ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບ ສະຖານເອກອັກຄະລັດຖະທູດອົດສະຕຣາລີ ປະຈໍາລາວ ຈັດພິທີສະເຫລີມສະຫລອງ ການຈັດຕັ້ງປະຕິບັດແຜນງານປັບປຸງຄຸນນະພາບການສຶກສາຂັ້ນພື້ນຖານ (ບີຄວາ) ຄົບຮອບ 10 ປີ ໄດ້ຈັດຂຶ້ນໃນວັນທີ 26 ພຶດສະພາ 2025 ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການສຶກສາ ແລະ ປັບປຸງການເຂົ້າເຖິງການສຶກສາຊັ້ນປະຖົມສຶກສາ ທີ່ມີຄຸນນະພາບໃຫ້ແກ່ເດັກນ້ອຍໃນ ສປປ ລາວ ໂດຍສະເພາະຜູ້ທີ່ຢູ່ເຂດຫ່າງໄກສອກຫລີກ ແລະ ມີຄວາມຫຍຸ້ງຍາກ.
ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວວ່າ: ການຮ່ວມມືກັບລັດຖະບານອົດສະຕຣາລີ ມີບົດບາດສໍາຄັນໃນການຫັນປ່ຽນການສຶກສາຂັ້ນປະຖົມສຶກສາ ໃນ ສປປ ລາວ ເຊິ່ງການສຶກສາແມ່ນເປັນພື້ນຖານຂອງສັງຄົມທີ່ເຂັ້ມແຂງ. ລັດຖະບານອົດສະຕຣາລີ ໄດ້ເປັນຄູ່ຮ່ວມພັດທະນາທີ່ສຳຄັນ ທີ່ໄດ້ຊ່ວຍເຫລືອຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ເພື່ອສົ່ງເສິມການຮຽນຮ່ວມ ແລະ ມີຄຸນນະພາບຫລາຍຂຶ້ນ, ເປັນບ່ອນທີ່ເດັກນ້ອຍທຸກຄົນ ສາມາດເຂົ້າເຖິງການສຶກສາທີ່ມີຄຸນນະພາບ ແລະ ສ້າງອະນາຄົດທີ່ດີກວ່າໃຫ້ກັບຕົນເອງ ແລະ ຊຸມຊົນຂອງເຂົາເຈົ້າ. ນັບແຕ່ເລີ່ມສ້າງຕັັ້ງແຜນງານໃນປີ 2015, ແຜນງານບີຄວາ ທີ່ສະໜັບສະໜູນໂດຍ ລັດຖະບານອົດສະຕຣາລີ ໄດ້ປັບປຸງການເຂົ້າເຖິງການສຶກສາທີ່ມີຄຸນນະພາບ ໂດຍສະເພາະແມ່ນເພື່ອເດັກນ້ອຍທີ່ຢູ່ເຂດຫ່າງໄກ ແລະ ດ້ອຍໂອກາດ. ໜຶ່ງໃນຜົນສຳເລັດອັນສຳຄັນທີ່ສຸດໃນຮອບ 10 ປີຜ່ານມາ, ແມ່ນການປັບປຸງຫລັກສູດຊັ້ນປະຖົມສຶກສາແຫ່ງຊາດ ຢ່າງຮອບດ້ານ ໂດຍການນຳພາຂອງ ສສກ ເຊິ່ງຫລັກສູດໃໝ່ໄດ້ແນະນຳວິທີການສອນ ແລະ ການຮຽນທີ່ທັນກັບຍຸກສະໄໝ, ເນັ້ນໃສ່ຖືເອົານັກຮຽນເປັນສຳຄັນ.
ປັດຈຸບັນ, ນັກຮຽນໄດ້ຮັບການສົ່ງເສີມ ໃຫ້ຮຽນດ້ວຍການປະຕິບັດຕົວຈິງ, ຮ່ວມມືກັບເພື່ອນຮ່ວມຫ້ອງ ແລະ ນຳໃຊ້ຄວາມຮູ້ເຂົ້າໃນຊີວິດປະຈຳວັນ. ສ່ວນຄູກໍກຳລັງປັບຕົວໃຫ້ຊິນເຄີຍ ກັບວິທີການສອນທີ່ເນັ້ນໃຫ້ຫ້ອງຮຽນ ມີບັນຍາກາດການສົນທະນາ ແລະ ຕໍ່ເນື່ອງຫລາຍຂຶ້ນ ເຊິ່ງໂດຍລວມແລ້ວ, ການປັບປ່ຽນການຮຽນ-ການສອນ ທີ່ໄດ້ອອກແບບມາ ເພື່ອໃຫ້ເໝາະສົມກັບວັດທະນະທຳ ແລະ ສັງຄົມລາວ, ທີ່ສົ່ງເສີມໃຫ້ມີການຮຽນຮ່ວມ, ການປະກອບສ່ວນ ແລະ ມີຄຸນນະພາບຂອງລະບົບການສຶກສາທີ່ດີຂຶ້ນກວ່າເກົ່າ.
ໂອກາດນີ້, ທ່ານ ນາງ ເມແກນ ຈອນສ ເອກອັກຄະລັດຖະທູດອົດສະຕຣາລີ ກໍໄດ້ຍົກໃຫ້ເຫັນເຖິງການປັບປຸງຫລັກສູດ ເຊິ່ງເປັນດັ່ງສັນຍາລັກຂອງຄວາມພະຍາຍາມ ໃນການຮ່ວມມືລະຫວ່າງສອງປະເທດ. ການປັບປຸງຫລັກສູດແຫ່ງຊາດ ສະທ້ອນໃຫ້ເຫັນເຖິງຄວາມເຊື່ອໝັ້ນ ຂອງລັດຖະບານລາວ ຕໍ່ ລັດຖະບານອົດສະຕຣາລີ, ແຜນງານບິຄວາ ເປັນການຢັ້ງຢືນເຖິງຄວາມເຂັ້ມແຂງຂອງການຮ່ວມມື. ພ້ອມນີ້, ທ່ານຍັງໄດ້ຢືນຢັນຄືນຄຳໝັ້ນສັນຍາ ຈະສະໜັບສະໜູນຊ່ອຍເຫລືອກ່ຽວກັບການຂາດແຄນຄູ ແລະ ການຮັກສານັກຮຽນໃຫ້ສືບຕໍ່ການຮຽນ ເຊິ່ງເປັນບັນຫາຮີບດ່ວນ, ສືບຕໍ່ລົງທຶນໃສ່ການພັດທະນາຄູ ແລະ ປັບປຸງຄຸນນະພາບການສຶກສາ, ສ້າງລະບົບການສຶກສາທີ່ເຂັ້ມແຂງ ແລະ ແທດເໝາະກັບອະນາຄົດ.
ຂ່າວ: ກິດຕາ
ພາບ: ສຸກທະວີ







