ກອງປະຊຸມຄົບຄະນະບໍລິຫານງານພັກເມືອງຫົງສາ ແຂວງໄຊຍະບູລີ ຄັ້ງທີ 2 ສະໄໝທີ IX ໄດ້ສໍາເລັດລົງໃນວັນທີ 29 ພຶດສະພາ 2025 ພາຍຫຼັງທີ່ໄດ້ດຳເນີນມາເປັນເວລາ 2 ວັນ ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ ໂດຍການເປັນປະທານຂອງສະຫາຍ ພອນສະຫວັນ ໄຊສົມພັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງຫົງສາ, ເປັນກຽດເຂົ້າຮ່ວມຂອງສະຫາຍ ເພັງນິລັນ ຄຳພັນເພັງ ຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 7, ປະທານສະພາປະຊາຊົນແຂວງໄຊຍະບູລີ, ມີບັນດາສະຫາຍຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ເລຂາ-ຮອງເລຂາຄະນະພັກຮາກຖານສຳນັກງານ-ອົງການ, ເລຂາໜ່ວຍພັກຫ້ອງການ, ອົງການ-ກົມກອງ, ເລຂາໜ່ວຍພັກບ້ານທົ່ວເມືອງ, ຕາງໜ້າພະນັກງານອາວຸໂສບຳນານ, ຫົວໜ້າລັດວິສາຫະກິດສູນບໍລິການປະຈຳເມືອງ ແລະ ຕາງໜ້າສະມາຄົມນັກທຸລະກິດໜຸ່ມເຂົ້າຮ່ວມທັງໝົດ 110 ສະຫາຍ, ຍິງ 11 ສະຫາຍ.
ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງການສະຫຼຸບຕີລາຄາວຽກງານຮອບດ້ານ ໃນການນໍາພາ-ຊີ້ນໍາ ຂອງຄະນະບໍລິຫານງານພັກເມືອງ 3 ເດືອນຕົ້ນປີ 2025 ແລະ ວາງທິດທາງຈຸດສຸມ 3 ເດືອນຕໍ່ໜ້າ ຈາກສະຫາຍ ແຫຼ້ ອ່ອນສົມບູນ ຮອງເລຂາຄະນະບໍລິຫານງານພັກເມືອງ, ຮັກສາການເຈົ້າເມືອງຫົງສາ ບາງຕອນສະຫາຍໄດ້ກ່າວວ່າ: ໃນໄລຍະ 3 ເດືອນຜ່ານມາ ເມືອງຫົງສາພວກເຮົາໄດ້ສຸມຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກເມືອງຫົງສາ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII ຂອງເມືອງ (2020-2024), ໄປຄຽງຄູ່ກັບການນໍາພາຈັດຕັ້ງປະຕິບັດ ຂະບວນການຫັນລົງກໍ່ສ້າງຖາກຮານການເມືອງພັດທະນາຊົນນະບົດ ຕາມທິດນໍາສາມສ້າງ, ນໍາພາສອງກໍາລັງປະຕິບັດໜ້າທີ່ການເມືອງຂອງຕົນ ເຮັດໃຫ້ສະພາບໂດຍລວມທົ່ວເມືອງ ມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບ-ປອດໄພ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ໄລຍະ 3 ເດືອນຜ່ານມາສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ທັງໜົດ 3,42 ຕື້ກວ່າກີບ ເທົ່າກັບ 29,25% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນປີຜ່ານມາຫຼຸດລົງ 