ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງຈັນທະບູລີ ສົມທົບກັບອົງການປະຄອງເມືອງຈັນທະບູລີ ແລະ ໂຮງຮຽນ ມສ ວຽງຈັນ ຈັດຂຶ້ນວັນທີ 29 ພຶດສະພາ 2025 ທີ່ໂຮງຮຽນ ມສ ວຽງຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ແກ້ວປະເສີດ ໄຊປັນຍາ ເລຂາພັກເມືອງຈັນທະບູລີ ພ້ອມດ້ວຍຄະນະນໍາເມືອງ ຜູ້ຕາງຈາກພະແນກ ຫ້ອງການໂຮງຮຽນ ຂະແໜງການ ພະນັກງານວິຊາການ ແລະ ນັກຮຽນເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ ທ່ານ ແກ້ວປະສີດ ໄຊປັນຍາ ກ່າວວ່າ: ວັນທີ 1 ມີຖຸນາ ຂອງທຸກໆປີ ເປັນວັນສຳຄັນ ເຊີ່ງກົດໝາຍປ່າໄມ້ ໄດ້ກຳນົດເອົາວັນດັ່ງກ່າວນີ້ ເປັນວັນປູກຕົ້ນ ໄມ້ແຫ່ງຊາດ ເພື່ອສ້າງສະຕິຮັກຫອມ ແລະ ປົກປັກຮັກສາປ່າໄມ້ ແລະ ສິ່ງແວດລ້ອມທຳມະຊາດແກ່ປະຊາຊົນບັນດາເຜົ່າ ໂດຍສະເພາະອະນຸຊົນ-ເຍົາວະຊົນ ເພື່ອແນ່ໃສ່ເຮັດໃຫ້ປ່າໄມ້ອຸດົມສົມບູນ ແຕ່ເຖິງຢ່າງໃດກໍ່ດີຍ້ອນຄວາມເປັນຫວ່ງເປັນໄຍ ແລະ ເຫັນໄດ້ຕໍ່ບັນຫາອັນສຳຄັນດັ່ງກ່າວ ໄດ້ເຮັດໃຫ້ວຽກງານການປູກຕົ້ນໄມ້ກ້າວຂຶ້ນສູ່ລະດັບສູງໃນແຕ່ລະປີ ສະເພາະຢູ່ເມືອງຈັນທະບູລີ ຜ່ານມາຂະບວນການປູກໄມ້ແມ່ນໄດ້ຮັບຄວາມຮ່ວມມືຈາກສຳນັກງານອົງການ ນັກທຸລະກິດ ໂຮງຈັກ ໂຮງງານ ສະມາຄົມຕ່າງໆ ແລະ ປະຊາຊົນເປັນຢ່າງດີ ໄດ້ຈັດຕັ້ງພິທີປູກຕົ້ນໄມ້ເລີ່ມແຕ່ປີ 2002 ເປັນຕົ້ນມາ ສະເພາະປີ 2025 ປີນີ້ ຈະໄດ້ປູກໄມ້ດູ່ລາຍ ຈຳນວນ 120 ຕົ້ນ.
ສະນັ້ນ ເຖິງເວລາແລ້ວ ຕ້ອງໄດ້ພ້ອມກັນເອົາໃຈໃສ່ວຽກງານປົກປັກຮັກສາປ່າໄມ້ ແລະ ປູກໄມ້ໃຫ້ເປັນຂະບວນການຟົດຟື້ນ ແລະ ກວ້າງຂວາງ ແນໃສ່ປົກປັກຮັກສາ ແລະ ປ້ອງກັນທຳມະຊາດສິ່ງແວດລ້ອມ ເວົ້າສະເພາະນະຄອນຫຼວງວຽງຈັນ ເມືອງຈັນທະບູລີ ມີທ່າແຮງອັນໃຫ່ຍຫຼວງທາງດ້ານຊັບພະຍາກອນປ່າໄມ້ ທັງຈະຄ້ຳຊູຍູ້ໜູນເສດຖະກິດສັງຄົມຂອງຊາດໃຫ້ສູງຂຶ້ນ.
ໃນພິທີດັ່ງກ່າວ ຍັງມີພິທີເຊັນສັນຍາປົກຮັກສາຕົ້ນໄມ້ ຮ່ວມລົງນາມລະຫວ່າງ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງຈັນທະບູລີ ແລະ ຜູ້ອໍານວຍການໂຮງຮຽນ ມສ ວຽງຈັນ ຈາກນັ້ນ ກໍ່ໄດ້ຮ່ວມປູກຕົ້ນໄມ້ ເຊິ່ງມີຈໍານວນ 120 ຕົ້ນ.
ທີ່ມາ: ວຽງຈັນໃໝ່







