ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມ ປຶກສາຫາລື ກະກຽມຈັດງານບຸນນະມັດສະການ ພຣະທາດທ້າວແກ່ນ-ພຣະທາດນາງແພງສີ ປະເພນີບຸນເດືອນ 7 (ບຸນພຣະເຫວດ) ປະຈໍາປີ 2025 ຂຶ້ນ ໃນວັນທີ 27 ພຶດສະພາ 2025 ນີ້, ຢູ່ທີ່ສະໂມສອນຫ້ອງວ່າການເມືອງ. ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສີຄານ ແກ່ນມະນີ ຮອງເລຂາພັກເມືອງ, ຮັກສາການເຈົ້າເມືອງແກ່ນທ້າວ, ມີກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ກົມກອງ, ອົງການຈັດຕັ້ງ, ລັດວິສາຫະກິດ, ດ່ານສາກົນ, ພະນັກງານທີ່ກ່ຽວຂ້ອງ, ນາຍບ້ານ ແລະ ປະທານແນວລາວສ້າງຊາດບ້ານເທດສະບານເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ ທ່ານ ສິງຄໍາ ຈັນທິຮັກ ຫົວໜ້າຫ້ອງວ່າການເມືອງ ໄດ້ຜ່ານຂໍ້ຕົກລົງ ສະບັບເລກທີ 412/ຈມ, ລັງວັນທີ 26 ມິຖຸນາ 2025 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບການຈັດງານບຸນນະມັດສະການ ພຣະມັດສະການພຣະທາດທ້າວແກ່ນ-ພຣະທາດນາງແພງສີ ປະເພນີບຸນເດືອນ 7 (ບຸນພຣະເຫວດ) ປະຈໍາປີ 2025. ຈາກນັ້ນ, ທ່ານ ສີຄານ ແກ່ນມະນີ ຮັກສາການເຈົ້າເມືອງແກ່ນທ້າວ ໄດ້ມີຄໍາເຫັນເຈາະຈີ້ມ ແລະ ບັນດາອານຸກໍາມະການ ໄດ້ປະກອບຄໍາຄິດເຫັນ ໂດຍໄດ້ຍົກໃຫ້ເຫັນດ້ານດີ ແລະ ດ້ານອ່ອນຂໍ້ຄົງຄ້າງ ໃນການຈັດຕັ້ງປະຕິບັດປີຜ່ານມາ ພ້ອມທັງສະເໜີວິທີການແກ້ໄຂດ້ານອ່ອນຂໍ້ຄົງຄ້າງ ເພື່ອເຮັດໃຫ້ບຸນປີນີ້ ຮັກສາໄດ້ຮີດຄອງປະເພນີ ທີ່ເຄີຍສືບທອດກັນມາແຕ່ດົນນານ, ຮັກສາໄດ້ຄວາມສະຫງົບ ແລະ ປອດໄພ.
ງານບຸນນະມັດສະການ ພຣະທາດທ້າວແກ່ນ-ພຣະທາດນາງແພງສີ ປະເພນີບຸນເດືອນ 7 (ບຸນພຣະເຫວດ) ປີນີ້, ຈະໄດ້ຈັດຂຶ້ນໃນວັນທີ 9-10 ມິຖຸນາ 2025 ເຊິ່ງກົງກັບ ມື້ຂຶ້ນ 14-15 ຄໍ່າ ເດືອນ 7 ພສ 2568.
ຂ່າວ: ແກ່ນທ້າວ.







