເຊື່ອມໂຍງດ້ານການທ່ອງທ່ຽວລະຫວ່າງສາມປະເທດ, ການແກ້ໄຂບັນຫາຊາຍແດນທີ່ຍັງຄົງຄ້າງ ແລະ ອື່ນໆ. ນອກນີ້, ຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບ ສະພາບການພົ້ນເດັ່ນ ໃນພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ ຈໍານວນໜຶ່ງ.
ໃນຕອນທ້າຍ, ສາມນາຍົກລັດຖະມົນຕີ ເຫັນດີໃຫ້ສາມປະເທດ ສືບຕໍ່ຮ່ວມມືກັນໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສາມຊາດ ໃຫ້ສືບຕໍ່ແຕກດອກອອກຜົນຍິ່ງໆຂຶ້ນ, ພ້ອມທັງອວຍພອນໃຫ້ການພົວພັນຮ່ວມມື ແລະ ມິດຕະພາບ ລະຫວ່າງ ສາມປະເທດ ທີ່ມີມູນເຊື້ອອັນດີງາມມາແຕ່ບູຮານນະການ ຈົ່ງສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ເພື່ອນຳຜົນປະໂຫຍດຕົວຈິງມາສູ່ປະຊາຊົນສາມຊາດ ລາວ-ຫວຽດນາມ-ກຳປູເຈຍ.