3,12%, ໃນນີ້: ລາຍຮັບຈາກສ່ວຍສາອາກອນ 3,33 ຕື້ກວ່າກີບ ເທົ່າກັບ 29,24% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເທົ່າກັບ 4,86%, ຮັບຈາກຄຸ້ມຄອງຊັບສິນຂອງລັດ 82,87 ລ້ານກວ່າກີບ ເທົ່າກັບ 29,60% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂື້ນ 125,92%, ປະຕິບັດລາຍຈ່າຍໄດ້ທັງໝົດ 361,00 ລ້ານກີບ, ເທົ່າກັບ 10,05% ຂອງແຜນການປີ, ໃນນີ້: ຈ່າຍບໍລິຫານ 223,72 ລ້ານກີບ, ເທົ່າກັບ 7,30% ຂອງແຜນການປີ; ຈ່າຍດັດສົມສົ່ງເສີມ 137,27 ລ້ານກີບ ເທົ່າກັບ 26,20%ຂອງແຜນການປີ, ບັນດາໂຄງການລົງທຶນຢູ່ພາຍໃນເມືອງ ໄດ້ຮັບການຈັດຕັ້ງປະຕິບັດທັງໝົດ 17 ໂຄງການ ມູນຄ່າທັງໝົດ 64,10 ຕື້ກີບ ປະຕິບັດໜ້າວຽກສໍາເລັດ 64,71% ໃນນີ້: ທຶນພັດທະນາທ້ອງຖິ່ນໂຄງການໄຟຟ້າຫົງສາ 9 ໂຄງການ ມູນຄ່າ 45,5 ຕື້ກີບ, ທຶນສະໜັບສະໜູນຂອງບໍລິສັດໄຟຟ້າຫົງສາ 4 ໂຄງການ ມູນຄ່າ 4,49 ຕື້ກີບ, ທຶນຈາກການຂາຍສິ່ງເສດເຫຼືອຂອງໂຮງງານໄຟຟ້າຫົງສາ 4 ໂຄງການ ມູນຄ່າ 14,1 ຕື້ກີບ, ສ່ວນວຽກງານດ້ານຕ່າງໆກໍ່ໄດ້ຮັບການຈັດຕັ້ງປະຕິບັດ ແລະ ມີຜົນສຳເລັດເປັນຢ່າງດີ, ຈາກນັ້ນ, ກໍ່ໄດ້ຮັບຟັງການປະກອບຄຳຄິດຄໍາເຫັນຂອງບັນດາສະຫາຍເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ ເພື່ອຢັ້ງຢືນຜົນສຳເລັດ ແລະ ວິທີແກ້ໄຂເພື່ອສືບຕໍ່ໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ, ຮັບຟັງການຜ່ານມະຕິຕົກລົງວ່າດ້ວຍການຮັບຮອງເອົາຄະນະບໍລິຫານງານພັກເມືອງ, ຜູ້ແທນສົມບຸນ, ສໍາຮອງ, ຄະນະປະຈຳພັກເມືອງ, ເລຂາ-ຮອງເລຂາ, ປະທານ-ຮອງປະທານຄະນະກວດກາພັກເມືອງ, ມະຕິຕົກລົງວ່າດ້ວຍລະບອບແບບແຜນວິທີເຮັດວຽກຂອງຄະນະບໍລິຫານງານພັກເມືອງ ສະໄໝທີ IX, ຮ່າງໂຄງການດໍາເນີນງານ 5 ປີ ແລະ ຮ່າງໂຄງການດໍາເນີນງານປະຈໍາປີ 2025 ຂອງຄະນະບໍລິຫານງານພັກເມືອງ ຄັ້ງທີ IX ແລະ ມະຕິຕົກລົງຂອງຄະນະປະຈຳພັກເມືອງ ວ່າດ້ວຍການແບ່ງຄວາມຮັບຜິດຊອບພາຍໃນຄະນະບໍລິຫານງານພັກເມືອງ ຄັ້ງທີ IX, ໃນຕອນທ້າຍກອງປະຊຸມກໍ່ໄດ້ຮັບຟັງການໂອ້ລົມຂອງສະຫາຍ ເພັງນິລັນ ຄຳພັນເພັງ ຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 7, ປະທານສະພາປະຊົນແຂວງແຂວງໄຊຍະບູລີ ຕື່ມອີກ.
ຂ່າວ-ພາບ: ຖວທ ຫົງສາ




