ທ່ານ ກອງທ່ຽນ ໄຊຍະພອນ ຫົວໜ້ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ລາຍງານການປູກໄມ້ ແລະ ຟື້ນຟູປ່າ ປີ 2024 ແລະ ທິດທາງແຜນການໃນຕໍ່ໜ້າ ຢູ່ໃນພິທີສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 45 ປີ ວ່າ: ປີ 2025 ຕາມແຜນຕົວເລກແບ່ງປັນເນື້ອທີ່ປູກໄມ້ທົ່ວເມືອງແມ່ນ 361,95 ເຮັກຕາ, ຈຳນວນ 148,000 ກວ່າເບ້ຍ. ໃນນີ້, ປູກເປັນຂອງລັດ ຈໍານວນ 10 ຕອນ, ເນື້ອທີ່ 7,95 ເຮັກຕາ, ເບ້ຍໄມ້ 3,000 ກວ່າເບ້ຍ, ໃນນັ້ນ, ປູກມື້ຈັດພິທີ ສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ 3 ຕອນ, ເນື້ອທີ່ 0,88 ເຮັກຕາ, 350 ກວ່າເບ້ຍ, (ໄມ້ປະດັບ ແລະ ໄມ້ອູດສາຫະກໍາ) ຄື: ໂຮງຮຽນ ມສ ແກ່ນທ້າວ 1 ຕອນ, ເນື້ອທີ່ 0,16 ເຮັກຕາ 67 ເບ້ຍ, (ໄມ້ປະດັບ 27 ເບ້ຍ, ໄມ້ອຸດສາຫະກຳ 40 ເບ້ຍ). ປູກຢູ່ວັດ 2 ຕອນ (ວັດຈອມແກ້ວ ແລະ ວັດປ່າທ້າວແກ່ນ), ເນື້ອທີ່ 0,72 ເຮັກຕາ, 290 ເບ້ຍ (ໄມ້ປະດັບ 230 ເບ້ຍ, ໄມ້ອຸດສາຫະກໍາ 60 ເບ້ຍ), ປູກຢູ່ເຂດປ່າປ້ອງກັນຂອງບ້ານ 2 ຕອນ, ເນື້ອທີ່ 2,14 ເຮັກຕາ 850 ກວ່າເບ້ຍ (ໄມ້ອຸດສາຫະກຳ, ໄມ້ຮັກສາແຫຼ່ງນ້ຳ), ປູກຢູ່ເຂດປ່າສະຫງວນຂອງແຂວງ 5 ຕອນ ເຂດຂຸນນໍ້າປາ, ຂຸນນໍ້າພະຍ້ອງ ເນື້ອທີ່ 4,93 ເຮັກຕາ 1,900 ກວ່າເບ້ຍ (ໄມ້ອຸດສາຫະກຳ, ໄມ້ຮັກສາແຫຼ່ງນ້ຳ).
ນອກຈາກນັ້ນ, ຍັງຈະໄດ້ສືບຕໍ່ສໍາຫຼວດ ແລະ ປູກສ້າມຄືນໄມ້ທີ່ປູກເສັ້ນທາງຂຽວ ລະຫວ່າງເຂດແດນເມືອງແກ່ນທ້າວ ຫາ ເມືອງປາກລາຍ (ແຕ່ເຂດບ້ານຫ້ວຍຕໍ ຫາ ບ້ານຫ້ວຍຫຼອດ) ໂດຍເລັ່ງໃສ່ໄມ້ປະດັບ ເປັນຫຼັກ ແລະ ແບ່ງໃຫ້ແຕ່ລະບ້ານໃນທົ່ວເມືອງປູກເປັນຂອງ ລັດ, ລວມໝູ່, ຂອງຄອບຄົວ 350 ກວ່າເຮັກຕາ 145,000 ກ່ວາເບ້ຍ (ຊະນິດພັນໄມ້ມີ: ຢາງພາລາ, ໄມ້ອຸດສາຫະກຳ, ໄມ້ກິນໝາກ, ໄມ້ປ່ອງ ແລະ ໄມ້ອື່ນໆທີ່ມີເງື່ອນໄຂ), ການປູກ ຖ້າປູກເປັນຂອງລັດ ແມ່ນທາງຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ຈະສະໜອງແນວພັນໄມ້ໃຫ້, ຖ້າປູກເປັນຂອງລວມໝູ່, ຂອງຄອບຄົວປະຊາຊົນ ແມ່ນຕ້ອງໄດ້ຮັບຜິດຊອບຊອກເອງ ແລະ ຍັງຈະສຶບຕໍ່ລົງກໍານົດເຂດຟື້ນຟູປ່າ, ຢູ່ໃນເຂດປ່າປ້ອງກັນແຫຼ່ງນໍ້າ, ປ່າສະຫງວນ, ເຂດທີ່ປະຊາຊົນບຸກລຸກທຳລາຍ (ເຂດສັ່ງຖອນ) ຕາມຕົວເລກແຜນການທີ່ແຂວງແບ່ງປັນໃຫ້ ບໍ່ໃຫ້ຫຼຸດ 1,300 ເຮັກຕາ. ໃນນີ້, ຟື້ນຟູຢູ່ເຂດປ່າປ້ອງກັນ 1,000 ເຮັກຕາ, ຟື້ນຟູຢູ່ນອກສາມປະເພດປ່າ 300 ເຮັກຕາ.
ຂ່າວ: ແກ່ນທ້າວ.






