ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທ່ານ​ ສີ​ຈິ້ນ​ຜິງ​ ສົ່ງ​ສານ​ຊົມ​ເຊີຍ​ເຖິງກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ ຄັ້ງ​ທີ 9 ຂອງກອງ​ເຍົາ​ວະ​ຊົນ​ບຸກ​ເບີກ​ຈີນ

May 28, 2025

ທ່ານ​ ສີ​ຈິ້ນ​ຜິງ​ ສົ່ງ​ສານ​ຊົມ​ເຊີຍ​ເຖິງກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ ຄັ້ງ​ທີ 9 ຂອງກອງ​ເຍົາ​ວະ​ຊົນ​ບຸກ​ເບີກ​ຈີນ
ເນື່ອງ​ໃນ​ໂອ​ກາດ​ວັນ​ເດັກ​ນ້ອຍ​ສາ​ກົນ ວັນ​ທີ 1 ມິ​ຖຸ​ນາ​ ໃກ້​ຈະ​ໝູນ​ວຽນ​ມາ​ເຖິງ, ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ ຄັ້ງ​ທີ 9 ຂອງກອງ​ເຍົາ​ວະ​ຊົນ​ບຸກ​ເບີກ​ຈີນໄດ້​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 27 ພຶດ​ສະ​ພາ​ນີ້​ ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ.
ທ່ານ​ ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ​ຈີນ ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ ໄດ້​ສົ່ງ​ສານ​ຊົມ​ເຊີຍ​ໂດຍ​​ໄດ້ຕາງ​ໜ້າ​ໃຫ້​ສູນ​ກາງ​ພັກ​ ສະ​ແດງ​ຄວາ​ມ​ຊົມ​ເຊີຍ​ຕໍ່​ການ​​ຈັດ​ກອງ​ປະ​ຊຸມ​ດັ່ງ​ກ່າວ, ຝາກ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ຢ່າງ​ຈິງ​ໃຈ​ເຖິງ​ສະ​ມາ​ຊິກກອງ​ເຍົາ​ວະ​ຊົນ​ບຸກ​ເບີກ, ທີ່​ປຶກ​ສາ​ກອງ​ເຍົາ​ວະ​ຊົນ​ບຸກ​ເບີກ ແລະ​ຜູ້​ເຮັດ​ວຽກ​ກອງ​ເຍົາ​ວະ​ຊົນ​ບຸກ​ເບີກ​ທັງ​ຫຼາຍ, ພ້ອມ​ທັງ​ອວຍ​ພອນ​ໄຊ​ອັນ​ປະ​ເສີດ​ມາ​ຍັງ​ເດັກ​ນ້ອຍ​ທົ່ວ​ປະ​ເທດ​ເນື່ອງ​ໃນ​ໂອ​ກາດ​ວັນ​ເດັກ​ນ້ອຍ​ສາ​ກົນ​ ທີ່​ໃກ້​ຈະ​ໝູນ​ວຽນ​ມາ​ເຖິງ.
ເນື້ອ​ໃນ​​ສານ​ຊົມ​ເຊີຍ​ຂອງ​ ທ່ານ​ ສີ​ຈິ້ນ​ຜິງ​ ໄດ້​ລະ​ບຸ​ວ່າ: ເດັກ​ນ້ອຍ​ເຍົາ​ວະ​ຊົນ​ເປັນ​ກອງ​ກຳ​ລັງ​ສຳ​ຄັນໃນ​ອະ​ນາ​ຄົດ. ຢູ່​ບົນ​ຂະ​ບວນ​ການ​ໃໝ່, ກອງ​ເຍົາ​ວະ​ຊົນ​ບຸກ​ເບີກ​ຕ້ອງ​ຍົກ​ສູງ​ຄັນ​ທຸງກອງ​ເຍົາ​ວະ​ຊົນ​ເດີນ​ຕາມ​ພັກ. ຕ້ອງ​ເພີ່ມ​ທະ​ວີ​ການ​ນຳ​ພາ​ຂອງ​ພັກ​ຕໍ່​ວຽກ​ງານກອງ​ເຍົາ​ວະ​ຊົນ​ບຸກ​ເບີກ​ຢ່າງ​ຮອບ​ດ້ານ, ຮັດ​ແໜ້ນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​​ທົ່ວຄະ​ນະ​ຊາວ​ໜຸ່​ມ​ຄອມ​ມູ​ນິດ​ຈີນ​ ໃຫ້​ນຳ​ພາ​ກອງ​ເຍົາ​ວະ​ຊົນ​ບຸກ​ເບີກ​ຈີນ, ສ້າງ​​ສ​ະ​ພາບ​ແວດ​ລ້ອມ​ ແລະ ເງື່ອນ​ໄຂ​ທີ່​ດີ​​ໃຫ້​ແກ່​ການ​ເຕີບ​ໃຫຍ່​ຢ່າງ​ມີ​ສຸ​ຂະ​ພາບ​ແຂງ​ແຮງ​ຂອງ​ເດັກ​ນ້ອຍ​ເຍົາ​ວະ​ຊົນ ແລະ ຊຸກ​ຍູ້​ໃຫ້​ພາ​ລະ​ກິດກອງ​ເຍົາ​ວະ​ຊົນ​ບຸກ​ເບີກ​​ໃຫ້​ໄດ້​ຮັບ​ຜົນ​ງານ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ.