ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

2 ພາກສ່ວນ ຮ່ວມກັນປູກຕົ້ນໄມ້​ ແລະ​ ອະນາໄມ​ ເພື່ອອະນຸລັກຮັກສາສິ່ງແວດລ້ອມ

May 30, 2025

ວັນທີ​ 30 ພຶດສະພາ​ 2025,​ພະແນກ​ຖະແຫຼງຂ່າວ, ວັດທະນະທໍາ​ ແລະ​ ທ່ອງທ່ຽວ​ (ຖວທ)​ ແຂວງ​ຈໍາປາສັກ​ ຮ່ວມກັບ​ ຄະນະພັກ​ -​ ອົງການປົກຄອງ​ນະຄອນປາກເຊ​ ແລະ​ ຫ້ອງການ​ ຖວທ​ ນະຄອນ​ ໄດ້ຈັດກິດຈະກໍາ​ປູກຕົ້ນໄມ້​ ເພື່ອອະນຸລັກຮັກສາສິ່ງແວດລ້ອມ ແລະ ປູກຕົ້ນໄມ້ໃຫ້ເປັນພື້ນທີ່ສີຂຽວ​ ປະກອບສ່ວນໃນການສ້າງນະຄອນປາກ​ ແຂວງຈໍາປາສັກ ໃຫ້ໄດ້ມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ.
ກິດຈະກໍາ​ປູກຕົ້ນໄມ້​ຄັ້ງນີ້​ ຈັດຂຶ້ນຢູ່ບໍລິເວນເດີ່ນສວນສາທາລະນະແຄມຂອງ ໂດຍການເຂົ້າຮ່ວມຂອງ ສຸພາບ​ ທໍາມະ​ຮັກສາ​ ກໍາມະການ​ພັກ​ແຂວງ​ ເລຂາຄະນະ​ບໍລິຫານ​ງານ​ພັກ​ນະຄອນ, ທ່ານ​ ທ້ອງຖິ່ນ​ ພົມພັກດີ ຮອງຫົວໜ້າພະແນກ ຖທວ ແຂວງ, ທ່ານ​ ເກດສະໜາ​ ຄໍາ​ມິ່ງ​ສະຫວັດ​ ຮອງເຈົ້ານະຄອນປາກເຊ,​ ທ່ານ​ ບັນຫາ​ ເທບທອງວັນ​ ຫົວໜ້າ​ຫ້ອງການ​ ຖວທ​ ນະຄອນ​.​ ມີ​ຄະນະພັກ​ -​ ຄະນະ​ນໍານະຄອນ​ພ້ອມດ້ວຍ​ຄະນະພັກ​ -​ ຄະນະ​ນໍາ, ສະມາຊິກພັກ​ ແລະ​ ພະນັກງານຂະແໜງການກ່ຽວຂ້ອງຂອງນະຄອນປາກເຊ,​ ຂະແໜງທ່ອງທ່ຽວ​ແຂວງ​,​ ຄະນະພັກ​ -​ ອົງການ​ປົກຄອງບ້ານ​ພາຍໃນ​ນະຄອນປາກເຊ​ ເຂົ້າຮ່ວມ​. ໄມ້ທີ່ນໍາມາປູກຄັ້ງນີ້ ມີເບ້ຍຕົ້ນ ແລະ​ ເບ້ຍຕົ້ນຄູນ.​ ພ້ອມນີ້,​ ຍັງໄດ້ຮ່ວມກັນ ອະນາໄມລວມຢູ່ຈຸດ 3 ແຍກທະນາຄານກາງ ຫາ 3 ແຍກ ພະແນກໂຍທາທິການ ແລະ ຂົນສົ່ງແຂວງ.​
ທ່ານ​ ເກດສະໜາ​ ຄໍາ​ມິ່ງ​ສະຫວັດ​ ຮອງເຈົ້ານະຄອນປາກເຊ​ກ່າວວ່າ: ຈຸດປະສົງໃນການຈັດກິດຈະກໍາ​ປູກຕົ້ນໄມ້​ ແລະ​ ອະນາໄມ​ ຄັ້ງນີ້ ກໍເພື່ອເປັນການປູກຈິດສໍານຶກການຮັກສາສິ່ງແວດລ້ອມ ແລະ ຄວາມສະອາດສວຍງາມ ເພື່ອສ້າງນະຄອນໃຫ້ກາຍເປັນເມືອງທ່ອງທ່ຽວສະອາດອາຊຽນ ສະໄໝທີ 2 ປີ 2026​ ທັງເປັນການ​ສ້າງຜົນງານ, ສ້າງ​ຂະບວນການ​ ຕ້ອນຮັບ​ວັນ​ປູກຕົ້ນໄມ້​ແຫ່ງຊາດ​ ແລະ​ ວັນ​ເດັກນ້ອຍ​ສາກົນ​ ວັນທີ​ 1​ ມິຖຸນາ​ ໃຫ້ມີບັນຍາກາດຟົດຟື້ນ ແລະ​ ມີເນື້ອໃນຄວາມໝາຍເລິກເຊິ່ງ.
ຂ່າວ​-ພາບ​: ທູນທອງໃຈ