ຕອນເຊົ້າວັນທີ 29 ພຶດສະພາ 2025 ເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ຈັດພິທີປະກາດຮັບຮອງບ້ານພົ້ນທຸກ ແລະ ປະກາດບ້ານພັດທະນາ ພິທີໄດ້ຈັດຂຶ້ນຢູ່ຫ້ອງປະຊຸມຊັ້ນ III ສຳນັກງານປົກຄອງເມືອງ, ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ອາລຸນສັກ ປະທຳມະວົງເລຂາພັກເມືອງ, ທ່ານ ບຸນເພັງ ຈັນທະວົງສຸກ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງບໍລິຄໍາໄຊ, ນາຍບ້ານຈໍານວນ 7 ບ້ານທີ່ຖືກຮັບຮອງ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າກົມກອງ, ຫ້ອງການ ແລະ ບັນດາທ່ານແຂກທີ່ຖືກເຊີນຕະຫຼອດຮອດການຈັດຕັ້ງ ຂອງແຕ່ລະບ້ານພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ ທ່ານ ອາດ ພົມມະສານ ຫົວໜ້າຫ້ອງການກະສິກຳແລະ ປ່າໄມ້ເມືອງໄດ້ຂຶ້ນຜ່ານບົດລາຍງານຜົນການລົງກວດກາ, ການສ້າງບ້ານພົ້ນທຸກ 2 ບ້ານຄື: ບ້ານມີໄຊ ແລະ ບ້ານຜາບໍ່ ແລະບ້ານພັດທະນາ 5 ບ້ານຄື: ບ້ານທ່າແພ, ບ້ານວັງຫີນ, ບ້ານກົກຂາມ, ບ້ານໂພນເມືອງ ແລະ ບ້ານເມືອງມ່ວນ ຕາມດຳລັດ348/ນຍ, ຈາກນັ້ນນາຍບ້ານມີໄຊ ໄດ້ຕາງໜ້າໃຫ້ອໍານາດການປົກຄອງບ້ານ ມີໄຊ ແລະ ບ້ານ ຜາບໍ່ ຂຶ້ນຜ່ານບົດສະຫຼຸບໃນການຈັດຕັ້ງປະຕິບັດປະເມີນບ້ານພົ້ນທຸກຕາມມາດຖານບ້ານພົ້ນທຸກ ພາຍໃນ 2 ບ້ານມີ 237 ຄອບຄົວ, ພົນລະເມືອງ 1,296 ຄົນ, ຍິງ 621 ຄົນ, ປະເມີນຜ່ານຕາມມາດຕະຖານໄດ້ 199 ຄອບຄົວ, ພ້ອມດຽວກັນນີ້ ນາຍບ້ານທ່າແພ ກໍ່ໄດ້ຕາງໜ້າໃຫ້ອຳນາດການປົກຄອງບ້ານ ທ່າແພ, ບ້ານວັງຫີນ, ບ້ານ ກົກຂາມ, ບ້ານໂພນເມືອງ ແລະ ບ້ານເມືອງມ່ວນ ຂຶ້ນຜ່ານບົດສະຫຼຸບການສ້າງບ້ານເປັນບ້ານພັດທະນາ ເຊິ່ງພາຍໃນ 5 ບ້ານ ມີ 876 ຄອບຄົວ, ພົນລະເມືອງ 5,126 ຄົນ, ຍິງ 2,461 ຄົນ ແລະ ໄດ້ປະເມີນຜ່ານ 801 ຄອບຄົວຕາມການປະເມີນຕົວຈິງຂອງຄະນະຮັບຜິດຊອບແມ່ນເຫັນວ່າ ຈຳນວນ 7 ບ້ານ ໄດ້ມີການປະຕິບັດໄດ້ຄົບຕາມ 19 ມາດຕະຖານຂອງບ້ານພັດທະນາ ແລະ 6 ມາດຕະຖານຂອງບ້ານພົ້ນທຸກຂອງກະຊວງກະສິກຳ ແລະ ປ່າໄມ້ທີກໍານົດໄວ້. ພິທີໄດ້ຜ່ານຂໍ້ຕົກລົງ ເລກທີ 223 /ຂບຊ ແລະ ເລກທີ 222 /ຂບຊ ວ່າດ້ວຍການຮັບຮອງຢັ້ງຢືນເອົາ ບ້ານ ມີໄຊ ແລະ ບ້ານ ຜາບໍ່ເປັນບ້ານພົ້ນທຸກ ແລະ ຮັບຮອງເອົາບ້ານ ທ່າແພ, ບ້ານວັງຫີນ, ບ້ານກົກຂາມ, ບ້ານໂພນເມືອງ ແລະ ບ້ານເມືອງມ່ວນ ເປັນບ້ານພັດທະນາ. ເພື່ອເປັນຫຼັກຖານ ແລະໄດ້ມອບໃບຍ້ອງຍໍສັນລະເສີນໃຫ້ບ້ານທີ່ມີຜົນງານດີເດັ່ນທັງ 7 ບ້ານ. ໃນພິທີທ່ານ ປະທານຍັງໄດ້ໃຫ້ກຽດໂອ້ລົມຕື່ມອີກ.ຈາກນັ້ນຜູ້ເຂົ້າຮ່ວມພິທີຍັງໄດ້ພ້ອມກັນຮ່ວມຕັດແຖບຜ້າ, ເປີດປ້າຍ, ລັ່ນຄ້ອງ 9 ບາດ ເພື່ອເປັນສັນຍາລັກໃນການຮັບຮອງເອົາ 2 ບ້ານພົ້ນທຸກ ແລະ ຮັບຮອງເອົາ 5 ບ້ານເປັນບ້ານພັດທະນາຢ່າງເປັນທາງການ.
ພາບ-ຂ່າວ: ທອງວັນດີ







