ໃນວັນທີ 26 ພຶດສະພາ 2025 ທີ່ ກົວລາລໍາເປີ, ມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະກັບ ພະນະທ່ານ ເຟີດີນານ ມາກອດ ຈູເນຍ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ຟິລິບປິນ, ໃນໂອກາດເດີນທາງຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ46 ແລະ ບັນດາກອງປະຊຸມສຸດຍອດອື່ນໆ ທີ່ກ່ຽວຂ້ອງ ໃນວັນທີ 26-27 ພຶດສະພາ 2025.
ໃນໂອກາດນີ້, ພະນະທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ສ. ຟິລິບປິນ ທີ່ໄດ້ຮັບການພັດທະນາເປັນກ້າວໆ ແລະ ແຕກດອກອອກຜົນຢ່າງຕໍ່ເນື່ອງ, ສະແດງອອກໃນການແລກປ່ຽນຢ້ຽມຢາມຂອງການນໍາຂັ້ນສູງ ແລະ ຂັ້ນຕ່າງໆຂອງສອງປະເທດຢ່າງເປັນປົກກະຕິ, ລວມທັງການສະໜັບສະໜູນ ແລະ ຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ, ກໍ່ຄືໃນຂອບການຮ່ວມມືອາຊຽນ ແລະ ຂອບການຮ່ວມມືອື່ນໆ. ພິເສດໃນປີ 2025 ນີ້, ສອງຝ່າຍ ໄດ້ສົ່ງສານຊົມເຊີຍເຊິ່ງກັນ ແລະ ກັນ ໃນໂອກາດສະເຫຼີມສະຫຼອງ ສາຍພົວພັນການທູດ ລາວ-ຟີລິບປິນ ຄົບຮອບ 70 ປີ. ພ້ອມນີ້, ພະນະທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຂອບໃຈ ໄປຍັງ ລັດຖະບານ ແລະ ປະຊາຊົນ ຟິລິບປິນ ທີ່ໄດ້ໃຫ້ການສະໜັບສະໜູນ ສປປ ລາວ ຕະຫຼອດມາ, ເປັນຕົ້ນແມ່ນການພັດທະນາຊັບພະຍາກອນມະນຸດຂອງ ສປປ ລາວ ຜ່ານທຶນຝຶກອົບຮົມໄລຍະສັ້ນ ແລະ ທຶນສຶກສາໄລຍະຍາວ. ພິເສດ, ແມ່ນການສະໜັບສະໜູນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ຜ່ານມາ, ເຊິ່ງໃນໂອກາດນີ້, ຝ່າຍລາວ ກໍ່ໄດ້ຢືນຢັນຈະສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນ ຟິລິບປິນ ໃນການເປັນປະທານອາຊຽນ ໃນປີ 2026 ເຊັ່ນກັນ ເພື່ອສ້າງປະຊາຄົມອາຊຽນ ໃຫ້ມີຄວາມເຂັ້ມແຂງ ກໍ່ຄື ນໍາເອົາຜົນປະໂຫຍດມາສູ່ ຄອບຄົວອາຊຽນ.
ສອງຝ່າຍ ຍັງໄດ້ ສະແດງຄວາມຊົມເຊີຍ ທີ່ເຫັນວ່າ ຂະແໜງການກ່ຽວຂ້ອງຂອງສອງປະເທດ ໄດ້ມີການຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການລົງທຶນ ນຳກັນໃນຊຸມປີຜ່ານມາ ແລະ ການລົງທຶນຂອງຟິລິບປິນຢູ່ ສປປ ລາວ ໃນຂະແໜງພະລັງງານສະອາດ ກໍ່ມີການຂະຫຍາຍຕົວ, ພ້ອມທັງເຫັນດີຊຸກຍູ້ສົ່ງເສີມການຮ່ວມມືໃນຂະແໜງທີ່ສອງຝ່າຍມີທ່າແຮງບົ່ມຊ້ອນ ໃນຕໍ່ໜ້າ ເປັນຕົ້ນແມ່ນ: ການຮ່ວມມືດ້ານກະສິກໍາ, ການທ່ອງທ່ຽວ, ພະລັງງານສະອາດ ແລະ ອື່ນໆ.
ໃນໂອກາດດຽວກັນນີ້, ພະນະທ່ານ ສອນໄຊ ສີພັນດອນ ໄດ້ເຊື້ອເຊີນ ພະນະທ່ານ ເຟີດີນານ ມາກອດ ຈູເຈຍ ເດີນທາງຢ້ຽມຢາມທາງການ ຢູ່ ສປປ ລາວ ໃນເວລາອັນສະດວກ ແລະ ເໝາະສົມ ໃນໂອກາດສະເຫຼີມສະຫຼອງ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ຟິລິບປິນ ຊຶ່ງຈະເປັນຂີດໝາຍອັນສໍາຄັນ ໃນການຊຸກຍູ້ການພົວພັນຮ່ວມມືສອງຝ່າຍລະຫວ່າງສອງປະເທດ ໃຫ້ນັບມື້ຂະຫຍາຍຕົວຍິ່ງໆຂຶ້ນ.





