ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ການກະກຽມການສ້າງຂະບວນການປູກໄມ້ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ ໃນວັນທີ 1 ມິຖຸນາ 2025 ທີ່ຈະມາເຖິງນີ້ ໃນທົ່ວແຂວງຄຳມ່ວນ (10 ຕົວເມືອງ) ໄດ້ມີແຜນສ້າງຂະບວນການປູກຕົ້ນໄມ້ ໃນເນື້ອທີ່ 465,90 ເຮັກຕາ, ເບ້ຍໄມ້ 332.071 ເບ້ຍ ປະກອບດ້ວຍໄມ້ອຸດສາຫະກຳ, ໄມ້ໃຫ້ໝາກ, ໄມ້ປະດັບ ແລະ ຊະນິດອື່ນໆ). ສະເພາະພິທີປູກຕົ້ນໄມ້ໃນວັນທີ 30 ພຶດສະພາ 2025 ຢູ່ເຂດບ້ານໂພນສະອາດ ເມືອງຫີນບູນ, ເຊິ່ງເປັນເຂດສຳປະທານປູກໄມ້ ຂອງບໍລິສັດ ແມ່ຂອງ ປູກໄມ້ ຈຳກັດ ໃນເນື້ອທີ່ 2 ເຮັກຕາ, ມີເບ້ຍໄມ້ 5.000 ເບ້ຍ ເປັນຊະນິດພັນໄມ້ວິກ.
ທ່ານ ເດດສັກດາ ມະນີຄໍາ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງຄໍາມ່ວນໄດ້ກ່າວຕໍ່ຜູ້ສື່ຂ່າວທ້ອງຖິ່ນໃນວັນທີ 28 ພຶດສະພາ 2025 ວ່າ: ໂດຍປະຕິບັດຕາມກົດໝາຍວ່າດ້ວປ່າໄມ້ (ສະບັບປັບປຸງ) ສະບັບເລກທີ 64/ສພຊ ແລະ ແຈ້ງການຂອງກະຊວງກະສິກໍາ ແລະ ປ່າໄມ້ ສະບັບ ເລກທີ 1687/ກປ ເລື່ອງການສ້າງຂະບວນການປູກຕົ້ນໄມ້ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ 2025 ໃຫ້ເປັນຂະບວນການຟົດຟື້ນ, ກວ້າງຂວາງໃນທົ່ວແຂວງຄໍາມ່ວນ. ພ້ອມນີ້, ພະແນກກະສິກໍາ ແລະ ປາໄມ້ແຂວງຄຳມ່ວນ ໄດ້ຜັນຂະຫຍາຍລະບຽບກົດໝາຍດັ່ງກ່າວ ມາເປັນແຈ້ງການຂອງພະແນກກະສິກຳ ແລະ ປ່າໄມ້ແຂວງ ໂດຍໃຫ້ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ 10 ຕົວເມືອງ ສ້າງຂະບວນການປຸກຕົ້ນໄມ້ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ ພ້ອມໃຫ້ລົງເລິກເຖິງ ພໍ່ແມ່ປະຊາຊົນບັນດາເຜົ່າຢ່າງເປັນຂະບວນ. ການປູກໄມ້ ຢູ່ແຂວງຄຳມ່ວນ ໃນໄລຍະຜ່ານ ເຫັນວ່າ ມີທ່າອ່ຽງເພີ່ມຂຶ້ນ ຈາກການຕິດຕາມຕົວເລກ ເນື້ອທີ່ສວນປູກໄມ້ປີ 2023 ມີປະມານ 31.000 ເຮັກຕາ, ປີ 2024 ມີ 34.000 ເຮັກຕາ ເດັ່ນກວ່າໝູ່ແມ່ນການປູກໄມ້ວິກ, ໄມ້ຢາງພາລາ, ໄມ້ເກດສະໜາ ແລະ ໄມ້ພື້ນເມືອງຊະນິດອື່ນໆ ຂອງກະສິກອນ ແລະ ນັກລົງທຶນ ກ່ຽວກັບກິດຈະການປ່າໄມ້ ທັງພາຍໃນ ແລະ ຕ່າງປະເທດ.
ທ່ານ ເດດສັກດາ ມະນີຄໍາ ກ່າວຕື່ມວ່າ: ຕາມແຜນການຄາດໝາຍສູ້ຊົນ ຂອງພະແນກກະສິກໍາ ແລະ ປາໄມ້ແຂວງຄຳມ່ວນ ໃນປີ 2025 ຄື: ເກັບແກ່ນຕາມແຜນການໃຫ້ໄດ້ 637 ກິໂລກຣາມ, ປັດຈຸບັນປະຕິບັດໄດ້ແລ້ວ 661,33 ກິໂລກຣາມ, ທຽບໃສ່ແຜນການເທົ່າກັບ 103,81%; ກ້າເບ້ຍ ຕາມແຜນການ ໃຫ້ໄດ້ 683.000 ເບ້ຍ, ປັດຈຸບັນ ປະຕິບັດໄດ້ 185.998 ເບັ້ຍ ທຽບໃສ່ແຜນການເທົ່າກັບ 21,23%, ການປູກໄມ້ (ປີ 2025) ຕາມແຜນການໃຫ້ໄດ້ 723 ເຮັກຕາ ປັດຈຸບັນ ພວມສ້າງຂະບວນການປະຕິບັດຂອງວັນດັ່ງກ່າວ. ເພື່ອເຮັດໃຫ້ວຽກງານອະນຸລັກ, ປົກປັກຮັກສາປ່າໄມ້ຂອງທົ່ວປວງຊົນ ທາງພະແນກກະສິກໍາ ແລະ ປ່າໄມ້ແຂວງ ໄດ້ມີການປະສານສົມທົບກັບພາກສ່ວນຕ່າງໆ ແລະ ມີການປະຊາສໍາພັນ ຊ່ອງທາງຕ່າງໆໃຫ້ສັງຄົມຮັບຮູ້ ໂດຍສະເພາະ ໄດ້ອອກຂ່າວຜ່ານສື່ມວນຊົນ ເປັນຕົ້ນ ວິທະຍຸ, ໂທລະພາບ, ໂທລະໂຄ່ງຂອງບ້ານ ພ້ອມໃຫ້ພະແນກການ, ຂະແໜງການ, ຫ້ອງການທີ່ກ່ຽວຂ້ອງ ແລະ ຕະຫລອດອໍານາດການປົກຄອງບ້ານ ພ້ອມກັນຈັດຕັ້ງຜັນຂະຫຍາຍ ຕາມຄໍາສັ່ງ ເລກທີ 11/ນຍ ແລະ ບັນດານິຕິກໍາອື່ນໆ ທີ່ໄດ້ກໍານົດອອກຢ່າງເຂັ້ມງວດ. ສໍາລັບເນື້ອທີ່ ທີ່ໄດ້ປູກແລ້ວ ຢູ່ແຕ່ລະເຂດ, ສໍານັກງານຫ້ອງການ, ບໍລິສັດ ແລະ ອື່ນໆໃນແຕ່ລະປີ ທາງພະແນກກະສິກໍາ ແລະ ປ່າໄມ້ແຂວງ ກໍໄດ້ມີການຊຸກຍູ້ເອົາໃຈໃສ່ເປັນພິເສດ ເພື່ອປົກປັກຮັກສາຕົ້ນໄມ້ດັ່ງໃຫ້ເຕີບໃຫຍ່ຂະຫຍາຍຕົວ.





