ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງພົນທີ 2 ຢ້ຽມຢາມ ແລະ ມອບເຄື່ອງ ໃຫ້ພະນັກງານ-ນັກຮົບ ທີ່ປະຕິບັດໜ້າທີ່ຢູ່ແນວໜ້າ

May 30, 2025

ໃນວັນທີ 28 ພຶດສະພາ 2025 ນີ້, ກອງພົນທີ 2 ເຊິ່ງນໍາໂດຍ ສະຫາຍ ພັນໂທ ບຸນເດີມ ດວງຈໍາປາ ຄະນະປະຈໍາພັກກອງພົນ ພ້ອມດ້ວຍອົງການຈັດຕັ້ງຊາວໜຸ່ມ-ແມ່ຍິງ ກອງພົນທີ 2, ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ມອບເຄື່ອງບໍລິໂພກໃຫ້ສູນບັນຊາດ້ານຮົບ ແລະ ພະນັກງານ-ນັກຮົບ ກອງພົນທີ 2 ທີ່ປະຕິບັດໜ້າທີ່ແນວໜ້າ ຢູ່ເມືອງຄອບ ແຂວງໄຊຍະບູລີ, ມີສະຫາຍ ພັນໂທ ຄຳຫລ້າ ທອງສິໄລ ຮອງຫົວໜ້າຫ້ອງເສນາທິການ ກອງພົນທີ 2 ຕະຫລອດຮອດພະນັກງານ-ນັກຮົບ ທີ່ພວມປະຕິບັດໜ້າທີ່ຢູ່ແນວໜ້າ ເຂົ້າຮ່ວມ.
ເຄື່ອງບໍລິໂພກທີ່ນໍາໄປມອບໃນຄັ້ງນີ້ ປະກອບມີ : ໝີ່ໄວໄວ, ປ໋ອງປາ, ເກືອ, ແປ້ງນົວ, ນ້ຳດື່ມ, ໜາກເຜັດ, ໝາກເຂືອ ແລະ ອາຫານແຫ້ງອີກຈໍານວນໜຶ່ງ ລວມມູນຄ່າ 15.500.000 ກີບ ເພື່ອເປັນການປະກອບສ່ວນຊຸກຍູ້ນໍ້າໃຈໃຫ້ພະນັກງານ-ນັກຮົບ ທີ່ພວມປະຕິບັດໜ້າທີ່ຢູ່ແນວໜ້າ ໃຫ້ມີກໍາລັງໃຈໃນການເຮັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສຳເລັດຕາມການຈັດຕັ້ງມອບໝາຍ.
ໂດຍ: ສຸວັນໂນ ທະລັງສີ