ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ນວ ພິຈາລະນາບັນຫາສໍາຄັນທີ່ຕ້ອງສຸມໃສ່ຈັດຕັ້ງປະຕິບັດໃນຕໍ່ໜ້າ

May 30, 2025

ອົງການປົກຄອງ ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດກອງປະຊຸມອົງການປົກຄອງ ນວ ຄັ້ງທີ 47 ຈັດຂຶ້ນໃນວັນທີ 30 ພຶດສະພາ 2025 ຢູ່ສໍານັກງານປົກຄອງ ນວ ມີທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ມີຫົວໜ້າຫ້ອງວ່າການ ນວ ພະແນກການ ເຈົ້າເມືອງ ແລະ ອົງການທຽບເທົ່າ ນວ ເຂົ້າຮ່ວມ.
ກອງປະຊຸມໄດ້ປືກສາຫາລື ພິຈາລະນາຫຼາຍບັນຫາສໍາຄັນທີ່ຕ້ອງໄດ້ສຸມໃສ່ຈັດຕັ້ງປະຕິບັດໃນຕໍ່ໜ້າ ໂດຍສະເພາະໄດ້ກ່ຽວກັບການສະຫຼຸບຖອດຖອນບົດຮຽນໃນຂົງເຂດຕ່າງໆ ເປັນຕົ້ນແມ່ນ ຮັບຟັງການລາຍງານກ່ຽວກັບຫົວຂໍ້ທີ່ຈະພິຈາລະນາຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນ ນວ ຊຸດທີ II ຮ່າງບົດລາຍງານຂອງທ່ານເຈົ້າຄອງ ນວ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານ 6 ເດືອນຕົ້ນປີ ແລະ ທິດທາງແຜນ 6 ເດືອນທ້າຍປີ 2025 ຂອງ ນວ ແລະ ການດັດແກ້ງົບປະມານແຫ່ງລັດ ຂອງ ນວ ປະຈຳປີ ຮັບຟັງການລາຍງານ ກ່ຽວກັບຮ່າງແຜນພັດທະນາເສດ ຖະກິດ-ສັງຄົມ 5 ປີ (2026-2030) ຂອງ ນວ ແຜນງົບປະມານ 6 ເດືອນຕົ້ນປີ ແລະ ທິດທາງແຜນ 6 ເດືອນທ້າຍປີ 2025 ຂອງ ນວ ແລະ ການດັດແກ້ງົບປະມານແຫ່ງລັດ ຂອງ ນວ ປະຈຳປີ.
ພ້ອມກັນນີ້ ຍັງໄດ້ຮັບຟັງການລາຍງານ ກ່ຽວກັບການປະເມີນການຈັດຕັ້ງປະຕິບັດທ້າຍສະໄໝ ຂອງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ຕິດພັນກັບການຈັດຕັ້ງປະຕິບັດ 8 ແຜນງານ (ໂຄງການບຸກທະລຸ) 20 ໂຄງການໃຫຍ່ລະດັບຊາດ ແລະ ໂຄງການປິ່ນອ້ອມ ເພື່ອບັນລຸ 6 ເປົ້າໝາຍຂອງແຜນການ 5 ປີ ຮັບຟັງການລາຍງານ ກ່ຽວກັບຮ່າງຂໍ້ຕົກລົງເຈົ້າ ນວ ວ່າດ້ວຍການຄຸ້ມຄອງ ແລະ ກຳຈັດຂີ້ເຫຍື້ອ ໃນ ນວ ຮັບຟັງການລາຍງານ ກ່ຽວກັບການຕິດຕາມກວດກາ ແລະ ຄຸ້ມຄອງການລົງທຶນພາຍໃນ ແລະ ຕ່າງປະເທດ ໃນຂະແໜງການທ່ອງທ່ຽວ ແລະ ບັນເທິງ ຮັບຟັງການລາຍງານ ກ່ຽວກັບສະພາບການເກີດອັກຄີໄພ (ໄຟລາມປ່າ ໄຟໄໝ້ເຮືອນປະຊາຊົນ) ແລະ ມາດຕະການສະກັດກັ້ນຮັບຮອງ ເພື່ອແກ້ໄຂບັນຫາສະເພາະໜ້າ ຮັບຟັງການລາຍງານກ່ຽວກັບຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດໂຄງການປັບປຸງ ແລະ ສ້ອມແປງເສັ້ນທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ (ກມ 21 ຫາ ກມ 71) ເຂດບ້ານໂຄກສີວິໄລ ເມືອງໄຊທານີ ຫາ ບ້ານ ສົມສະຫວາດ ເມືອງປາກງື່ມ ນວ (ກມ 21 ຫາ ກມ 66) ພ້ອມທັງ ຮັບຟັງການລາຍງານ ກ່ຽວກັບໂຄງການກໍ່ ສ້າງເສັ້ນທາງເບຕົງ ອ້ອມສວນສາທາລະນະມິດຕະພາບ ລາວ-ຫວຽດນາມ ຮັບຟັງການລາຍງານ ກ່ຽວກັບການກຳນົດຄວາມສູງຂອງອາຄານ ຢູ່ໃນຕົວເມືອງ ນວ ແລະ ຮັບຟັງການລາຍງານ ກ່ຽວກັບການກະກຽມປະກາດການສ້າງຕັ້ງຕາແສງທຳອິດ ຂອງ ນວ (ຕາແສງຊ້າງມີໄຊ).
ໃນຕອນທ້າຍປະຊຸມ ຍັງຈະໄດ້ຮັບຟັງການໂອ້ລົມຈາກທ່ານຮອງເຈົ້າຄອງ ນວ ເພື່ອເປັນທິດທາງ ເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດວຽກງານແຕ່ລະຂົງເຂດ ກໍຄືການດໍາເນີນວຽກງານໃນຕໍ່ໜ້າໃຫ້ມີຜົນ ສຳເລັດຕື່ມອີກ.
ທີ່ມາ: ວຽງຈັນໃໝ່