ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຫຼາຍພາກສ່ວນຮ່ວມປູກຕົ້ນໄມ້ ຢູ່ເຂດແຫຼ່ງທ່ອງທ່ຽວຕາດເລາະ-ຕາດຮັງ ຫຼາຍກວ່າ 1 ພັນເບ້ຍ

May 30, 2025

ພະແນກກະສິກຳ ແລະ ປ່າໄມ້ແຂວງ ສາລະວັນ ຮ່ວມກັບ ອົງການປົກຄອງເມືອງສາລະວັນຈັດພິທີປູກຕົ້ນໄມ້ຢູ່ເຂດແຫຼ່ງທ່ອງທ່ຽວຕາດເລາະ-ຕາດຮັງ, ເນື່ອງໃນໂອກາດວັນທີ 1 ມິຖຸນາ, ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 45 ປີ ຂຶ້ນໃນວັນທີ 29 ພຶດສະພາຜ່ານມາ, ໂດຍການເຂົ້າຮ່ວມຂອງທ່ານຈັນສີລອນ ສີສົມບູນ ເຈົ້າເມືອງສາລະວັນ, ທ່ານ ສິວັນ ພະກອນວົງບຸນທັນ ວ່າການຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ມີພາກສ່ວນກ່ຽວຂ້ອງອ້ອມຂ້າງແຂວງ ແລະ ເມືອງ ເຂົ້າຮ່ວມຢ່າງເປັນຂະບວນ.
ທ່ານ ຂັນທະໄລ ທອງພັນເຮືອງສີ ຫົວໜ້າຂະແໜງປ່າໄມ້ ພະແນກກະສິກຳ ແລະ ປ່າໄມ້ແຂວງໄດ້ລາຍງານວ່າ: ສະເພາະປີ 2025 ແຜນຄາດໝາຍສູ້ຊົນເກັບແກ່ນໄມ້ໃຫ້ໄດ້ 600 ກິໂລ, ຜະລິດເບ້ຍໄມ້ 2 ລ້ານເບ້ຍ, ປູກໄມ້ໃຫ້ໄດ້ 2 ພັນເຮັກຕາ, ຟື້ນຟູປ່າ 26,300 ເຮັກຕາ, ຂຶ້ນທະບຽນປ່າປູກ ແລະ ຢັ້ງຢືນໄມ້ປູກ 500 ເຮັກຕາ,ໄດ້ກຳນົດເອົາທັງໝົດ 63 ຈຸດ ກວມເອົາເນື້ອທີ່ 1 ພັນກວ່າເຮັກຕາ, ຈໍານວນເບ້ຍໄມ້ທີ່ຈະປູກມີທັງໝົດ 1,269,350 ເບ້ຍ. ໃນນັ້ນ, ແຜນປູກໃນວັນທີ 1ມິຖຸນາ ມີ 8 ຈຸດໃນ 8 ເມືອງ, ກວມເອົາເນື້ອທີ່ທັງໝົດ 27.2 ເຮັກຕາ, ຈໍານວນເບ້ຍໄມ້ທັງໝົດ 8,856 ເບ້ຍ. ສໍາລັບຢູ່ເຂດແຫຼ່ງທ່ອງທ່ຽວຕາດເລາະ-ຕາດຮັງ ປູກໃນເນື້ອທີ່ທັງໝົດ 5,5 ເຮັກຕາ, ມີ1,300 ເບ້ຍ, ມີປະເພດໄມ້ແຕ່ຂ່າ, ໄມ້ຂະຍຸງ. ຊຶ່ງຈຸດດັ່ງກ່າວມີຄວາມສຳຄັນໃນການຟື້ນຟູປ່າໄມ້ໂດຍສະເພາະເປັນເຂດແຫຼ່ງທ່ອງທ່ຽວທີ່ຕິດພັນກັບທຳມະຊາດ, ແຫຼ່ງນ້ຳ ແລະ ປ່າໄມ້. ຕິດພັນກັບການສ້າງຂະບວນການຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງສາລະວັນ.
ວັນທີ 1 ມິຖຸນາ ເປັນວັນປູກຕົ້ນໄມ້ແຫ່ງຊາດ ທີ່ມີຄວາມໝາຍຄວາມສໍາຄັນເພື່ອສ້າງອະນາຄົດອັນສົດໃສ, ຮັ່ງມີໃຫ້ແກ່ລູກຫຼານຜູ້ເກີດໃໝ່ໃຫ່ຍລຸນ ທັງເປັນການປຸກລະດົມ ແລະ ເສີມຂະຫຍາຍວຽກງານບູລະນະ, ປົກປັກຮັກສາ ແລະ ຟື້ນຟູຊັບພະຍາກອນປ່າໄມ້ໃຫ້ມີຄວາມຍືນຍົງ, ເພີ່ມຄວາມອຸດົມສົມບູນຂອງທຳມະຊາດ.
ຂ່າວ-ພາບ: ວິໄລວອນ ສິດທິໄຊ