ກອງປະຊຸມຮ່ວມຮ່ວມກັບທີມງານທະນາຄານໂລກ, ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາ ໄລຍະ 3, ໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ ຈັດຂຶ້ນໃນວັນທີ 28 ພຶດສະພາ 2025 ຢູ່ນະຄອນຫຼວງວຽງຈັນ ໂດຍມີທ່ານ ສໍາລານ ພັນຄະວົງ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ, ທ່ານນາງ ວຽງສະໄໝ ສຣິທິລາດ ເຈົ້າໜ້າທີ່ອາວຸໂສ ປະຈໍາຫ້ອງການທະນາຄານໂລກເຂົ້າຮວ່ມ.
ໂອກາດນີ້, ທ່ານ ສໍາລານ ພັນຄະວົງ ກ່າວວ່າ:ໃນກອງປະຊຸມໄດ້ເຮັດວຽກຮ່ວມກັນເພື່ອປະເມີນຄືນຜົນການຈັດຕັ້ງປະຕິບັດກິດຈະກຳ ໃນໄລຍະທີ່ຜ່ານມາເພື່ອສົ່ງເສີມການເຂົ້າເຖິງການສຶກສາທີ່ມີຄຸນນະພາບ ເທົ່າທຽມກັນ ແລະ ທົ່ວເຖິງ ສໍາລັບກາລະໂອກາດໃນການຮຽນຮູ້ສໍາລັບທຸກຄົນໃນ ສປປ ລາວ.
ໃນໄລຍະທີ່ຜ່ານມາ ເຫັນວ່າມີຄວາມຄືບໜ້າຫຼາຍພໍສົມຄວນ ເປັນຕົ້ນແມ່ນໄດ້ປັບປຸງການຮຽນຂອງນັກຮຽນຊັ້ນປະຖົມ ໃນເມືອງເປົ້າໝາຍ ການສ້າງຄວາມເຂັ້ມແຂງໃຫ້ຄູ ລະບົບການຕິດຕາມການສອນຂອງຄູ ການປະຕິບັດນະໂຍບາຍໃຫ້ຄູ ໃນເຂດຫ່າງໄກສອກຫຼີກ ການກຽມຄວາມພ້ອມດ້ານການອ່ານ ການພັດທະນາເດັກໃນຊຸມຊົນ ແລະ ວຽກງານອື່ນໆ.
ທີ່ມາ: ວຽງຈັນໃໝ່





