ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມ ວິທະຍາສາດ ວຽກງານໄອຍະການ ລາວ – ຣັດເຊຍ

May 30, 2025

ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ອົງການໄອຍະການສູງສຸດ ແຫ່ງ ສ ຣັດເຊຍ ໄດ້ຮ່ວມກັນເປັນເຈົ້າພາບຈັດກອງປະຊຸມວິທະຍາສາດວຽກງານໄອຍະການ ລາວ-ຣັດເຊຍ ຂຶ້ນໃນວັນທີ 28 ພຶດສະພາ ນີ້ ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ, ໂດຍພາຍໃຕ້ການເຂົ້າຮ່ວມຂອງທ່ານ ນາງ ວິໄລສິນ ແດນຫັນສາ ຮອງຫົວໜ້າກົມຮ່ວມມືກັບຕ່າງປະເທດ ອົງການໄອຍະການປະຊາຊົນສູງສຸດ (ອອປສ) ແຫ່ງ ສປປ ລາວ, ທ່ານ ເດນິສ ຄູເນຍ ຮອງຫົວໜ້າກົມຈັດຕັ້ງ ແລະ ການວິເຄາະ – ຫົວໜ້າກົມຂໍ້ມູນຂ່າວສານ ແລະ ການວິເຄາະ ອົງການໄອຍະການສູງສຸດ ສ ຣັດເຊຍ, ທ່ານ ວິກໂຕ ບອນດິດສ ຫົວໜ້າກົມຕິດຕາມກວດກາການປະຕິບັດກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງ ແລະ ຕົວແທນມະຫາວິທະຍາໄລ ອົງການໄອຍະການສູງສຸດ ສ ຣັດເຊຍ ແລະ ມະຫາວິທະຍາໄລການທະຫານ ກະຊວງປ້ອງກັນປະເທດ ສ ຣັດເຊຍ ຊຶ່ງມີພະນັກງານ ອອປສ, ສະຖາບັນຄົ້ນຄວ້າ-ຝຶກອົບຮົມໄອຍະການ, ອົງການໄອຍະການປະຊາຊົນພາກກາງ, ນະຄອນຫຼວງ, ເຂດ 1,2,3,4, ອົງການໄອຍະການທະຫານຂັ້ນສູງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ທ່ານ ນາງ ວິໄລສິນ ແດນຫັນສາ ກ່າວວ່າ: ຈຸດປະສົງຂອງກອງປະຊຸມສໍາມະນາໃນຄັ້ງນີ້, ເພື່ອເປັນການຜັນຂະຫຍາຍ ບົດບັນທຶກຊ່ວຍຈໍາ ລະຫ່ວາງ ສປປ ລາວ ແລະ ສ ຣັດເຊຍ ທີ່ລົງນາມຮ່ວມກັນ ຄັ້ງວັນທີ 4 ກັນຍາ 2024 ທີ່ເມືອງວາລາດີວັດສະຕົກ ສ ຣັດເຊຍ. ໂຄງການຮ່ວມມືຂອງສອງອົງການໄອຍະການສູງສຸດ ລາວ – ຣັດເຊຍ ແລະ ກອງປະຊຸມຜູ້ເຂົ້າຮ່ວມຈະໄດ້ຮັບຟັງ ການນໍາສະເໜີບົດຮຽນ ວຽກງານໄອຍະການ ແລະ ພາລະບົດບາດໃນການຕິດຕາມກວດກາການດໍາເນີນຄະດີອາຍາ ຂອງອົງການໄອຍະການ ສ ຣັດເຊຍ ໂດຍການບັນຍາຍຂອງ ທ່ານ ເດນິສ ຄູເນຍ ແລະ ທ່ານ ວິກໂຕ ບອນດິດສ. ຈາກນັ້ນ, ຈະໄດ້ປະກອບຄໍາຄິດເຫັນ ເພື່ອເປັນການແລກປ່ຽນບົດຮຽນ ຊຶ່ງກັນ ແລະ ກັນ ຂອງສອງອົງການໄອຍະການ ລາວ – ຣັດເຊຍ ຕື່ມອີກ, ເພື່ອຢືນຢັນໝາກຜົນຂອງການຮ່ວມມືໃນໄລຍະຜ່ານມາ ແລະ ວາງທິດທາງເພື່ອຍົກລະດັບສາຍພົວພັນຮ່ວມມືຂອງສອງ ອົງການໄອຍະການ ສປປ ລາວ – ສ ຣັດເຊຍ ໃຫ້ມີປະສິດທິພາບ ແລະ ເກີດດອກອອກຜົນຕົວຈິງໃນອານາຄົດ.
ຂ່າວ ວົງເດືອນ