ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເມືອງສາລະວັນ ສະເຫລີມສະຫລອງ ວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ

May 30, 2025

ແຫລ່ງຂ່າວຈາກແຂວງສາລະວັນ ໃຫ້ຮູ້ວ່າ: ເມືອງສາລະວັນ ແຂວງສາລະວັນ ຈັດກິດຈະກຳ ສະເຫລີມສະຫລອງວັນເດັກນ້ອຍສາກົນ ຄົບຮອບ 100 ປີ, ວັນປູກຕົ້ນໄມ້ແຫ່ງຊາດຄົບຮອບ 45 ປີ, ວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ 26 ປີ, ວັນສິ່ງແວດລ້ອມໂລກ ຄົບຮອບ 52 ປີ ໃນວັນທີ 27 ພຶດສະພາ 2025 ທີ່ເດີ່ນໂຮງຮຽນ ມສ ນາໄຊ ເມືອງສາລະວັນ ໂດຍມີທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງໆສາລະວັນ, ທ່ານ ຈັນສີລອນ ສີສົມບູນ ເຈົ້າເມືອງໆສາລະວັນ, ທ່ານ ວັງປະເສີດ ບຸນເອື້ອວົງສາ ຮອງຫົວໜ້າພະແນກກະສິກໍາ-ປ່າໄມ້ ແຂວງສາລະວັນ ພ້ອມດ້ວຍພະແນກການ, ຄູອາຈານ, ນ້ອງນັກຮຽນ ແລະ ປະຊາຊົນພາຍໃນບ້ານນາໄຊເຂົ້າຮ່ວມ.
ທ່ານ ຂາວ ໂພໄຊ ຮອງເຈົ້າເມືອງ ໄດ້ໃຫ້ຮູ້ວ່າ: ຈຸດປະສົງ ຂອງການຈັດງານໃນຄັ້ງນີ້ ເພື່ອແນໃສ່ຊຸກຍູ້ສົ່ງເສີມ, ພັດທະນາ ແລະ ປົກປ້ອງເດັກ ໃນທົ່ວໂລກ, ຍ້ອນວ່າເດັກທີ່ເປັນອະນາຄົດຂອງຊາດ, ເປັນໜໍ່ແໜງທຶນຮອນແຫ່ງຊີວິດ, ເປັນເດັກໃນມື້ນີ້ ເພື່ອກາຍເປັນອະນາຄົດອັນແຈ່ມໃສຂອງປະເທດຊາດໃນມື້ໜ້າ, ບັນດາປະຊາຊາດໃນທົ່ວໂລກ ຈຶ່ງໄດ້ສະເຫລີມສະຫລອງວັນເດັກສາກົນ ຕາມເງື່ອນໄຂ ແລະ ສະພາບຕົວຈິງຂອງປະເທດຕົນ. ປັດຈຸບັນໃນທົ່ວໂລກ ກໍຄື ສປປ ລາວ ກຳນົດເອົາການສະເຫລີມສະຫລອງວັນເດັກ ມີ 03 ວັນ ຄື: ວັນເດັກສາກົນ (ວັນທີ 01 ມິຖຸນາ), ວັນເດັກຈັກກະວານ ຫລື ວັນເດັກໂລກ (20 ພະຈິກ) ແລະ ວັນເດັກແຫ່ງຊາດ ຫລື ວັນຄອບຄົວແຫ່ງຊາດ (ຕາມແຕ່ລະປະເທດກຳນົດ). ວັນເດັກນ້ອຍສາກົນ 01 ມິຖຸນາ ເລີ່ມເມື່ອປີ 1924 ກອງປະຊຸມສະມັດຊາໃຫຍ່ຂອງສັນນິບາດນາໆຊາດ, ໃນວັນທີ 16 ກັນຍາ 1924 ໄດ້ຮັບຮອງເອົາ “ຖະແຫລງການເຊີແນວ ກ່ຽວກັບສິດທິຂອງເດັກ” ເປັນຄັ້ງທໍາອິດ ຊຶ່ງໄດ້ປະກາດວ່າ ເດັກມີຄວາມຕ້ອງການໃນການປ້ອງກັນ ແລະ ດູແລເບິ່ງແຍງເປັນພິເສດ ລວມທັງການຊຸກຍູ້ສົ່ງເສີມ, ພັດທະນາ ແລະ ປົກປ້ອງທີ່ເໝາະສົມ ທາງດ້ານກົດໝາຍແກ່ເດັກກ່ອນເກີດ ແລະ ຫລັງເກີດ ຍ້ອນວ່າເດັກ ຍັງບໍ່ທັນມີວຸດທິພາວະທີ່ສົມບູນຄົບຖ້ວນ ທາງດ້ານຮ່າງກາຍ ແລະ ຈິດໃຈ. ໃນພິທີໄດ້ມີການປູກຕົ້ນໄມ້ 40 ຕົ້ນ ຄື: ຕົ້ນຈໍາປາ 20 ຕົ້ນ ແລະ ຕົ້ນມ່ວງ 20 ຕົ້ນ ໃນບໍລິເວນເດີ່ນໂຮງຮຽນ, ຮັບຊົມການສະແດງສິລະປະຈາກນ້ອງນ້ອງນັກຮຽນ, ຈັດກິດຈະກໍາສັກຢາ, ຢອດຢາໃຫ້ເດັກນ້ອງ ພ້ອມທັງຮັບຊົມກິລາປະເພດຕ່າງໆ, ຖາມ-ຕອບ ກ່ຽວກັບການປົກປັກຮັກສາສະພາບແວດລ້ອມ ເອົາຂອງລາງວັນ, ແຈກຢາຍເຂົ້າຕົ້ມ-ເຂົ້າໜົມ ແລະ ອື່ນໆ ຢ່າງເປັນຂະບວນການຟົດຟື້ນ.
ນອກຈາກນີ້, ການນໍາຂອງແຂວງ ແລະ ເມືອງສາລະວັນ ຍັງໄດ້ມອບເງິນ 20 ລ້ານກວ່າກີບ ໃຫ້ໂຮງຮຽນ ມສ ນາໄຊ ເພື່ອນໍາໃຊ້ທຶນດັ່ງກ່າວເຂົ້າໃນການກໍ່ສ້າງກໍາແພງ ແລະ ປະຕູໂຂງໂຮງຮຽນໃຫ້ສໍາເລັດຕາມແຜນການທີ່ວາງໄວ້.
ຂ່າວ-ພາບ: ຄຳສອນ ແກ້ວບຸນທະວົງ